ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມໄກ່ເກ່ຍເພື່ອຊອກຫາວິທີແກ້ໄຂຄວາມຂັດແຍ່ງ ໂດຍສັນຕິແບບ ຍືນຍົງ, ດ້ວຍການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ຕອນບ່າຍວັນທີ 13 ກຸມພາ, ທີ່ການປະຊຸມຂ່າວ ປະຈຳກະຊວງການຕ່າງປະເທດ , ຕອບຄຳຊັກຖາມຂອງນັກຂ່າວກ່ຽວກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ໃນການພົບປະກັບປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ Davos, ປະເທດສະວິດ ໃນເດືອນແລ້ວນີ້, ທ່ານສະເໜີໃຫ້ ຫວຽດນາມ ສະໜອງທີ່ຕັ້ງ ແລະ ມານະພະຍາຍາມຈັດຕັ້ງບັນດາການເຄື່ອນໄຫວດີທີ່ສຸດເພື່ອຊອກຫາວິວັດທະນາການແກ້ໄຂບັນຫາຂັດແຍ້ງໂດຍສັນຕິວິທີ.
ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງປະຊາຄົມໂລກ ເພື່ອຊອກຫາວິທີແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິແບບຍືນຍົງ, ດ້ວຍການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມຂອງປະຊາຄົມໂລກ, ຊຸກຍູ້ການເຈລະຈາ, ຊອກຫາວິທີແກ້ໄຂໂດຍສັນຕິເພື່ອຢຸດຕິການປະທະກັນໂດຍໄວ./.
ທີ່ມາ










(0)