ການເຂົ້າເມືອງຜິດກົດໝາຍໄດ້ເປັນຄວາມເປັນຫ່ວງອັນໃຫຍ່ຫຼວງຂອງອັງກິດໃນຊຸມປີມໍ່ໆມານີ້. (ທີ່ມາ: Telegraph) |
ນອກຈາກການສະກັດກັ້ນການເຄື່ອນຍ້າຍຖິ່ນຖານຢ່າງຜິດກົດໝາຍແລ້ວ, ສັນຍາຍັງຈະລວມມີການເຄື່ອນໄຫວຮ່ວມຂອງຕຳຫຼວດລະຫວ່າງສອງປະເທດຕ້ານວົງການຄ້າມະນຸດ ແລະ ການຄ້າວັດຖຸອຸປະກອນທີ່ໃຊ້ໃນການກໍ່ສ້າງເຮືອ.
ບັນຫາຄົນເຂົ້າເມືອງຜິດກົດໝາຍໃນປະຈຸບັນແມ່ນຈຸດໃຈກາງຂອງວາລະ ການເມືອງ ໃນອັງກິດ, ກ່ອນການເລືອກຕັ້ງທີ່ຈະມາເຖິງ, ໃນປີ 2024.
ຕາມນັ້ນແລ້ວ, ລອນດອນ ຢືນຢັນຈະໜູນຊ່ວຍການກໍ່ສ້າງສູນຕຳຫຼວດແຫ່ງໃໝ່ຢູ່ Ankara ບົນພື້ນຖານການຮ່ວມມືລະຫວ່າງ 2 ປະເທດກ່ຽວກັບການປະຕິບັດກົດໝາຍ.
ມື້ດຽວກັນ, ລັດຖະບານ ອັງກິດກ່າວວ່າ, ພາຍໃຕ້ບົດບັນທຶກຄວາມເຂົ້າໃຈໃໝ່ກັບຕວກກີ, ການແລກປ່ຽນຂໍ້ມູນດ້ານພາສີລະຫວ່າງສອງຝ່າຍຈະດຳເນີນໄປຢ່າງວ່ອງໄວກວ່າ.
ລັດຖະມົນຕີກະຊວງພາຍໃນຂອງອັງກິດ Suella Braverman ກ່າວວ່າ: "ການຮ່ວມມືຂອງພວກເຮົາກັບTürkiye - ເປັນເພື່ອນສະຫນິດແລະພັນທະມິດ - ຈະຊ່ວຍໃຫ້ອົງການບັງຄັບໃຊ້ກົດຫມາຍຂອງພວກເຮົາເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາສາກົນແລະແກ້ໄຂການລັກລອບອົບພະຍົບໃນເຮືອຂະຫນາດນ້ອຍ."
ກ່ອນໜ້ານີ້, ທ່ານ Rishi Sunak ນາຍົກລັດຖະມົນຕີ ອັງກິດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຫຼຸດຈຳນວນຄົນເຂົ້າເມືອງຜິດກົດໝາຍ ເຂົ້າມາຢູ່ ອັງກິດ ໃນປີ 2023, ໃນຂະນະທີ່ທ່ານ ພະຍາຍາມຮັດແຄບຊ່ອງຫວ່າງກັບພັກແຮງງານຝ່າຍຄ້ານ, ພວມນຳໜ້າໃນການສຳຫຼວດຄວາມຄິດເຫັນ.
ທີ່ມາ
(0)