Vietjet ແລະ Emirates ຫາກໍ່ລົງນາມໃນຂໍ້ຕົກລົງຮ່ວມມືເພື່ອເປີດກວ້າງການເຊື່ອມຕໍ່ລະຫວ່າງບັນດານະຄອນໃຫຍ່ຂອງຫວຽດນາມ ແລະ Dubai, UAE, ກໍ່ຄືບັນດາຈຸດໝາຍປາຍທາງທົ່ວໂລກ.
ທີ່ເວທີປາໄສວິສາຫະກິດ ຫວຽດນາມ - UAE, ສາຍການບິນ Vietjet ແລະ Emirates ໄດ້ລົງນາມໃນສັນຍາຮ່ວມມືໂດຍທ່ານນາຍົກລັດຖະມົນຕີ Pham Minh Chinh .
ສັນຍາດັ່ງກ່າວຄາດວ່າຈະຊຸກຍູ້ການທ່ອງທ່ຽວ ແລະ ການຄ້າລະຫວ່າງສອງປະເທດ, ເປີດກາລະໂອກາດຮ່ວມມື ດ້ານເສດຖະກິດ , ການຄ້າ.
ຜູ້ຕາງໜ້າຂອງ Vietjet (ຊ້າຍ) ແລະ Emirates (ຂວາ) ໄດ້ລົງນາມໃນສັນຍາຮ່ວມມືເພື່ອເປີດກວ້າງການເຊື່ອມຕໍ່ສາກົນ ໂດຍທ່ານນາຍົກລັດຖະມົນຕີ Pham Minh Chinh (ກາງ) ຢູ່ Dubai, UAE.
ຕາມຂໍ້ຕົກລົງ, ຜູ້ໂດຍສານ Emirates ຈະສາມາດເຊື່ອມຕໍ່ກັບເຄືອຂ່າຍຂອງ Vietjet ຜ່ານຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ນະຄອນດ່ານັງ ຢ່າງສະດວກ. ພ້ອມກັນນັ້ນ, ຜູ້ໂດຍສານ Vietjet ຈະສາມາດເຂົ້າເຖິງເຄືອຂ່າຍທົ່ວໂລກຂອງ Emirates ຜ່ານສູນ Dubai ຂອງຕົນ, ດ້ວຍການບໍລິການ ແລະ ການເດີນທາງຢ່າງບໍ່ຢຸດຢັ້ງ. ທັງສອງສາຍການບິນຍັງຈະຮ່ວມມືກັນໃນການພັດທະນາເຕັກໂນໂລຊີແລະນະວັດຕະກໍາດິຈິຕອນໃນອຸດສາຫະກໍາການບິນ.
ທ່ານ Adnan Kazim, ຮອງປະທານແລະຜູ້ອຳນວຍການໃຫຍ່ການຄ້າຂອງ Emirates ໄດ້ຕີລາຄາວ່າ, ຫວຽດນາມ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອຊຸກຍູ້ການທ່ອງທ່ຽວ ແລະ ການຄ້າ.
ທ່ານ Kazim ແບ່ງປັນວ່າ, “ພວກຂ້າພະເຈົ້າຫວັງວ່າຈະຮ່ວມມືກັບ Vietjet ເພື່ອຂະຫຍາຍເສັ້ນທາງຂອງ Emirates ຢູ່ ຫວຽດນາມ ແລະ ຊອກຫາກາລະໂອກາດຮ່ວມມືຕື່ມອີກໃນອະນາຄົດ”.
ທ່ານ Dinh Viet Phuong, CEO ຂອງ Vietjet ສະແດງຄວາມຂອບອົກຂອບໃຈຕໍ່ Emirates ທີ່ເຊື່ອໝັ້ນໃນການເຊື່ອມຕໍ່ເຄືອຂ່າຍການບິນ ແລະ ການໂອນຜູ້ໂດຍສານກັບ Vietjet. ຕາມທ່ານເຟືອງແລ້ວ, ສາຍການບິນ Emirates ໃຫ້ບໍລິການ 5 ດາວ ຊ່ວຍໃຫ້ຜູ້ໂດຍສານ Vietjet ເຂົ້າເຖິງບັນດາຈຸດໝາຍປາຍທາງສາກົນທົ່ວໂລກດ້ວຍລາຄາດີທີ່ສຸດ, ປະກອບສ່ວນຊຸກຍູ້ເສດຖະກິດ, ວັດທະນະທຳລະຫວ່າງ ຫວຽດນາມ ແລະ UAE.
Vietjet ແມ່ນສາຍການບິນບຸກເບີກຢູ່ຫວຽດນາມ, ຕັ້ງໜ້າຜັນຂະຫຍາຍເຄືອຂ່າຍການບິນ ແລະ ການຮ່ວມມືສາກົນເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ປະກອບສ່ວນພັດທະນາແບບຍືນຍົງ. ໃນຂະນະດຽວກັນ, Emirates, ກໍ່ຕັ້ງຂຶ້ນໃນປີ 1985, ແມ່ນໜຶ່ງໃນສາຍການບິນສາກົນຊັ້ນນໍາລະດັບ 5 ດາວ, ໃຫ້ບໍລິການຫຼາຍກວ່າ 140 ປາຍທາງໃນ 6 ທະວີບ.
ທີ່ມາ: https://www.baogiaothong.vn/vietjet-hop-tac-cung-emirates-mo-rong-mang-bay-quoc-te-192241029205135601.htm







(0)