>>> ວິດີໂອ : ຖະໜົນຫຼາຍສາຍຢູ່ເມືອງເຫ້ວ ຖືກນ້ຳຖ້ວມອີກໃນຕອນເຊົ້າວັນທີ 3 ພະຈິກນີ້.
ຕອນເຊົ້າວັນທີ 3 ພະຈິກນີ້, ຖະໜົນສາຍຫຼັກຫຼາຍສາຍຢູ່ໃຈກາງນະຄອນ ເຫ້ວ ເຊັ່ນ: ຮຶງຫວູ, ບາຈ່າງ, ເຈື່ອງຈີງ, ດົ່ງດາ... ໄດ້ຖືກນ້ຳຖ້ວມອີກ, ພາຍຫຼັງ 3 ວັນອຳນາດການປົກຄອງ ແລະ ປະຊາຊົນພະຍາຍາມອະນາໄມຂີ້ຕົມ, ຂີ້ເຫຍື້ອທີ່ສະສົມຢູ່ຕາມຖະໜົນຫົນທາງເມື່ອນ້ຳຖ້ວມໃນທ້າຍເດືອນຕຸລາຜ່ານມາ. ເຂດຕ່ຳແຜ່ນຫຼາຍແຫ່ງຂອງນະຄອນເຫ້ວ ໄດ້ຖືກຕັດສາຍໄຟຟ້າເພື່ອຮັບປະກັນຄວາມປອດໄພ.

ຕອນເຊົ້າວັນທີ 3 ພະຈິກນີ້, ກອງບັນຊາການປ້ອງກັນຄວາມສະຫງົບເມືອງເຫ້ວ ໃຫ້ຮູ້ວ່າ: ໄພນ້ຳຖ້ວມຢູ່ແມ່ນ້ຳຮຶງ ແລະ ແມ່ນ້ຳບ໋າໄດ້ເພີ່ມຂຶ້ນຢ່າງວ່ອງໄວອີກເທື່ອໜຶ່ງ ແລະ ສູງກວ່າລະດັບເຕືອນໄພລະດັບ 3, ແມ່ນ້ຳຕາຈ່າງຕ່ຳກວ່າລະດັບ 2, ນ້ຳອ່າວ ແລະ ແມ່ນ້ຳເຈື່ອຍເພີ່ມຂຶ້ນໃນລະດັບສູງ.
ຄາດຄະເນວ່າ, ຈາກນີ້ໄປຮອດວັນທີ 5 ພະຈິກນີ້, ເມືອງເຫ້ວ ຈະມີຝົນຕົກໜັກເຖິງຫຼາຍສົມຄວນ, ບາງບ່ອນຈະມີຝົນຕົກໜັກ ໂດຍສະເພາະແມ່ນຢູ່ເຂດທົ່ງພຽງ 150-300 ມມ, ບາງບ່ອນສູງກວ່າ 400 ມມ. ເຂດພູດອຍ 200-400 ມມ, ບາງບ່ອນສູງກວ່າ 600 ມມ, ຫຼັງຈາກວັນທີ 6 ພະຈິກ ຝົນຈະຫຼຸດລົງ.
ຝົນທີ່ຕົກໜັກເຮັດໃຫ້ນໍ້າຖ້ວມຕົວເມືອງເປັນບໍລິເວນກວ້າງ, ໄພນໍ້າຖ້ວມເປັນເວລາດົນນານໃນເຂດພື້ນທີ່ຕໍ່າ ແລະເພີ່ມຄວາມສ່ຽງທີ່ຈະເກີດດິນເຈື່ອນໃນເຂດພູດອຍຂອງເມືອງເຫ້ວ.
> > > ພາບບາງຢ່າງຂອງໄພນ້ຳຖ້ວມຢູ່ຕາມຖະໜົນຫົນທາງໃຈກາງເມືອງເຫ້ວ, ຕອນເຊົ້າວັນທີ 3 ພະຈິກ











ທີ່ມາ: https://www.sggp.org.vn/chua-kip-guong-day-nguoi-dan-tp-hue-lai-chong-choi-voi-lu-lon-post821420.html






(0)