Vietnam.vn - Nền tảng quảng bá Việt Nam

ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ໄອ​ແລນ

Báo Công thươngBáo Công thương01/03/2024


ຫວຽດ​ນາມ ຈະ​ແມ່ນ​ຕະ​ຫຼາດ​ໄລ​ຍະ​ຍາວ​ສຳ​ລັບ​ອາ​ຫານ​ທະ​ເລ, ນົມ ແລະ ຊີ້ນ​ຂອງ​ໄອ​ແລນ ຫວຽດ​ນາມ - ໄອ​ແລນ: ກາ​ລະ​ໂອ​ກາດ​ຮ່ວມ​ມື​ພັດ​ທະ​ນາ ​ກະ​ສິ​ກຳ ​ຫຼາຍ​ຢ່າງ.
Phó Thủ tướng, Bộ trưởng Ngoại giao và Quốc phòng Ireland Micheál Martin đón Bộ trưởng Ngoại giao Bùi Thanh Sơn tại trụ sở Bộ Ngoại giao Ireland. (Ảnh: Phong Hà/TTXVN)
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ປະ​ເທດ ໄອ​ແລນ Micheál Martin ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Bui Thanh Son ຢູ່​ສຳ​ນັກ​ງານ​ໃຫຍ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄອ​ແລນ. (ພາບ: ຟອງຮ່າ/VNA)

ຕາມ​ນັກ​ຂ່າວ VNA ທີ່​ລາຍ​ງານ​ຈາກ​ໄອ​ແລນ​ແລ້ວ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ໄອ​ແລນ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 29 ກຸມພາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bui Thanh Son ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ ​ນາຍົກລັດຖະມົນ ຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ປະ​ເທດ ​ໄອ​ແລນ Micheál Martin.

ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ລັດຖະມົນຕີ Bui Thanh Son, ເປັນການຢ້ຽມຢາມ ໄອແລນ ຢ່າງເປັນທາງການຄັ້ງທຳອິດ ຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຮອບ 20 ປີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ປ້ອງກັນປະເທດ ໄອແລນ Micheál Martin ຊົມເຊີຍ ຫວຽດນາມ ບັນລຸໄດ້ບັນດາຜົນງານດ້ານເສດຖະກິດ - ສັງຄົມ ແລະ ຕີລາຄາສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ສາກົນ; ຢືນຢັນ​ວ່າ ໄອ​ແລນ ຖື ຫວຽດນາມ ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ແລະ ປະຊາຊົນ ​ໄອ​ແລນ ມີ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ​ຕໍ່ ຫວຽດນາມ.

ຊົມເຊີຍການຢ້ຽມຢາມ ໄອແລນ ໃນສະພາບການມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດບັນລຸໄດ້ໝາກຜົນອັນດີງາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ໄອແລນ ແລະ ປາດຖະໜາຢາກເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ເພື່ອເປົ້າໝາຍການພັດທະນາແບບຍືນຍົງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ທົ່ວໂລກ.

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

​ໃນ​ດ້ານ​ການ​ເມືອງ-ການ​ທູດ, ສອງ​ລັດຖະມົນຕີ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ລະດັບ​ສູງ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລັດຖະສະພາ, ປະຕິບັດ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຄື: ສະຫະ​ປະຊາ​ຊາດ ​ແລະ ກົນ​ໄກ​ຮ່ວມ​ມື​ອາ​ຊຽນ - EU.

ທ່ານ Micheál Martin ກໍ່​ຫວັງ​ວ່າ​ໃນ​ໄວໆ​ນີ້ ຫວຽດນາມ ຈະ​ເປີດ​ສະຖານທູດ​ປະຈຳ​ໄອ​ແລນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ​ເປັນ​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ພົວພັນ​ສອງ​ປະ​ເທດ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ສຸດ​ຈາກ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA).

ທ່ານລັດຖະມົນຕີ Bui Thanh Son ສະເໜີ ໄອແລນ ຊຸກຍູ້ບັນດາວິສາຫະກິດລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ ໄອແລນ ມີຈຸດແຂງ ແລະ ເໝາະສົມກັບທິດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ເຊັ່ນ: ການຫັນເປັນດີຈີຕອນ, ການຫັນເປັນພະລັງງານ, ກະສິກຳເຕັກໂນໂລຢີສູງ ແລະ ອື່ນໆ.

