FIFA ກ່າວວ່າ ການຕັດສິນແຕ່ງຕັ້ງໄດ້ຮັບການຮັບຮອງຈາກສະພາ FIFA ທີ່ກອງປະຊຸມໃນວັນທີ 2 ຕຸລານີ້, ແລະຢືນຢັນວ່າຈະສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ທ່ານ ເຈີ່ນກວກຕວນ ປະຕິບັດສຳເລັດວຽກງານໃນຕຳແໜ່ງໃໝ່ຂອງຕົນ.
ຄະນະກຳມະການແຂ່ງຂັນທີມຊາດຟີຟາ ມີໜ້າທີ່ໃຫ້ຄຳປຶກສາ ແລະ ປຶກສາຫາລືກັບສະພາ FIFA ໃນການວາງແຜນຍຸດທະສາດ, ການຈັດ ແລະ ດຳເນີນງານແຂ່ງຂັນລະດັບສາກົນທີ່ສຳຄັນເຊັ່ນ: ເຕະບານໂລກ, ເຕະບານໂລກ U20, ເຕະບານໂລກ U17 ແລະ ການແຂ່ງຂັນພາຍໃນລະບົບ FIFA.

ນອກຈາກບົດບາດໃໝ່ຢູ່ FIFA, ທ່ານ ເຈີ່ນກ໋ວກຕ໋ວນ ຍັງດຳລົງຕຳແໜ່ງສຳຄັນຢູ່ບັນດາອົງການກິລາບານເຕະທະວີບ ແລະ ພາກພື້ນ, ລວມມີ: ສະມາຊິກຄະນະປະຈຳ AFC, ປະທານຄະນະກຳມະການແຂ່ງຂັນ AFC ແລະ AFF, ແລະ ສະມາຊິກຄະນະກຳມະການຈັດຕັ້ງ AFC Asian Cup ໄລຍະ 2023/27. ຫວ່າງມໍ່ໆມານີ້, ທ່ານເຈີ່ນກວກຕວນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ AFC ໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະບໍລິຫານງານກິລາບານເຕະຊາຍເອຊຽນເກມປີ 2026 ຢູ່ນະຄອນນາໂກຢາ (ຍີ່ປຸ່ນ).
ໃນບັນດາການຕັດສິນໃຈທີ່ອອກໃໝ່, FIFA ກໍ່ໄດ້ແຕ່ງຕັ້ງທ່ານເລຂາທິການໃຫຍ່ VFF ຫງວຽນວັນຟຸກ ເປັນສະມາຊິກຄະນະກຳມະການການແພດ FIFA, ແລະ ຮອງເລຂາທິການໃຫຍ່ VFF ຫງວຽນແທ່ງຮ່າ ເປັນສະມາຊິກຄະນະກຳມະການບານເຕະຍິງ FIFA ອາຍຸການ 2025/29.
ການທີ່ ທ່ານ ເຈີ່ນກ໋ວກຕ໋ວນ ແລະ ຜູ້ຕາງໜ້າ VFF ມີຄວາມໄວ້ເນື້ອເຊື່ອໃຈໃຫ້ຖືບົດບາດໃນ FIFA ສືບຕໍ່ຢືນຢັນເຖິງກຽດສັກສີ ແລະ ທີ່ຕັ້ງຂອງສະຫະພັນບານເຕະຫວຽດນາມ ກໍ່ຄືທ່ານ ກວກຕວນ ສ່ວນຕົວໃນລະບົບບານເຕະສາກົນ.
ທີ່ມາ: https://vietnamnet.vn/chu-tich-vff-tran-quoc-tuan-nhan-tin-cuc-vui-tu-fifa-2450350.html
(0)