ກປ.ອອນໄລ - ວັນທີ 22 ພະຈິກ, ບໍລິສັດການບິນ Vietravel ໄດ້ຕ້ອນຮັບ “ສະມາຊິກໃໝ່” ດ້ວຍລະຫັດ 9H-SWN ຂຶ້ນກັບບໍລິສັດ Avion Express. ດ້ວຍການເຂົ້າຮ່ວມຂອງສະມາຊິກໃໝ່ນີ້, ສາຍການບິນ Vietravel ສະແດງໃຫ້ເຫັນວ່າ ໄດ້ກະກຽມຢ່າງຮອບຄອບສຳລັບແຜນການຮັບໃຊ້ຜູ້ໂດຍສານໃນໄລຍະສູງສຸດໃນທ້າຍປີ 2024 ແລະ ບຸນກຸດຈີນ 2025.
Aviion Express ເປັນຜູ້ໃຫ້ບໍລິການໃຫ້ເຊົ່າເຮືອບິນ ແລະ ACMI ມີສໍານັກງານໃຫຍ່ຢູ່ໃນ Vilnius, Lithuania. ດ້ວຍການຮ່ວມມືດັ່ງກ່າວ, ບໍລິສັດການບິນ Vietravel ຫວັງວ່າຈະສືບຕໍ່ພັດທະນາຕາໜ່າງການບິນຂອງຕົນ ແລະ ໃຫ້ຜູ້ໂດຍສານມີການເລືອກເຟັ້ນບັນດາຜະລິດຕະພັນການບິນ
ຂອງການທ່ອງທ່ຽວ , ເສີມຂະຫຍາຍພາລະກິດຂອງສາຍການບິນເພື່ອສຳຜັດກັບວັດທະນະທຳທ້ອງຖິ່ນໃນໄລຍະຈະມາເຖິງ. ໃນກາງເດືອນພະຈິກ, ທ່ານ ດ່າວດຶກວູ, ຜູ້ອຳນວຍການໃຫຍ່ສາຍການບິນ Vietravel ແລະ ຄູ່ຮ່ວມມືການບິນ VIT AIR (ໄທ) ໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດຢ່າງເປັນທາງການ. ຕາມນັ້ນແລ້ວ, VIT AIR ກາຍເປັນຕົວແທນຜູ້ໂດຍສານທົ່ວໄປຂອງສາຍການບິນ Vietravel ຢູ່ຕະຫຼາດໄທ. ດ້ວຍການແຕ່ງຕັ້ງ VIT AIR ເປັນຕົວແທນທົ່ວໄປໃໝ່, ສາຍການບິນ Vietravel ຫວັງວ່າຈະດຶງດູດຜູ້ໂດຍສານໄທມາຫວຽດນາມ ດ້ານການທ່ອງທ່ຽວ ແລະ ການຄ້າໃຫ້ຫຼາຍຂຶ້ນ, ພ້ອມທັງສະໜັບສະໜູນສາຍການບິນເພື່ອໂຄສະນາພາບພົດ, ເປີດໂອກາດດຳເນີນທຸລະກິດໃໝ່ໃນຕະຫຼາດໄທໃນໄລຍະຈະມາເຖິງ.

VIT AIR ເປັນບໍລິສັດທ່ອງທ່ຽວພາຍໃຕ້ບໍລິສັດ MIRAMAR GROUP THAILAND, ສ້າງຕັ້ງຂຶ້ນໃນປີ 1994 ດ້ວຍປະສົບການເກືອບ 30 ປີໃນຂະແໜງການບິນ ແລະ ການທ່ອງທ່ຽວ. ປະຈຸບັນ, VIT AIR ແມ່ນຕົວແທນທົ່ວໄປຂອງສາຍການບິນໃນພາກພື້ນອາຊີເຊັ່ນ: Srilanka Airlines, Greater Bay Airlines, SkyAngkor Airlines, Tiger Air Taiwan, Lucky Air. ດ້ວຍຄວາມສາມາດບົ່ມຊ້ອນທາງດ້ານເຕັກໂນໂລຢີ, ພະນັກງານທີ່ມີປະສົບການ, ມີຄວາມເຂົ້າໃຈດີກ່ຽວກັບຕະຫຼາດທ້ອງຖິ່ນ, VIT AIR ຄາດວ່າຈະຊ່ວຍໃຫ້ສາຍການບິນ Vietravel ເຈາະເລິກເຂົ້າຕະຫຼາດໄທ, ເຊິ່ງມີຜູ້ໂດຍສານເປັນຈຳນວນຫຼວງຫຼາຍ ແລະ ເຕີບໂຕຢ່າງວ່ອງໄວ.
ດ້ວຍເປົ້າໝາຍລວມເພື່ອນຳເອົາປະສົບການໃໝ່ ແລະ ຄຸນຄ່າທີ່ດີທີ່ສຸດມາສູ່ຜູ້ໂດຍສານ, ສາຍການບິນ Vietravel ແລະ VIT AIR ໃຫ້ຄຳໝັ້ນສັນຍາຈະເຮັດວຽກຮ່ວມກັນເພື່ອສະໜອງການບໍລິການທີ່ດີທີ່ສຸດໃຫ້ແກ່ລູກຄ້າ ແລະ ຄູ່ຮ່ວມມື.
ທີ່ມາ: https://www.vietravel.com/vn/nhat-ky-vietravel/chao-don-thanh-vien-moi-gia-nhap-dai-gia-dinh-vietravel-airlines-v16045.aspx
(0)