ຢູ່ນອກກອງປະຊຸມ APEC 2023, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການພົບປະເຈລະຈາກັບທ່ານ Sultan Haji Hassanal Bolkiah ບຣູໄນ. |
ໃນບັນຍາກາດທີ່ຈິງໃຈ ແລະ ເປີດກວ້າງ, 2 ຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ບຣູໄນ ໃນໄລຍະ 30 ປີຜ່ານມາ ນັບແຕ່ສ້າງຕັ້ງການພົວພັນ, ກາຍເປັນຄູ່ຮ່ວມມືຮອບດ້ານໃນປີ 2019, ເນື່ອງໃນໂອກາດທີ່ພະມະຫາກະສັດມາຢ້ຽມຢາມຫວຽດນາມ.
ທ່ານປະທານປະເທດ Vo Van Thuong ຖືວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນ ແລະ ມີຊ່ອງຫວ່າງຫຼາຍຢ່າງເພື່ອລົງເລິກການຮ່ວມມືຢ່າງແທດຈິງກວ່າ.
ບົນພື້ນຖານນັ້ນ, ທ່ານປະທານປະເທດ ສະເໜີໃຫ້ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍປະຕິບັດການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ 2023 – 2027 ດ້ວຍ 4 ຂົງເຂດບຸລິມະສິດຄື: ການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສ, ເຄມີ, ຜະລິດຕະພັນ Halal, ການທ່ອງທ່ຽວ , ການແລກປ່ຽນປະຊາຊົນ. ທ່ານປະທານປະເທດ Vo Van Thuong ໄດ້ເຊື້ອເຊີນພະມະຫາກະສັດມາຢ້ຽມຢາມ ຫວຽດນາມ ໃນເວລາທີ່ເໝາະສົມ.
ກະສັດ ບຣູໄນ Hassanal Bolkiah ອວຍພອນທ່ານປະທານປະເທດ ເຈີ່ນດ້າຍກວາງ ດຳລົງຕຳແໜ່ງໃໝ່, ສົ່ງຄຳຢື້ຢາມຖາມຂ່າວເຖິງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ບັນດາການນຳຂອງ ຫວຽດນາມ, ພ້ອມທັງລະນຶກເຖິງບັນດາຄວາມປະທັບໃຈທີ່ດີງາມໃນການຢ້ຽມຢາມ ຫວຽດນາມ ໃນປີ 2019.
ທ່ານປະທານປະເທດ ເນັ້ນໜັກວ່າ, ບຣູໄນ ກໍ່ຕີລາຄາສູງການຮ່ວມມືຫຼາຍດ້ານກັບຫວຽດນາມ ແລະ ບົນຈິດໃຈນັ້ນ, ເຫັນດີກັບບັນດາຂໍ້ສະເໜີເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ.
2 ຝ່າຍຢືນຢັນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນຄື: ສະຫະປະຊາຊາດ ແລະ APEC, ພະຍາຍາມຮັກສາຄວາມສາມັກຄີ, ຊຸກຍູ້ບົດບາດໃຈກາງຂອງ ອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມ ອາຊຽນ ເຂັ້ມແຂງ, ສາມັກຄີ ແລະ ເປັນເອກະລາດ. ການນຳ 2 ທ່ານກໍ່ໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.
ທີ່ມາ
(0)