ວັນທີ 5 ພະຈິກ 2024, ສະຫະລັດໄດ້ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີໂດຍມີຜູ້ສະໝັກ 2 ທ່ານ ຄື: ຮອງປະທານາທິບໍດີ Kamala Harris ຂອງພັກເດໂມແຄຣັດ ແລະ ອະດີດປະທານາທິບໍດີ Donald Trump ຂອງພັກຣີພັບບລິກັນ.
ຂະນະທີ່ວຽກງານການຕ່າງປະເທດເປັນຄວາມເປັນຫ່ວງອັນໃຫຍ່ຫຼວງຂອງຜູ້ມີສິດເລືອກຕັ້ງ, ບັນຫາພາຍໃນປະເທດມີທ່າທາງທີ່ຈະກຳນົດວ່າໃຜຈະເປັນປະທານາທິບໍດີອາເມລິກາຄົນຕໍ່ໄປ. ຂໍ້ມູນສະແດງໃຫ້ເຫັນວ່າ: ເສດຖະກິດ , ການເຂົ້າເມືອງ, ການເຂົ້າເຖິງການດູແລສຸຂະພາບທີ່ສາມາດຊື້ໄດ້, ທີ່ຢູ່ອາໄສ, ແລະ ອື່ນໆແມ່ນບັນຫາທີ່ພົ້ນເດັ່ນທີ່ສຸດສຳລັບຜູ້ມີສິດເລືອກຕັ້ງອາເມລິກາ. ພັກຣີພັບບລີກັນໄດ້ສຸມໃສ່ອັດຕາເງິນເຟີ້ແລະເສດຖະກິດ, ໃນຂະນະທີ່ພັກເດໂມແຄຣັດເນັ້ນຫນັກເຖິງສິດທິການເອົາລູກອອກແລະຊຸກຍູ້ການເຕີບໂຕຂອງທຸລະກິດຂະຫນາດນ້ອຍ. ທັງສອງຝ່າຍໄດ້ຊີ້ແຈງແຜນການແກ້ໄຂວິກິດການຄົນເຂົ້າເມືອງທີ່ເພີ່ມຂຶ້ນຢູ່ໃນສະຫະລັດ.
ທີ່ມາ: https://baotintuc.vn/infographics/bau-cu-my-2024-khac-biet-chinh-sach-cua-hai-ung-cu-vien-tong-thong-20241105063754808.htm
(0)