ນີ້​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ມີ​ຄວາມ​ໝາຍ, ຢືນຢັນ​ຄວາມ​ສາມາດ ​ແລະ ອິດ​ທິພົນ​ຂອງ VinFast ​ແລະ Vinhomes ​ໃນ​ການ​ເດີນທາງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສ້າງ​ອະນາຄົດ​ສີຂຽວ, ປັບປຸງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່, ປະກອບສ່ວນ​ຍົກ​ສູງ​ຊື່​ສຽງ ​ແລະ ຄຸນຄ່າ​ຂອງ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ໃນ​ເວທີ​ສາກົນ.

Net Zero A1.jpg
ບໍ​ລິ​ສັດ Vingroup ໄດ້​ຮັບ​ກຽດ​ເປັນ “ຍີ່​ຫໍ້​ແຫ່ງ​ຊາດ​ຫວຽດ​ນາມ 2024” ດ້ວຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ແມ່ນ​ລົດ​ໄຟ​ຟ້າ VinFast ແລະ​ລົດ​ຈັກ​ໄຟ​ຟ້າ. ພາບ: ຄະນະຈັດຕັ້ງ

​ໂຄງການ “​ເຄື່ອງໝາຍ​ຍີ່​ຫໍ້​ແຫ່ງ​ຊາດ​ຫວຽດນາມ” ​ໄດ້​ເຊີດ​ຊູ​ບັນດາ​ຜະລິດ​ຕະພັນ ​ແລະ ຍີ່​ຫໍ້​ທຸລະ​ກິດ​ທີ່​ດີ​ເດັ່ນ​ທີ່​ເໝາະ​ສົມ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ຜະລິດ ​ແລະ ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ຫວຽດນາມ ດ້ວຍ​ກຳລັງ​ແກ່ງ​ແຍ້​ງ​ໃນ​ເວທີ​ສາກົນ. ​ຫົວ​ຂໍ້​ຂອງ​ໂຄງການ​ປີ 2024 ​ແມ່ນ “ກ້າວ​ເຂົ້າ​ສູ່​ຍຸກ​ຂຽວ” ​ໂດຍ​ມີ​ຂໍ້ຄວາມ​ທີ່​ຈະ​ແຈ້ງ​ວ່າ ການ​ພັດທະນາ​ຕ້ອງ​ຍືນ​ຍົງ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ທີ່ພິທີມອບລາງວັນ, Vinhomes ແລະ VinFast ໄດ້ຮັບການຍອມຮັບວ່າເປັນບັນດາຜະລິດຕະພັນແຖວໜ້າໃນຂະແໜງການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການເຄື່ອນທີ່ສີຂຽວ ແລະ ຫັນເປັນສີຂຽວຢ່າງແຂງແຮງ, ມຸ່ງໄປເຖິງເປົ້າໝາຍ Net Zero ຮອດປີ 2050.

Net Zero A2.jpg
ບໍລິສັດຫຸ້ນສ່ວນ Vinhomes ກໍ່ໄດ້ຮັບກຽດເປັນ “ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ” ດ້ວຍບັນດາໂຄງການອະສັງຫາລິມະຊັບທີ່ພົ້ນເດັ່ນ, ຢັ້ງຢືນທີ່ຕັ້ງແຖວໜ້າຂອງຕະຫຼາດຫວຽດນາມ. ຮູບພາບ: BTC

ເພື່ອເປັນກຽດ, ຕ່ອງໂສ້ຜະລິດຕະພັນ ແລະ ການບໍລິການຂອງ VinFast ແລະ Vinhomes ຕ້ອງຜ່ານການຄັດເລືອກໂດຍບັນດານັກຊ່ຽວຊານດ້ານການເງິນເອກະລາດ ແລະ ອົງການຈັດລໍາດັບ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ກົມ, ຂະແໜງການສູນກາງ, ໂດຍອີງໃສ່ບັນດາມາດຖານການຕີລາຄາຢ່າງຮອບດ້ານ.

ຕາມ​ນັ້ນ​ແລ້ວ, VinFast ​ໄດ້​ສ້າງ​ເຄື່ອງໝາຍ​ຂອງ​ຕົນ​ຢູ່​ບັນດາ​ຕະຫຼາດ​ຫວຽດນາມ ​ແລະ ສາກົນ ດ້ວຍ​ລະບົບ​ນິ​ເວດ​ລົດ​ໄຟຟ້າ​ສະຫຼາດ, ກວມ​ເອົາ​ທຸກ​ພາກສ່ວນ. ຜະລິດຕະພັນ VinFast ມີຄຸນນະພາບສູງ, ການອອກແບບທີ່ທັນສະໃໝ, ເປັນທີ່ຮັກແພງຂອງຜູ້ບໍລິໂພກ ແລະ ໄດ້ກາຍເປັນຍີ່ຫໍ້ລົດທີ່ຂາຍດີທີ່ສຸດຢູ່ຫວຽດນາມ. ພິ​ເສດ, VinFast ​ໄດ້​ປະກອບສ່ວນ​ບຸກ​ເບີກ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສີຂຽວ, ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ກາກ​ບອນ, ພ້ອມ​ກັນ​ນັ້ນ​ກໍ່​ຍູ້​ແຮງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ສ້າງ​ອະນາຄົດ​ສີຂຽວ​ແບບ​ຍືນ​ຍົງ.

