APEC 2023: ທ່ານປະທານປະເທດ Vo Van Thuong ໄດ້ພົບປະກັບ ນາຍົກລັດຖະມົນຕີ ການາດາ Justin Trudeau. |
ການພົບປະດັ່ງກ່າວໄດ້ດຳເນີນເນື່ອງໃນໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ (1973 - 2023) ແລະ ຄົບຮອບ 6 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (2017 - 2023).
ທ່ານປະທານປະເທດ Vo Van Thuong ແລະ ທ່ານນາຍົກລັດຖະມົນຕີ Justin Trudeau ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ສືບຕໍ່ພັດທະນາ, ພິເສດແມ່ນວົງເງິນການຄ້າສອງສົ້ນເພີ່ມຂຶ້ນຢ່າງວ່ອງໄວ (ປີ 2022 ບັນລຸກວ່າ 7 ຕື້ USD, ເພີ່ມຂຶ້ນເກືອບ 17% ເມື່ອທຽບໃສ່ປີ 2021). ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງການາດາໃນອາຊຽນ ແລະ ການາດາແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ຂອງ ຫວຽດນາມ ຢູ່ ອາເມລິກາ.
ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ ແລະ ການແລກປ່ຽນປະຊາຊົນ ສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ດ້ວຍນັກສຶກສາສາກົນເກືອບ 20.000 ຄົນພວມຮ່ຳຮຽນຢູ່ ການາດາ, ປະຈຸບັນ, ຫວຽດນາມ ຢືນອັນດັບທີ 8 ໃນຈຳນວນນັກສຶກສາສາກົນໄປຮຽນຢູ່ ການາດາ.
ປະຊາຄົມຊາວຫວຽດນາມ 300.000 ຄົນ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ການາດາ ແມ່ນຂົວເຊື່ອມຕໍ່ທີ່ສຳຄັນລະຫວ່າງ 2 ປະເທດ.
ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງ, ໝັ້ນຄົງ ແລະ ແທດຈິງ, ທ່ານປະທານປະເທດ ປາດຖະໜາວ່າ 2 ຝ່າຍຮັກສາການພົບປະຂັ້ນສູງ ແລະ ການພົບປະຂັ້ນຕ່າງໆ, ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ຮັກສາບັນດາກົນໄກສົນທະນາທີ່ມີຢູ່ແລ້ວກ່ຽວກັບການເມືອງ - ການທູດ, ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ.
ທ່ານປະທານປະເທດ ກໍ່ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ ການາດາ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສ ແລະ ເຮັດວຽກຢູ່ ການາດາ. ພ້ອມກັນນັ້ນ, ການາດາ ສືບຕໍ່ໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີປະສິດທິຜົນກວ່າອີກໃນຂົງເຂດການເຄື່ອນໄຫວຮັກສາສັນຕິພາບ (PKO).
ທ່ານປະທານປະເທດ Vo Van Thuong ໃຫ້ຮູ້ວ່າ: ຫວຽດນາມ ຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ Justin Trudeau ມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ Trudeau ໄດ້ແບ່ງປັນຄຳເຫັນຂອງທ່ານປະທານປະເທດ Vo Van Thuong ກ່ຽວກັບສະພາບການ ແລະ ທິດພັດທະນາການພົວພັນລະຫວ່າງ 2 ປະເທດ, ຢືນຢັນວ່າ ການາດາ ຖືເປັນສຳຄັນການພົວພັນກັບ ຫວຽດນາມ, ແລະ ໄດ້ສະແດງຄວາມປະທັບໃຈກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ.
ໃນສະພາບການທ້າທາຍຫຼາຍຢ່າງ, ການາດາ ສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການພົວພັນກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ການສຶກສາ - ບຳລຸງສ້າງ, ປ້ອງກັນປະເທດ - ຄວາມໝັ້ນຄົງ ແລະ ການແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີ Trudeau ສະແດງຄວາມຍິນດີຖ້າຫາກທ່ານສາມາດຈັດຕັ້ງການກັບຄືນມາຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງ.
ທີ່ການພົບປະ, ການນຳ 2 ທ່ານໄດ້ປຶກສາຫາລືຫຼາຍບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ສອງຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີອົງການສະຫະປະຊາຊາດ ແລະ APEC, ຊຸກຍູ້ບົດບາດຂອງກົດໝາຍສາກົນ.
ທີ່ມາ
(0)