ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ເກຼັກ Antonios Papakostas, ທ່ານປະທານປະເທດ ເລືອງເກື່ອງ ຂອບອົກຂອບໃຈ ເກຼັກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຕົ້ນຕໍ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA). ການພົວພັນດ້ານການຄ້າລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າ. ເຖິງຢ່າງໃດກໍຕາມ, ການຮ່ວມມືດ້ານການລົງທຶນຍັງຄົງຢູ່ໃນລະດັບຕ່ຳເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນໃນຂົງເຂດ ເສດຖະກິດ , ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.
ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ທ່ານເອກອັກຄະລັດຖະທູດ ຊຸກຍູ້ບັນດາມາດຕະການເພີ່ມທະວີການຮ່ວມມື 2 ຝ່າຍ, ຊ່ວຍຊຸກຍູ້ການລົງນາມໃນສັນຍາຮ່ວມມືຫຼາຍສະບັບໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານປະທານປະເທດສະເໜີໃຫ້ ເກຼັກ ຊ່ວຍຊຸກຍູ້ບັນດາປະເທດ EU ໃຫ້ສັດຕະຍາບັນ EVIPA ໂດຍໄວ, ສະໜັບສະໜູນ ແລະ ຊຸກຍູ້ EC ຍົກອອກໃບເຫຼືອງ IUU ສຳລັບສິນໃນນ້ຳຫວຽດນາມ ໂດຍໄວ.
ທ່ານເອກອັກຄະລັດຖະທູດເກຼັກ ໃຫ້ຮູ້ວ່າ, ເຖິງວ່າຈະມາຮອດຫວຽດນາມ, ແຕ່ທ່ານຮູ້ສຶກເຖິງຄວາມຮັກແພງທີ່ພັກລັດ ແລະ ປະຊາຊົນ ຫວຽດນາມ ມີຕໍ່ທ່ານ.
ທ່ານຫວັງວ່າໃນໄລຍະດຳລົງຕຳແໜ່ງຂອງທ່ານຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືລະຫວ່າງສອງປະເທດຕື່ມອີກ.
ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ໂກລົມບີ Camila Maria Polo Flores, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ແບ່ງປັນກ່ຽວກັບຂະບວນການກໍ່ສ້າງ ແລະພັດທະນາປະເທດຊາດໃນໄລຍະ 40 ປີຜ່ານມາ.
ທ່ານປະທານປະເທດສະແດງຄວາມຍິນດີຕໍ່ການພັດທະນາໃນແງ່ດີຂອງການພົວພັນສອງປະເທດ, ພິເສດແມ່ນດ້ານເສດຖະກິດ ແລະ ການຄ້າ.
Colombia ປະສົບຜົນສໍາເລັດເປັນເຈົ້າພາບຈັດກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ 2030 (P4G) ໃນປີ 2024. ທ່ານປະທານປະເທດຫວັງວ່າ ໂກລົມບີ ຈະຮ່ວມມືຢ່າງໃກ້ຊິດກັບຫວຽດນາມ ເພື່ອເປັນເຈົ້າພາບຈັດຕັ້ງ P4G 2025 ສຳເລັດຜົນ.
ທ່ານເອກອັກຄະລັດຖະທູດ ໂກລົມບີ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະມໍ່ໆມານີ້, ແລະ ຂອບໃຈ ຫວຽດນາມ ໄດ້ໜູນຊ່ວຍ Colombia ໃນຂະບວນການກໍ່ສ້າງສັນຕິພາບ ແລະ ພັດທະນາ.
ທ່ານນາງເອກອັກຄະລັດຖະທູດ Camila Maria Polo Flores ໃຫ້ຮູ້ວ່າ: ໃນໄລຍະນີ້, ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ, ພິເສດແມ່ນສົມທົບກັບບັນດາອົງການຂອງຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ລະຫວ່າງ 2 ປະເທດ.
ທ່ານເອກອັກຄະລັດຖະທູດກ່າວວ່າ, ທ່ານປະທານປະເທດ Gustavo Petro ແລະ ປະຊາຊົນ ໂກລົມບີ ຊົມເຊີຍ ແລະ ຍາມໃດກໍ່ຕິດຕາມການພັດທະນາຂອງຫວຽດນາມ ໃນຊຸມປີມໍ່ໆມານີ້; ແລະ ເຊື່ອໝັ້ນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ໃນໂລກ.
ໃນຖານະເປັນປະເທດພວມພັດທະນາ, ໂກລົມບີ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດໃໝ່ຄື: ປັນຍາປະດິດ ແລະ ພະລັງງານສະອາດ; ແລະ ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ.

ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ປານາມາ Nubiela Ayala Modes, ທ່ານປະທານປະເທດ ຕີລາຄາສູງລັດຖະບານ ປານາມາ ໄດ້ສົ່ງທ່ານເອກອັກຄະລັດຖະທູດ - ທີ່ດຳລົງຊີວິດຢູ່ ຫວຽດນາມ ມາເປັນເວລາຫຼາຍປີ, ມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີ, ຄວາມຮັກແພງແບບພິເສດຂອງຊາວ ຫວຽດນາມ, ຖືເປັນຂົວເຊື່ອມຕໍ່ສຳຄັນໃນການພົວພັນລະຫວ່າງ 2 ປະເທດ.
ຫວຽດນາມ ແລະ ປານາມາ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນທີ່ດີເລີດ.
ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນບົດບາດ ແລະ ທີ່ຕັ້ງຂອງ ປານາມາ ຢູ່ພາກພື້ນ ແລະ ອາເມລິກາລາຕິນ; ປາດຖະໜາຢາກຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມື, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການແລກປ່ຽນປະຊາຊົນ.
ທ່ານນາງເອກອັກຄະລັດຖະທູດ Nubiela Ayala Modes ໄດ້ມີຄວາມປະທັບໃຈຕໍ່ວັດທະນະທຳທີ່ມີມາແຕ່ດົນນານຂອງຫວຽດນາມ ແລະ ຍາມໃດກໍ່ມີຄວາມຮູ້ສຶກພິເສດຕໍ່ຫວຽດນາມ, ເມື່ອກ່ອນດຳລົງຊີວິດ ແລະ ເຮັດວຽກ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ໃນໄລຍະຈະມາເຖິງ, ຈະມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດ, ພິເສດແມ່ນດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ.
ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືຕື່ມອີກ, ສອດຄ່ອງກັບຄວາມສາມາດບົ່ມຊ້ອນ ແລະ ກຳລັງແຮງຂອງແຕ່ລະຝ່າຍ.
ກ່າວຄຳເຫັນທີ່ພິທີຮັບໃບຢັ້ງຢືນຂອງເອກອັກຄະລັດຖະທູດປະຈຳໄລບີເຣຍ; ສາທາລະນະລັດປະຊາທິປະໄຕຄອງໂກ; ສາທາລະນະລັດຄອງໂກ; ບູຣຸນດີ; ປອກຕຸຍການ; ແລະ Tanzania, ທ່ານປະທານປະເທດ ຢືນຢັນວ່າ: ເຫດການນີ້ແມ່ນຂີດໝາຍໃໝ່ໃນການພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດນີ້.
ທ່ານປະທານປະເທດ ໃຫ້ຮູ້ວ່າ: ໃນປີ 2025, ຫວຽດນາມ ຈະສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ແລະ ຄົບຮອບ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ. ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 194 ປະເທດ ແລະ ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 34 ປະເທດທົ່ວໂລກ.
ຫວຽດນາມ ພວມຢືນຢູ່ຈຸດເລີ່ມຕົ້ນປະຫວັດສາດໃໝ່, “ຍຸກໃໝ່, ຍຸກສະໄໝໃໝ່ເພື່ອພັດທະນາຢ່າງຟົດຟື້ນ ແລະ ສົດໃສ”. ຫວຽດນາມ ມຸ່ງໄປເຖິງຈຸດໝາຍພັດທະນາຮອດປີ 2030, ແມ່ນປີ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ຮອດປີ 2045, ແມ່ນປີ 100 ປີແຫ່ງວັນສ້າງຕັ້ງ, ເຮັດໃຫ້ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບສູງພັດທະນາ.
ຫວຽດນາມ ໄດ້ປະຕິບັດນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເພີ່ມທະວີການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ. ຫວຽດນາມແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ທ່ານປະທານປະເທດຫວັງວ່າທ່ານເອກອັກຄະລັດຖະທູດ ຈະພ້ອມກັບຫວຽດນາມ ສືບຕໍ່ຊອກຫາທ່າແຮງຮ່ວມມື; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ; ແບ່ງປັນປະສົບການໃນຂະບວນການພັດທະນາ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ...
ທ່ານປະທານປະເທດ ເຊື່ອໝັ້ນ ແລະ ປາດຖະໜາວ່າ ບັນດາປະເທດຈະສົມທົບກັບ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍ ເພື່ອຮ່ວມມືແກ້ໄຂບັນດາບັນຫາທົ່ວໂລກ ແລະ ກໍ່ສ້າງໂລກສັນຕິພາບ ແລະ ພັດທະນາ...
(0)