ໃນ 5 ເດືອນຕົ້ນປີ 2023, ກຳປູເຈຍໄດ້ຕ້ອນຮັບ ນັກທ່ອງທ່ຽວ ສາກົນປະມານ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 500% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
| ນັກທ່ອງທ່ຽວຈີນໄປຮອດສະໜາມບິນເພື່ອເດີນທາງໄປກຳປູເຈຍ. (ທີ່ມາ: THX) |
ໃນກອງປະຊຸມຄັ້ງມໍ່ໆມານີ້ລະຫວ່າງຄະນະລັດ ຖະບານ ແລະພາກເອກະຊົນເພື່ອຊຸກຍູ້ການຟື້ນຟູຂະແໜງການທ່ອງທ່ຽວຂອງກຳປູເຈຍ, ທ່ານລັດຖະມົນຕີວ່າການກະຊວງທ່ອງທ່ຽວກຳປູເຈຍກ່າວວ່າ, ໃນ 5 ເດືອນຕົ້ນປີນີ້, ບັນດາຈຸດໝາຍປາຍທາງໃນທົ່ວປະເທດໄດ້ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 10 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວສາກົນປະມານ 2,1 ລ້ານເທື່ອຄົນເພີ່ມຂຶ້ນ 530,5%.
ບັນດາປະເທດນຳໜ້າກ່ຽວກັບຈຳນວນນັກທ່ອງທ່ຽວທີ່ໄປທ່ຽວກຳປູເຈຍແມ່ນໄທ, ຫວຽດນາມ ແລະ ຈີນ.
ຕາມທ່ານທອງຄອນແລ້ວ, ໃນປີ 2023, ກຳປູເຈຍຄາດວ່າຈະຕ້ອນຮັບນັກທ່ອງທ່ຽວສາກົນປະມານ 4 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນປະເທດຢ່າງໜ້ອຍ 16 ລ້ານເທື່ອຄົນ.
ຕົວເລກນີ້ແມ່ນສອດຄ່ອງກັບການຄາດຄະເນໃນແຜນຜັງຂອງແຜນການເພື່ອຊຸກຍູ້ການຟື້ນຟູອຸດສາຫະກຳທ່ອງທ່ຽວຂອງກຳປູເຈຍໃນລະຫວ່າງ ແລະ ຫຼັງວິກິດການ Covid-19.
ຕາມນັ້ນແລ້ວ, ຄາດວ່າຂະແໜງການທ່ອງທ່ຽວຂອງປະເທດອາຊີຕາເວັນອອກສ່ຽງໃຕ້ຈະໃຊ້ເວລາປະມານ 5 ປີເພື່ອຟື້ນຟູ ແລະ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຂຶ້ນສູ່ລະດັບດຽວກັບກ່ອນການແຜ່ລະບາດຂອງພະຍາດໂຄວິດ-19, ນັ້ນແມ່ນປີ 2025 ຫຼື 2026.
ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກຳປູເຈຍພວມສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວແຫ່ງຊາດໄລຍະ 2023-2035 ເພື່ອຊຸກຍູ້ການຟື້ນຟູການທ່ອງທ່ຽວໃນໄລຍະ ແລະ ພາຍຫຼັງວິກິດການ Covid-19.
ຮ່າງແຜນຍຸດທະສາດແຫ່ງຊາດພັດທະນາການທ່ອງທ່ຽວ 2023-2035 ຂອງກຳປູເຈຍ ໄດ້ວາງອອກ 3 ເປົ້າໝາຍ ແລະ 10 ທິດທາງຍຸດທະສາດ.
ສຸມໃສ່ 5 ເນື້ອໃນຕົ້ນຕໍ, ໃນນັ້ນມີການພັດທະນາບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຫົວຄິດປະດິດສ້າງ ແລະ ມີລັກສະນະສ້າງສັນຂອງກຳປູເຈຍ; ການຕະຫຼາດ ແລະ ສົ່ງເສີມການທ່ອງທ່ຽວ; ເສີມຂະຫຍາຍຄຸນນະພາບ ແລະ ຄວາມປອດໄພໃນຂະແໜງທ່ອງທ່ຽວ; ກໍ່ສ້າງພື້ນຖານໂຄງລ່າງເພື່ອສະໜັບສະໜູນການເຊື່ອມຕໍ່, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວທ່ອງທ່ຽວ ແລະ ໂຄສະນາເອກະລັກກຳປູເຈຍໃນຂະແໜງການທ່ອງທ່ຽວ.
ທີ່ມາ






(0)