ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ປະກອບຄຳເຫັນ ແລະ ຕີລາຄາບັນດາບັນຫາສຳຄັນຂອງພາກພື້ນຄື: ສະພາບການຢູ່ທະເລຕາເວັນອອກ ແລະ ມຽນມາ.
| ທ່ານເລຂາທິການໃຫຍ່ອາຊຽນ Kao Kim Hourn ຖືວ່າ, ຍັງຄົງຕ້ອງຕິດຕາມການພັດທະນາຢູ່ທະເລຕາເວັນອອກຢ່າງໃກ້ຊິດ. (ພາບ: DQ) |
ກປ.ອອນໄລ - ຕອນບ່າຍວັນທີ 30 ກໍລະກົດ, ທີ່ສໍານັກງານໃຫຍ່ເລຂາທິການອາຊຽນ ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ທ່ານ Kao Kim Hourn, ເລຂາທິການໃຫຍ່ອາຊຽນ ໄດ້ປະກາດໝາກຜົນພົ້ນເດັ່ນຂອງກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 57 (AMM-57) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ ອາຊຽນ ຍັງໄດ້ໃຫ້ຄຳເຫັນ ແລະ ຕີລາຄາກ່ຽວກັບບາງບັນຫາທີ່ພົ້ນເດັ່ນຂອງພາກພື້ນຄື: ສະພາບການຢູ່ທະເລຕາເວັນອອກ ແລະ ມຽນມາ.
ທ່ານເລຂາທິການໃຫຍ່ Kao Kim Hourn ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຄວາມເຄັ່ງຕຶງລະຫວ່າງ ຟີລິບປິນ - ຈີນ ຢູ່ທະເລຕາເວັນອອກ ໄດ້ສົ່ງຜົນສະທ້ອນເຖິງຂະບວນການເຈລະຈາລະຫວ່າງ ຈີນ ແລະ ອາຊຽນ ເພື່ອແນໃສ່ສຳເລັດປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC).
ແນວໃດກໍດີ, ທ່ານເລຂາທິການໃຫຍ່ອາຊຽນຢືນຢັນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ຟີລິບປີນ ແລະ ຈີນ ພວມຮ່ວມມືກັນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ຫວັງວ່າຈະມີຜົນດີຕໍ່ຂະບວນການເຈລະຈາ COC ໃນປະຈຸບັນ, ບັນດາປະເທດອາຊຽນຍັງເຫັນດີແກ້ໄຂບາງບັນຫາທີ່ຍັງຄົງຄ້າງເພື່ອສາມາດເລັ່ງລັດການເຈລະຈາໂດຍໄວ.
ກ່ຽວກັບສະພາບການຢູ່ມຽນມາ, ທ່ານເລຂາທິການໃຫຍ່ອາຊຽນ Kao Kim Hourn ໃຫ້ຮູ້ວ່າ: ໄດ້ມີຄວາມຄືບໜ້າຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນມຽນມາ, ອາຊຽນ ຍາມໃດກໍ່ເຮັດຈົນສຸດຄວາມສາມາດ, ຮ່ວມມືກັບມຽນມາ ແລະ ບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂບັນຫາ, ຫວັງວ່າ ມຽນມາ ຈະປະຕິບັດຄຳໝັ້ນສັນຍາ 5 ແຈໃຫ້ໄດ້ຢ່າງຕັ້ງໜ້າ. ສະໜັບສະໜູນແຜນການນີ້.”
ທີ່ການປະຊຸມຂ່າວ, ທ່ານເລຂາທິການໃຫຍ່ ອາຊຽນ ຍັງໄດ້ທົບທວນຄືນບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມ AMM-57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ຈັດຂຶ້ນຢູ່ລາວ, ດ້ວຍການຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາບຸລິມະສິດທີ່ສຳຄັນຂອງອາຊຽນ ໃນປີ 2024 ກໍ່ຄືຂະບວນການສ້າງປະຊາຄົມອາຊຽນ; ພ້ອມກັນນັ້ນ, ໄດ້ຮັບການຮັບຮອງເອົາເອກະສານສຳຄັນຫຼາຍສະບັບ, ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດການຮ່ວມມືລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືໃນໄລຍະຈະມາເຖິງ.
ທີ່ມາ: https://baoquocte.vn/tong-thu-ky-asean-trung-quoc-va-philippines-ha-nhiet-cang-thang-se-tac-dong-tich-cuc-den-dam-phan-coc-o-bien-dong-281073.html






(0)