ຕາມ​ສະຖິຕິ​ຂອງ​ກົມ​ພາສີ, ​ໃນ 2 ​ເດືອນ​ຕົ້ນ​ປີ​ນີ້, ປະ​ເທດ​ເຮົາ​ໄດ້​ສົ່ງ​ອອກ​ໝາກມ່ວງ​ຫິມະ​ພານ​ເກືອບ 66.400 ​ໂຕນ, ສ້າງ​ລາຍ​ຮັບ​ໄດ້ 455,3 ລ້ານ USD, ຫຼຸດ​ລົງ 27,4% ​ໃນ​ດ້ານ​ມູນ​ຄ່າ ​ແລະ 7,4% ​ເປັນ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຄຽງ​ຄູ່​ກັນ​ນັ້ນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ໃຊ້​ເງິນ​ເກືອບ 420 ລ້ານ USD (ປະ​ມານ 10.700 ຕື້​ດົ່ງ) ເພື່ອ​ຊື້​ໝາກ​ມ່ວງ​ຫິມະ​ພານ​ດິບ 240.000 ໂຕນ ໃນ​ຂະ​ນະ​ທີ່​ລາ​ຄາ​ຖືກ​ຂຶ້ນ​ສູ່​ລະ​ດັບ​ສູງ. ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະລິມານການນໍາເຂົ້າໝາກມ່ວງຫິມະພານເພີ່ມຂຶ້ນພຽງແຕ່ 7,3% ແຕ່ມູນຄ່າເພີ່ມຂຶ້ນ 53,3%. ນີ້​ກໍ່​ແມ່ນ​ຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ການ​ນຳ​ເຂົ້າ​ສູງ​ສຸດ​ໃນ 2 ​ເດືອນ​ຜ່ານ​ມາ.

ເປັນ​ທີ່​ສັງ​ເກດ, ການ​ສະ​ໜອງ​ໝາກ​ມ່ວງ​ຫິມະ​ພານ​ໃຫ້​ຫວຽດ​ນາມ ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ. ຕາມ​ນັ້ນ​ແລ້ວ, ກຳປູ​ເຈຍ​ບໍ່​ແມ່ນ​ປະ​ເທດ​ສະໜອງ​ໝາກມ່ວງ​ຫິມະພານ​ໃຫຍ່​ກວ່າ​ໝູ່​ອີກ​ແລ້ວ, ​ເມື່ອ​ຍອດ​ຈຳນວນ​ສິນຄ້າ​ນຳ​ເຂົ້າ​ຈາກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້​ມີ​ພຽງ​ເກືອບ 64 ລ້ານ USD, ຫຼຸດ​ລົງ 39% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

​ໃນ​ຂະນະ​ນັ້ນ, ການ​ນຳ​ເຂົ້າ​ໝາກມ່ວງ​ຫິມະ​ພານ​ຈາກ​ແທນ​ຊາ​ເນຍ​ໄດ້​ເພີ່ມ​ຂຶ້ນ​ເປັນ 187 ລ້ານ USD, ​ເພີ່ມ​ຂຶ້ນ 175%, ​ເກືອບ 3 ​ເທົ່າ​ຕົວ​ເລກ 68 ລ້ານ USD ຂອງ​ໄລຍະ​ດຽວ​ກັນ​ຂອງ​ປີ 2024.

ນອກ​ນີ້, ການ​ນຳ​ເຂົ້າ​ໝາກມ່ວງ​ຫິມະພານ​ຈາກ​ອິນ​ໂດ​ເນ​ເຊຍ​ຍັງ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ, ​ເຮັດ​ໃຫ້​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້​ເປັນ​ຜູ້​ສະໜອງ​ໃຫຍ່​ອັນ​ດັບ 4 ​ໃຫ້​ແກ່​ຕະຫຼາດ​ຫວຽດນາມ.

ໃນ​ຕົວ​ຈິງ, ​ເພື່ອ​ຮັກສາ​ຖານະ​ເປັນ​ປະ​ເທດ​ຜະລິດ ​ແລະ ສົ່ງ​ອອກ​ໝາກ​ມ່ວງ​ຫິມະພານ​ອັນ​ດັບ 1 ຂອງ​ໂລກ , ​ໃນ​ຫຼາຍ​ປີ​ມາ​ນີ້, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ເພິ່ງ​ພາ​ອາ​ໄສ​ວັດຖຸ​ດິບ​ທີ່​ນຳ​ເຂົ້າ​ຈາກ​ບັນດາ​ປະ​ເທດ​ໃນ​ອາ​ຟຼິກາ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກຳປູ​ເຈຍ​ໄດ້​ກາຍ​ເປັນ​ແຫຼ່ງທຶນ​ໝາກ​ມ່ວງ​ຫິມະພານ​ໃຫຍ່​ອັນ​ດັບ​ສອງ​ໃນ​ໂລກ, ​ແລະ​ຍັງ​ແມ່ນ​ແຫຼ່ງໝາກ​ມ່ວງ​ຫິມະພານ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ. ປີ​ກາຍ​ນີ້, ວິ​ສາ​ຫະ​ກິດ​ຫວຽດ​ນາມ​ໄດ້​ໃຊ້​ເງິນ 1,07 ຕື້ USD ເພື່ອ​ຊື້​ໝາກ​ມ່ວງ​ຫິມະ​ພານ​ດິບ​ເກືອບ 820.000 ໂຕນ​ຈາກ​ຕະ​ຫລາດ​ແຫ່ງ​ນີ້.

ກຳປູ​ເຈຍ​ໄດ້​ກາຍ​ເປັນ 'ສາງ​ໝາກ​ມ່ວງ​ຫິມະ​ພານ' ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ, ຫວຽດນາມ​ໄດ້​ໃຊ້​ເງິນ 1 ຕື້ USD ​ເພື່ອ​ຊື້​ສິນຄ້າ​ທັງ​ໝົດ . ພຽງ​ແຕ່​ບໍ່​ເທົ່າ​ໃດ​ປີ, ກຳ​ປູ​ເຈຍ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ກາຍ​ເປັນ​ປະ​ເທດ​ຜະ​ລິດ​ໝາກ​ມ່ວງ​ຫິມະ​ພານ​ອັນ​ດັບ​ສອງ​ຂອງ​ໂລກ. ​ໃນ​ຂະນະ​ນັ້ນ, ຫວຽດນາມ ​ໄດ້​ໃຊ້​ເງິນ​ກວ່າ 1 ຕື້ USD ​ເພື່ອ​ຊື້​ສິນຄ້າ​ເກືອບ​ທັງ​ໝົດ​ນີ້​ຈາກ​ກຳປູ​ເຈຍ.