ສະຫະລັດໄດ້ກ່າວຫາແລະລົງໂທດຜູ້ບໍລິຫານສື່ມວນຊົນຂອງລັດຣັດເຊຍ ແລະໄດ້ຈຳກັດສະຖານີໂທລະພາບທີ່ເຊື່ອມໂຍງກັບວັງ Kremlin ໃນການໂຄສະນາຫາສຽງຂະໜາດໃຫຍ່ຂອງມົສກູ ເພື່ອແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີສະຫະລັດ.

ວັນທີ 4 ກັນຍານີ້, ກະຊວງຍຸຕິທຳ , ລັດ ແລະ ການເງິນອາເມລິກາປະກາດສົມທົບກັນປະຕິບັດບັນດາການເຄື່ອນໄຫວແຊກແຊງຂອງລັດເຊຍ.
ອີງຕາມ BBC, ລັດຖະມົນຕີກະຊວງຍຸຕິທໍາສະຫະລັດທ່ານ Merrick Garland ໄດ້ກ່າວຫາສະຖານີ RT ຂອງຣັດເຊຍວ່າຈ່າຍເງິນໃຫ້ບໍລິສັດ Tennessee 10 ລ້ານໂດລາເພື່ອ "ສ້າງແລະແຈກຢາຍເນື້ອຫາທີ່ມີຂໍ້ຄວາມຈາກ ລັດຖະບານ ຣັດເຊຍເຖິງຜູ້ຊົມອາເມລິກາ".
ຫົວໜ້າບັນນາທິການ RT ນາງ Margarita Simonyan ແມ່ນນຶ່ງໃນຈຳນວນ 10 ຄົນທີ່ຖືກລົງໂທດໂດຍສະຫະລັດ ໃນຂໍ້ກ່າວຫາວ່າພະຍາຍາມທຳລາຍຄວາມໄວ້ວາງໃຈຂອງສາທາລະນະຊົນໃນສະຖາບັນຂອງສະຫະລັດ. RT ໄດ້ປະຕິເສດການມີສ່ວນຮ່ວມໃດໆ.
ກົມໄອຍະການສະຫະລັດກ່າວວ່າ ມົສກູ ຕ້ອງການຢາກໄດ້ຜົນທີ່ຕ້ອງການ ເມື່ອການແຂ່ງຂັນທຳນຽບຂາວ ລະຫວ່າງອະດີດປະທານາທິບໍດີ Donald Trump ແລະຮອງປະທານາທິບໍດີ Kamala Harris ໄດ້ຈັດຂຶ້ນ.
ໂຄສົກຂອງທຳນຽບຂາວ ທ່ານ John Kirby ກ່າວວ່າ ຣັດເຊຍ ຕ້ອງການທຳລາຍການສະໜັບສະໜຸນຂອງນາໆຊາດຕໍ່ຢູເຄຣນ, ຮັດແໜ້ນຜົນປະໂຫຍດທີ່ນິຍົມຣັດເຊຍ ແລະນະໂຍບາຍຕ່າງໆ ແລະມີອິດທິພົນຕໍ່ຜູ້ມີສິດເລືອກຕັ້ງອາເມຣິກັນ. ຕາມທ່ານ Kirby ແລ້ວ, ຄວາມພະຍາຍາມໃຫ້ຂ່າວບໍ່ຈິງຫຼາຍຢ່າງຂອງລັດເຊຍ ແມ່ນໄດ້ຮັບການຊີ້ນຳ ແລະ ໜູນຊ່ວຍຈາກ RT. "RT ບໍ່ພຽງແຕ່ເປັນແຂນໂຄສະນາເຜີຍແຜ່ຂອງວັງ Kremlin, ແຕ່ຖືກໃຊ້ເພື່ອສົ່ງເສີມການປະຕິບັດອິດທິພົນທີ່ລັບໆຂອງລັດເຊຍ."
ໃນຂະນະດຽວກັນ, ເຈົ້າໜ້າທີ່ ກະຊວງການເງິນ ອາເມລິກາກ່າວວ່າ, RT ແລະສື່ມວນຊົນຂອງລັດເຊຍອື່ນໆໄດ້ດຳເນີນການເຄື່ອນໄຫວເພື່ອຄັດເລືອກເອົາຊາວອາເມລິກາທີ່ມີອິດທິພົນຊື່ສຽງມາສະໜັບສະໜູນການເຄື່ອນໄຫວຂອງຕົນ.
ເຈົ້າໜ້າທີ່ສະຫະລັດກ່າວເຕືອນວ່າ ມີສັດຕູຕ່າງປະເທດຫຼາຍກວ່າຄົນໄດ້ພະຍາຍາມເຂົ້າແຊກແຊງໃນການເລືອກຕັ້ງຂອງປະເທດ ນັບຕັ້ງແຕ່ຄວາມພະຍາຍາມຂອງຣັດເຊຍໃນປີ 2016.
ທີ່ມາ
(0)