ໄອແລນ ເນັ້ນໜັກວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ແລະ ຍັງມີຫຼາຍບ່ອນສຳລັບການຮ່ວມມືສອງຝ່າຍໃນຂົງເຂດນີ້; ຢືນຢັນວ່າຈະພິຈາລະນາຢ່າງຕັ້ງໜ້າກ່ຽວກັບເລື່ອງຫວຽດນາມ ຮຽກຮ້ອງໃຫ້ເລັ່ງລັດໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA) ແລະ ສະໜັບສະໜູນຄະນະກຳມາທິການເອີຣົບ (EC) ປົດ IUU “ບັດເຫຼືອງ” ໃຫ້ແກ່ບັນດາຜະລິດຕະພັນອາຫານທະເລຂອງຫວຽດນາມ ໂດຍໄວ ແລະ ຮຽກຮ້ອງໃຫ້ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ມີຄຸນນະພາບສູງຈາກໄອແລນ.

ທ່ານ​ລັດຖະມົນຕີ Bui Thanh Son ຂອບ​ໃຈ​ລັດຖະບານ ​ໄອ​ແລນ ທີ່​ຖື​ຫວຽດນາມ ​ເປັນ​ຄູ່​ຮ່ວມ​ມື​ບຸລິມະສິດ​ໃນ​ນະ​ໂຍບາຍ​ຮ່ວມ​ມື​ພັດທະນາ; ຕີ​ລາຄາ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຂອງ​ໄອ​ແລນ​ໃຫ້​ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ປາດ​ຖະໜາ​ວ່າ ​ໄອ​ແລນ ສືບ​ຕໍ່​ສະໜອງ ODA ​ໃຫ້​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ໜູນ​ຊ່ວຍ​ຜູ້​ດ້ອຍ​ໂອກາດ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດ, ບໍ່​ແຮ່.

ttxvn_bui_thanh_son.jpg
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍ​ແທງ​ເຊີນ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄອ​ແລນ Micheál Martin ​ໄດ້​ລົງ​ນາມ​ໃນ​ສັນຍາ​ເພີ່ມ​ທະວີ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ. (ພາບ: ຟອງຮ່າ/VNA)

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ປຶກສາ​ຫາລື​ດ້ານ​ນະ​ໂຍບາຍ, ບຳລຸງ​ສ້າງ​ທະຫານ​ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສົບ​ການ, ສົມທົບ​ກັນ​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຢີສູງ.

2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ສຶກສາ ​ແລະ ບຳລຸງ​ສ້າງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ສຶກສາ ຫວຽດນາມ ​ໄປ​ຮ່ຳຮຽນ​ຢູ່ ​ໄອ​ແລນ; ເປີດກວ້າງ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ໃຫ້​ຄົນ​ງານ​ຫວຽດ​ນາມ; ຜ່ອນ​ຄາຍ​ລະ​ບຽບ​ການ​ວີ​ຊາ​ເຂົ້າ​ເມືອງ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ; ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຄື: ພະລັງງານ​ທົດ​ແທນ, ​ເສດຖະກິດ​ດີ​ຈີ​ຕອນ, ການ​ຕອບ​ໂຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ລະດັບ​ນ້ຳ​ທະ​ເລ​ເພີ່ມ​ຂຶ້ນ.

ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຫັນ​ດີ​ສະໜັບສະໜູນ​ລັດທິ​ຫຼາຍ​ຝ່າຍ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ການ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄດ້​ແບ່ງປັນ​ຫຼັກ​ໝັ້ນ​ໃນ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ, ​ເຄົາລົບ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS).

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍ​ແທງ​ເຊີນ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ປະ​ເທດ ​ໄອ​ແລນ Micheál Martin ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພີ່ມ​ທະວີ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ./.



ທີ່ມາ

(0)

No data
No data

G-Dragon ໄດ້ລະເບີດຂຶ້ນກັບຜູ້ຊົມໃນລະຫວ່າງການສະແດງຂອງລາວຢູ່ຫວຽດນາມ
ແຟນເພດຍິງໃສ່ຊຸດແຕ່ງງານໄປຄອນເສີດ G-Dragon ທີ່ເມືອງ Hung Yen
ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat
​ເຂົ້າ​ໜຸ່ມ​ມີ​ໄຕ​ພວມ​ຈູດ​ໄຟ, ຟົດ​ຟື້ນ​ດ້ວຍ​ຈັງຫວະ​ການ​ຕຳ​ຂອງ​ສັດຕູ​ພືດ​ເພື່ອ​ປູກ​ພືດ​ໃໝ່.

ມໍລະດົກ

ຮູບ

ທຸລະກິດ

​ເຂົ້າ​ໜຸ່ມ​ມີ​ໄຕ​ພວມ​ຈູດ​ໄຟ, ຟົດ​ຟື້ນ​ດ້ວຍ​ຈັງຫວະ​ການ​ຕຳ​ຂອງ​ສັດຕູ​ພືດ​ເພື່ອ​ປູກ​ພືດ​ໃໝ່.

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