
ຜູ້ໂດຍສານຊື້ປີ້ອອນໄລນ໌ໃນເວັບໄຊທ໌ https://dsvn.vn ຂອງທາງລົດໄຟຫວຽດນາມ. ຫຼັງຈາກສໍາເລັດການຈອງແລະຊໍາລະ, ຜູ້ໂດຍສານຈະໄດ້ຮັບໃບຮັບເງິນເອເລັກໂຕຣນິກ. ຜູ້ໂດຍສານຕ້ອງໄປຮອດສະຖານີລົດໄຟປະມານ 1 ຊົ່ວໂມງກ່ອນເວລາລົດໄຟອອກເດີນທາງ, ສະແດງໜັງສືຜ່ານແດນທີ່ມີວີຊາ ແລະ ໃບຮັບເງິນເພື່ອເຮັດຂັ້ນຕອນການເກັບປີ້.
ປະຈຸບັນ, ອຸດສາຫະກຳທາງລົດໄຟພວມສືບຕໍ່ຮ່ວມມືກັບທາງລົດໄຟຈີນເພື່ອຂະຫຍາຍການຂາຍປີ້ທາງອອນລາຍໃຫ້ຜູ້ໂດຍສານທີ່ຊື້ປີ້ລົດໄຟສາກົນທີ່ຜ່ານສະຖານີໜານໜິງໄປຍັງສະຖານີດັ່ງນີ້: ກຸ້ຍລິນເໜືອ, ເຮີຢາງ, ຊາງຊາ, ຈ່ຽງໂຈ່ວ, ປັກກິ່ງຕາເວັນຕົກ (ຈີນ).
ຕາມ ບໍລິສັດທາງລົດໄຟຫວຽດນາມ ແລ້ວ, ສະຖິຕິຜູ້ໂດຍສານທາງລົດໄຟສາກົນສະແດງໃຫ້ເຫັນວ່າ, ຜູ້ໂດຍສານຫວຽດນາມກວມ20%, ຜູ້ໂດຍສານຈີນກວມ75%, ແລະປະເທດອື່ນໆກວມ5%.
ທີ່ມາ: https://www.sggp.org.vn/ban-ve-truc-tuyen-tau-lien-van-di-trung-quoc-post817242.html
(0)