ທ່ານປະທານປະເທດ ເລືອງເກື່ອງ. (ພາບ: TTXVN)
ທ່ານປະທານປະເທດຊົມເຊີຍມາເລເຊຍທີ່ໄດ້ຮັບບົດບາດເປັນປະທານອາຊຽນ ແລະ AlPA ໃນປີ 2025 ໃນການຊີ້ນຳ “ກຳປັ່ນອາຊຽນ” ບັນລຸໄດ້ໝາກຜົນສຳຄັນ; ໂດຍສະເພາະແມ່ນໄດ້ຊົມເຊີຍຫົວຂໍ້ “ສະພາແຫ່ງຊາດແຖວໜ້າຂອງອາຊຽນ ເພື່ອການເຕີບໂຕລວມ ແລະ ແບບຍືນຍົງ” ເຊິ່ງສະແດງໃຫ້ເຫັນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຄົມອາຊຽນ ທີ່ມີຄວາມກ້າວໜ້າ ແລະ ຄວາມວັດທະນາຖາວອນຮ່ວມກັນ ແລະ ບໍ່ປະໃຜໄວ້ຂ້າງຫຼັງ.
ຕໍ່ໜ້າການທ້າທາຍຂອງສະພາບແວດລ້ອມສາກົນໃນປະຈຸບັນ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ ກ່ວາອີກ, ອາຊຽນ ຕ້ອງສາມັກຄີ, ຮັດແໜ້ນກຳລັງແຮງພາຍໃນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງ, ຮັກສາ ສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງຕັ້ງໜ້າເຂົ້າຮ່ວມການຜັນຂະຫຍາຍທ່າອ່ຽງພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານປະທານປະເທດຫວັງວ່າ AIPA ແລະ ລັດຖະສະພາຂອງແຕ່ລະປະເທດສະມາຊິກຈະສືບຕໍ່ເສີມຂະຫຍາຍບົດບາດບຸກເບີກ, ຜ່ານການສ້າງຂອບເຂດສະຖາບັນທີ່ສະດວກ, ສອດຄ່ອງກັບລະບຽບກົດໝາຍ ແລະ ນະໂຍບາຍພັດທະນາ, ສະໜັບສະໜູນການສ້າງກຳລັງຄວາມສາມາດ, ເພີ່ມທະວີການແລກປ່ຽນບົດຮຽນດ້ານນິຕິບັນຍັດ, ໂດຍສະເພາະແມ່ນການຊຸກຍູ້ການນຳໃຊ້ຄວາມກ້າວໜ້າດ້ານ ວິທະຍາສາດ ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະ ອື່ນໆ.
ທ່ານປະທານປະເທດ ປາດຖະໜາວ່າ AIPA ສືບຕໍ່ເສີມຂະຫຍາຍບັນດາຈຸດແຂງອັນເປັນເອກະລັກສະເພາະຂອງການທູດລັດຖະສະພາ ເພື່ອປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຮີດຄອງປະເພນີຄວາມສາມັກຄີລະຫວ່າງບັນດາປະເທດ ອາຊຽນ ໃຫ້ເລິກເຊິ່ງກ່ວາອີກ, ແລະ ເປີດກວ້າງການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.
ທີ່ມາ: https://nhandan.vn/chu-cich-nuoc-luong-cuong-gui-thong-dep-toi-aipa-46-post909057.html
(0)