Net Zero A3.jpg
ທີ່​ງານ​ລ້ຽງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ໄປ​ຢ້ຽມຢາມ​ຮ້ານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ຂອງ​ບັນດາ​ເຄື່ອງໝາຍ VinFast ​ແລະ Vinhomes. ພາບ: ຄະນະຈັດຕັ້ງ

ດ້ວຍ Vinhomes, ຜະລິດຕະພັນທີ່ຢູ່ອາໄສຂອງບໍລິສັດຍັງຢືນຢັນຈຸດຢືນແຖວໜ້າຂອງຕະຫຼາດອະສັງຫາລິມະຊັບຫວຽດນາມ ດ້ວຍການອອກແບບທີ່ທັນສະໄໝ, ພື້ນຖານໂຄງລ່າງທີ່ສອດຄ່ອງກັນ ແລະ ພື້ນທີ່ດຳລົງຊີວິດສີຂຽວ, ຕອບສະໜອງຄວາມຕ້ອງການທີ່ຢູ່ອາໄສທີ່ມີຄຸນນະພາບສູງຂອງປະຊາຊົນຫວຽດນາມ ແລະ ປະຊາຄົມສາກົນ. Vinhomes ຍັງເປັນແຖວໜ້າຂອງການພັດທະນາອະສັງຫາລິມະຊັບສີຂຽວ ແລະ ຊຸກຍູ້ການຫັນເປັນສີຂຽວ ດ້ວຍການສ້າງສະພາບແວດລ້ອມຊີວິດການເປັນຢູ່ແບບຍືນຍົງ ຈາກລະບົບສາທາລະນູປະໂພກ, ພື້ນຖານໂຄງລ່າງ ໄປສູ່ການເຄື່ອນໄຫວຊຸມຊົນໃນຕົວເມືອງ.

ທ່ານ ຫງວຽນຫວຽດກວາງ, ຮອງປະທານສະພາບໍລິຫານ ແລະ ຜູ້ອໍານວຍການໃຫຍ່ວິສາຫະກິດ Vingroup ແບ່ງປັນວ່າ: “ການໄດ້ຮັບການຮັບຮອງເປັນເຄື່ອງໝາຍການຄ້າແຫ່ງຊາດ ບໍ່ພຽງແຕ່ແມ່ນແຫຼ່ງຄວາມພາກພູມໃຈຂອງ Vinhomes ແລະ VinFast ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຊື່ສຽງຂອງຄຸນນະພາບຜະລິດຕະພັນ, ກໍ່ຄືຄວາມມານະພະຍາຍາມຂອງວິສາຫະກິດໃນການເດີນທາງກໍ່ສ້າງບັນດາກາລະໂອກາດສີຂຽວແບບຍືນຍົງໃຫ້ແກ່ຄົນລຸ້ນໃໝ່ນີ້. VinFast ​ເມື່ອ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ຄ້າ​ສາກົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ”.

Net Zero A4.jpg
ຫໍ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ບັນລຸ​ໄດ້ “​ເຄື່ອງໝາຍ​ແຫ່ງ​ຊາດ​ຫວຽດນາມ 2024” ຂອງ​ວິ​ສາ​ຫະກິດ Vingroup ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ພາບ: ຄະນະຈັດຕັ້ງ

VinFast ​ແລະ Vinhomes ​ແມ່ນ​ສອງ​ຍີ່​ຫໍ້​ສຳຄັນ​ຂອງ​ວິ​ສາ​ຫະກິດ Vingroup - ​ເປັນ​ບໍລິສັດ​ບຸກ​ເບີກ​ໃນ​ການ​ຜັນ​ຂະຫຍາຍ​ລາຍການ “ນ້ຳ​ໃຈ​ຫວຽດນາມ ​ເຂັ້ມ​ແຂງ - ​ເພື່ອ​ອະນາຄົດ​ສີຂຽວ” ​ແລະ ພວມ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ແຮງ​ຈາກ​ປະຊາ​ຄົມ. ຄວາມຈິງທີ່ວ່າ Vinhomes ແລະ VinFast ໄດ້ຮັບກຽດເປັນສິນຄ້າ - ຍີ່ຫໍ້ແຫ່ງຊາດຂອງຫວຽດນາມ ໃນປີດ້ວຍຫົວຂໍ້ “ສູ້ຊົນມຸ່ງໄປເຖິງຍຸກສີຂຽວ” ອີກເທື່ອໜຶ່ງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈອັນສະເໝີຕົ້ນສະເໝີປາຍຂອງ Vingroup ແລະບັນດາບໍລິສັດສະມາຊິກໃນທິດທາງຫັນເປັນສີຂຽວ ແລະ ພັດທະນາແບບຍືນຍົງສຳລັບປະຈຸບັນ ແລະ ອະນາຄົດ.

ດິງ