ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າຄະນະຜູ້ແທນ ກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 33 - ທ່ານຮອງຫົວໜ້າກົມກິລາຫວຽດນາມ ຫງວຽນຮົ່ງມິນ ໄດ້ຕີລາຄາສູງການໜູນຊ່ວຍຂອງບັນດາຜູ້ອຸປະຖຳ. ການສະໜັບສະໜູນພາກປະຕິບັດທາງດ້ານເທັກໂນໂລຍີ, ການສື່ສານ ແລະ ການເຊື່ອມຕໍ່ຈາກສອງທຸລະກິດຈະຊ່ວຍໃຫ້ຄູຝຶກ, ນັກກິລາ ແລະ ພະນັກງານຂອງຄະນະຜູ້ແທນມີຄວາມຮູ້ສຶກໝັ້ນໃຈ ແລະ ສະດວກສະບາຍຫຼາຍຂຶ້ນໃນລະຫວ່າງການແຂ່ງຂັນທີ່ປະເທດໄທ.


ທ່ານ ຫງວຽນຮົ່ງມິງ ໃຫ້ຮູ້ວ່າ: ດ້ວຍຄວາມເອົາໃຈໃສ່ຂອງການນຳພັກ, ລັດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ການກະກຽມຂອງຄະນະຜູ້ແທນກິລາ ຫວຽດນາມ ໄດ້ຮັບການຜັນຂະຫຍາຍໂດຍພື້ນຖານ. ບັນດານັກກິລາໄດ້ຮັບການຝຶກຊ້ອມ, ແຂ່ງຂັນ ແລະ ຝຶກຊ້ອມຢ່າງລະອຽດກ່ອນອອກໄປແຂ່ງຂັນກິລາ.
ຄະນະຜູ້ແທນກິລາຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 33 ມີສະມາຊິກ 1.165 ຄົນ, ໃນນັ້ນມີນັກກິລາ 842 ຄົນ, ຄູເຝິກ 189 ຄົນ, ນັກຊ່ຽວຊານ 19 ຄົນ, ເຂົ້າຮ່ວມການແຂ່ງຂັນ 47/66 ກິລາ, ດ້ວຍຈຳນວນ 443/573 ລາຍການ. ຄາດຄະເນວ່າຊີເກມຄັ້ງນີ້ຈະມີຄວາມດຸເດືອດ, ແຕ່ຄະນະຜູ້ແທນທັງໝົດລ້ວນແຕ່ຕັ້ງໃຈບັນລຸໝາກຜົນທີ່ດີທີ່ສຸດ, ນຳຄວາມສະຫງ່າລາສີມາສູ່ປະເທດຊາດ.
ດ້ວຍສັນຍາທີ່ໄດ້ຮັບການລົງນາມເມື່ອບໍ່ດົນມານີ້, ບໍລິສັດ Vietnamobile ເປັນຜູ້ໃຫ້ບໍລິການພື້ນຖານໂຄງລ່າງດີຈີຕອນ ຈະໃຫ້ການສະໜັບສະໜູນບັດ eSIM ສາກົນທີ່ມີຄວາມສາມາດສູງ 1.500 ອັນໃຫ້ແກ່ຄູຝຶກ, ນັກກິລາ ແລະ ເຈົ້າໜ້າທີ່ຄະນະຜູ້ແທນ. ຜ່ານວິທີແກ້ໄຂ eSIM, Vietnamobile ຫວັງວ່າຈະສ້າງ “ວົງຈອນເຊື່ອມຕໍ່ທີ່ບໍ່ຕິດຂັດ”, ຊ່ວຍໃຫ້ຄະນະຜູ້ແທນຕິດຕໍ່ພົວພັນຢ່າງຕັ້ງໜ້າ, ປັບປຸງຕາຕະລາງການແຂ່ງຂັນຢ່າງສະດວກ ແລະ ສະໜັບສະໜູນວຽກງານດ້ານວິຊາຊີບ ແລະ ເຕັກນິກໃນຕະຫຼອດການເດີນທາງໃນງານມະຫະກຳຊີເກມຄັ້ງທີ 33.
ຄຽງຄູ່ກັນນັ້ນ, ບໍລິສັດເຕັກໂນໂລຊີ Make in Vietnam, Coc Coc, ເຈົ້າຂອງບຣາວເຊີທີ່ມີຊື່ສຽງໃນຫວຽດນາມ ຈະເຂົ້າຮ່ວມຂະບວນການສື່ສານເພື່ອເປັນກຳລັງໃຈໃຫ້ຄະນະຜູ້ແທນກິລາ ຫວຽດນາມ.

ດ້ວຍກຳລັງແຮງຂອງເວທີທີ່ມີຜູ້ຊົມໃຊ້ກວ່າ 30 ລ້ານຄົນ, Coc Coc ໄດ້ສະເໜີຊຸດການສະໜັບສະໜູນສື່ມວນຊົນທີ່ມີມູນຄ່າ 1 ຕື້ດົ່ງ, ໃນນັ້ນມີ: ການອອກແບບຊ່ອງໂປຣໂມຊັນພິເສດຢູ່ໜ້າເວັບບຣາວເຊີ, ເຜີຍແຜ່ບັນດາຂໍ້ມູນສຳຄັນກ່ຽວກັບງານມະຫາກຳກິລາຊີເກມຄັ້ງທີ 33 ເຊັ່ນ: ຕາຕະລາງການແຂ່ງຂັນ, ໝາກຜົນຂອງແຕ່ລະກິລາ, ເວລາທີ່ໜ້າປະທັບໃຈຂອງຄະນະຜູ້ແທນກິລາຫວຽດນາມ; ການລວມເອົາຕຳແໜ່ງທີ່ໂດດເດັ່ນໃນໜ້າແຖບໃໝ່ ເພື່ອຊ່ວຍໃຫ້ແຟນໆອັບເດດໄດ້ໄວ, ເຜີຍແຜ່ອາລົມການແຂ່ງຂັນ ແລະເລື່ອງທີ່ດົນໃຈຈາກຜູ້ຫຼິ້ນ.
ທ່ານ ເຈີ່ນວັນແມ້ງ, ເລຂາທິການໃຫຍ່ຄະນະກຳມະການໂອລິມປິກ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກ Vietnamobile, Coc Coc ແລະ ບັນດາວິສາຫະກິດ, ພິເສດແມ່ນເງິນໂບນັດທັນການເພື່ອຊຸກຍູ້ໃຫ້ນັກກິລາບັນລຸໄດ້ໝາກຜົນສູງ.
ທ່ານເນັ້ນໜັກວ່າ: “ການໜູນຊ່ວຍຂອງວິສາຫະກິດແມ່ນກຳລັງແຮງອັນໃຫຍ່ຫຼວງ, ປະກອບສ່ວນສ້າງບັນດາຜົນງານທີ່ພົ້ນເດັ່ນ, ນຳກິລາຫວຽດນາມ ເຂົ້າສູ່ລະດັບພາກພື້ນ ແລະ ທະວີບ”.
ທີ່ມາ: https://baovanhoa.vn/the-thao/vietnamobile-va-coc-coc-dong-hanh-tai-tro-doan-the-thao-viet-nam-tai-sea-games-33-185492.html






(0)