ຕອນບ່າຍວັນທີ 18/1, ທີ່ການປະຊຸມຂ່າວເປັນປະຈຳ, ໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ Pham Thu Hang ໄດ້ໃຫ້ຂໍ້ມູນກ່ຽວກັບວຽກງານປົກປ້ອງພົນລະເມືອງ ຫວຽດນາມ ໃນສະພາບຄວາມເຄັ່ງຕຶງຢູ່ເຂດຊາຍແດນໄທ - ກຳປູເຈຍ.
ທ່ານໂຄສົກກ່າວວ່າ, ວັນທີ 9/12, ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ກຳປູເຈຍ ແລະ ໄທ ໄດ້ອອກຄຳເຕືອນໃຫ້ພົນລະເມືອງ ຫວຽດນາມ ພິຈາລະນາຄືນໃໝ່ການເດີນທາງໄປຍັງບັນດາເຂດທີ່ມີສະພາບຄວາມປອດໄພສັບສົນ ແລະ ວາງແຜນການເຄື່ອນໄຫວອອກຈາກບັນດາເຂດນີ້ເພື່ອຮັບປະກັນຄວາມປອດໄພຊີວິດ ແລະ ຊັບສິນ.
ພົນລະເມືອງຄວນປະຕິບັດລະບຽບການ ແລະ ແນວທາງຂອງອຳນາດການປົກຄອງທ້ອງຖິ່ນຢ່າງເຂັ້ມງວດ; ແລະ ຮັກສາການພົວພັນກັບບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳໄທ ແລະ ກຳປູເຈຍ.

ປະຈຸບັນ, ພົນລະເມືອງສ່ວນຫຼາຍຢູ່ເຂດນີ້ໄດ້ຍົກຍ້າຍໄປຢູ່ເຂດປອດໄພ, ຫ່າງຈາກເຂດສູ້ຮົບ, ຕາມການຊີ້ນຳຂອງອຳນາດການປົກຄອງທ້ອງຖິ່ນ.

ເພື່ອຕອບສະໜອງບັນດາການຜັນແປໃໝ່, ກະຊວງການຕ່າງປະເທດ ໄດ້ປຶກສາຫາລືກັບບັນດາອົງການທີ່ກ່ຽວຂ້ອງຕີລາຄາສະພາບການ, ຊີ້ນຳບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ບັນດາປະເທດເຈົ້າພາບຕິດຕາມສະພາບການ, ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ ແລະ ການນຳປະຊາຄົມຊາວ ຫວຽດນາມ ເພື່ອເກັບກຳຂໍ້ມູນຂ່າວສານ, ກະກຽມແຜນການຮັບມືທີ່ຈຳເປັນເພື່ອປົກປັກຮັກສາພົນລະເມືອງ.
ເພື່ອໄດ້ຮັບການຊ່ວຍເຫຼືອໃນກໍລະນີມີຄວາມຕ້ອງການ, ໂຄສົກໄດ້ແນະນຳໃຫ້ພົນລະເມືອງຕິດຕໍ່ສາຍດ່ວນຂອງຄະນະທູດ ແລະ ສາຍດ່ວນປົກປ້ອງພົນລະເມືອງ, ກະຊວງການຕ່າງປະເທດທີ່ເບີ +84 981848484, +84 965411118; ອີເມວ: baohocongdan@gmail.com.
ທີ່ມາ: https://vietnamnet.vn/viet-nam-khuyen-cao-cong-dan-tai-khu-vuc-giao-tranh-giua-thai-lan-va-campuchia-2471619.html






(0)