ຕາມການປະກາດຂອງກະຊວງ ການຕ່າງປະເທດ ໃນວັນທີ 27/5, ຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tae Yul, ທ່ານລັດຖະມົນຕີການຕ່າງປະເທດ Bui Thanh Son ຈະມາຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການແຕ່ວັນທີ 30/5 – 1/6.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ໄດ້ດຳເນີນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການແຕ່ວັນທີ 30/5 – 1/6.
ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ດຳເນີນໃນສະພາບການທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາດີທີ່ສຸດ. ໃນດ້ານການເມືອງ ແລະ ການທູດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suck Yeol ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງ ສ.ເກົາຫຼີ, ແມ່ນຈຸດສຸມໃນການປະຕິບັດຍຸດທະສາດອິນໂດ ປາຊີຟິກ ແລະ ຂໍ້ລິເລີ່ມສາມັກຄີ ອາຊຽນ - ສ.ເກົາຫຼີ. 2 ປະເທດຮັກສາການແລກປ່ຽນຢູ່ທຸກຂັ້ນ ແລະ ທ້ອງຖິ່ນເປັນປະຈຳ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສ.ເກົາຫຼີ ສືບຕໍ່ຖືເປັນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ. ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນສະສົມ 87 ຕື້ USD (ຮອດເດືອນ 4/2024), ພ້ອມທັງແມ່ນຄູ່ຮ່ວມມືໃຫຍ່ອັນດັບສອງຂອງຫວຽດນາມ ໃນການຮ່ວມມື ODA ແລະ ເປັນຄູ່ຮ່ວມມືໃຫຍ່ອັນດັບ 3 ໃນການຮ່ວມມືດ້ານແຮງງານ ແລະ ການຄ້າ. ກ່ຽວກັບການພົບປະແລກປ່ຽນປະຊາຊົນ, ປະຈຸບັນ ມີຊາວຫວຽດນາມ 270.000 ຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສ.ເກົາຫຼີ. ໃນປີ 2023, ຈຳນວນນັກທ່ອງທ່ຽວ ສ.ເກົາຫຼີ ມາຫວຽດນາມ ບັນລຸ 3,6 ລ້ານເທື່ອຄົນ, ຢືນອັນດັບທີ 1 ໃນບັນດານັກທ່ອງທ່ຽວສາກົນມາຫວຽດນາມ. ໃນຂະນະນັ້ນ, ຈຳນວນນັກທ່ອງທ່ຽວຫວຽດນາມ ໄປສ.ເກົາຫຼີ ບັນລຸ 500.000 ກວ່າເທື່ອຄົນ. ໃນ 4 ເດືອນຕົ້ນປີ 2024, ສ.ເກົາຫຼີ ຍັງຄົງແມ່ນຕະຫຼາດນັກທ່ອງທ່ຽວໃຫຍ່ທີ່ສຸດມາຫວຽດນາມ ດ້ວຍ 1,6 ລ້ານເທື່ອຄົນ, ກວມເອົາ 25,8% ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ. ໃນສະພາບການນັ້ນ, ການຢ້ຽມຢາມ ສ.ເກົາຫຼີ ເປັນທາງການຂອງທ່ານລັດຖະມົນຕີການຕ່າງປະເທດ Bui Thanh Son ເພື່ອແນໃສ່ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ສະແດງໃຫ້ເຫັນຄວາມເຄົາລົບ ແລະ ປາດຖະໜາຂອງຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ. ການຢ້ຽມຢາມຍັງສືບຕໍ່ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືຂັ້ນສູງ ແລະບັນດາໝາກຜົນສຳຄັນບັນລຸໄດ້ໃນການຢ້ຽມຢາມຂອງຜູ້ນຳສອງປະເທດໃນໄລຍະມໍ່ໆມານີ້, ພິເສດແມ່ນໃນຂົງເຂດການເມືອງ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ເສດຖະກິດ, ການຄ້າ, ການລົງທຶນ, ການຊ່ວຍເຫຼືອພັດທະນາ, ການທະນາຄານ ແລະ ການເງິນ, ການຮ່ວມມືດ້ານແຮງງານ, ວິທະຍາສາດ ແລະ ເຕັກໂນໂລຊີ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຂົນສົ່ງ, ພື້ນຖານໂຄງລ່າງ, ການສຶກສາ, ການຮ່ວມມືວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.
Baoquocte.vn
ທີ່ມາ: https://baoquocte.vn/bo-truong-ngoai-giao-bui-thanh-son-sap-tham-chinh-thuc-han-quoc-272808.html
(0)