
ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ແລະ ທ່ານເອກອັກຄະລັດຖະທູດ Ito Naoki ໄດ້ປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືໃນຂົງເຂດຂ່າວສານ ແລະ ສື່ສານ.
ທີ່ການພົບປະ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ແລະ ທ່ານເອກອັກຄະລັດຖະທູດ Ito Naoki ໄດ້ປຶກສາຫາລື ແລະ ແລກປ່ຽນກ່ຽວກັບການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະ ການສື່ສານ, ໃນນັ້ນມີ 5G, ການຫັນເປັນດີຈີຕອນ, ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານຄວາມປອດໄພທາງອິນເຕີແນັດ. ສອງຝ່າຍສະແດງຄວາມເຊື່ອໝັ້ນວ່າບັນດາຂົງເຂດດັ່ງກ່າວຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານ, ເປີດກາລະໂອກາດຮ່ວມມືໃໝ່.

ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ແລະ ບັນດາຜູ້ແທນຈາກບັນດາກົມກອງຂອງກະຊວງ ໄດ້ຖ່າຍຮູບທີ່ລະນຶກກັບທ່ານເອກອັກຄະລັດຖະທູດ Ito Naoki ແລະ ຜູ້ຕາງໜ້າສະຖານທູດຍີ່ປຸ່ນ ປະຈຳ ຫວຽດນາມ.
ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ: ໃນໄວໆນີ້ ຫວຽດນາມ ຈະປະກາດຍຸດທະສາດແຫ່ງຊາດກ່ຽວກັບອຸດສາຫະກຳ Semiconductor. ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ຍີ່ປຸ່ນ ໃນຂົງເຂດນີ້. ຫວຽດນາມ ສາມາດສະໜອງແຫຼ່ງຊັບພະຍາກອນມະນຸດໃນຂະແໜງອຸດສາຫະກຳ semiconductor ໃຫ້ແກ່ ຍີ່ປຸ່ນ, ຍີ່ປຸ່ນ ສາມາດເປີດໂຮງງານຜະລິດ semiconductor ຢູ່ ຫວຽດນາມ ຕື່ມອີກ ເພື່ອຂະຫຍາຍຕ່ອງໂສ້ການສະໜອງ. ພ້ອມກັນນັ້ນ, ສອງຝ່າຍສາມາດເພີ່ມທະວີການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລຂອງສອງປະເທດເພື່ອຝຶກອົບຮົມ, ແລກປ່ຽນນັກສຶກສາໃນຂົງເຂດນີ້.
ສຸດທ້າຍ, ທ່ານລັດຖະມົນຕີ ປາດຖະໜາວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຈະພັດທະນາຢ່າງແຮງໃນໄລຍະດຳລົງຕຳແໜ່ງຂອງທ່ານເອກອັກຄະລັດຖະທູດ.
ທີ່ມາ: https://mic.gov.vn/viet-nam-nhat-ban-tang-cuong-hop-tac-trong-linh-vuc-ttt-197240712184028238.htm






(0)