ໃນຂອບເຂດການຢ້ຽມຢາມສາທາລະນະລັດ ໂປໂລຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມບິງມິນ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫງວຽນແມ້ງຮຸ່ງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໂປໂລຍ Władysław Teofil Bartoszewski ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດ ເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດ 2 ຝ່າຍ.
ນີ້ແມ່ນເຫດການສຳຄັນ, ບໍ່ພຽງແຕ່ຢືນຢັນຄືນໃໝ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງແມ່ນບາດກ້າວໃໝ່ໃນການຮັດແໜ້ນ ແລະ ເປີດກວ້າງການຮ່ວມມືດ້ານການທູດ, ພິເສດແມ່ນໃນສະພາບການທີ່ສອງປະເທດກ້າວເຂົ້າສູ່ວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 75 ປີ.
ໂດຍປ່ຽນແທນບົດບັນທຶກຊ່ວຍຈຳປີ 2010, ສັນຍານີ້ເພື່ອແນໃສ່ຜັນຂະຫຍາຍຂອບເຂດການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ໂປໂລຍ ໃນ 5 ປີຕໍ່ໜ້າ. ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີດຳເນີນບັນດາການປຶກສາຫາລື ດ້ານການເມືອງ ຢູ່ທຸກຂັ້ນເປັນປະຈຳ ເພື່ອປຶກສາຫາລືບັນດາບັນຫາສອງຝ່າຍຄື: ນະໂຍບາຍການຕ່າງປະເທດ, ຄວາມໝັ້ນຄົງ, ພັດທະນາແບບຍືນຍົງ, ເສດຖະກິດ, ການຄ້າ, ວັດທະນະທຳ, ວິທະຍາສາດ, ການສຶກສາ ແລະ ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະສັນຈະດຳເນີນການປຶກສາຫາລືດ້ານນະໂຍບາຍຢ່າງໜ້ອຍໜຶ່ງຄັ້ງໃນທຸກໆ 2 ປີໃນທຸກຂັ້ນ, ສຸມໃສ່ຊຸກຍູ້ການແລກປ່ຽນລະຫວ່າງສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກວິຊາການໃນຂົງເຂດການເມືອງ ແລະ ຍຸດທະສາດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ແລກປ່ຽນປະສົບການລະຫວ່າງສອງປະເທດ.
ຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳ, 2 ຝ່າຍໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ, ມຸ່ງໄປເຖິງການກໍ່ສ້າງໂລກ ສັນຕິພາບ , ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂະບວນການໂຄສະນາຫາສຽງເລືອກຕັ້ງບັນດາກົນໄກສາກົນ.
ນອກຈາກນັ້ນ, ສອງຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດການທູດສາທາລະນະ ແລະ ການທູດວັດທະນະທຳ, ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງບັນດາເຫດການສໍາຄັນຂອງການພົວພັນສອງຝ່າຍ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ໂປໂລຍ.
2 ຝ່າຍຢືນຢັນວ່າ ໃນໄລຍະຈະມາເຖິງ, ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງຢ່າງມີປະສິດທິຜົນ, ພ້ອມທັງສືບຕໍ່ຮັກສາບັນດາຊ່ອງທາງສົນທະນາ ແລະ ການຮ່ວມມືທີ່ມີຢູ່ແລ້ວ, ມຸ່ງໄປເຖິງການກໍ່ສ້າງສາຍພົວພັນຫວຽດນາມ - ໂປໂລຍ ໃຫ້ເລິກເຊິ່ງກ່ວາອີກ./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/viet-nam-ba-lan-ky-ket-bien-ban-ghi-nho-hop-tac-trong-linh-vuc-ngoai-giao-post1008250.vnp
(0)