
ທ່ານ Bryce Johns, ຮອງປະທານອາວຸໂສກຸ່ມ Chubb ແລະ ປະທານບໍລິສັດ Chubb Life Worldwide (ໜ້າປົກຂວາ) ໄດ້ມອບເຄື່ອງໝາຍ 1 ຕື້ດົ່ງໃຫ້ທ່ານ Dinh Tien Hai, ຜູ້ອຳນວຍການກອງທຶນເດັກ ຫວຽດນາມ (ປົກຊ້າຍ), ຢືນຢັນຄຳໝັ້ນສັນຍາທີ່ຍືນຍົງຂອງ Chubb Life ຕໍ່ກັບ ການສຶກສາ ແລະ ຊຸມຊົນ.
ໃນຂອບເຂດໂຄງການ “ຊີວິດ Chubb – ເພື່ອອະນາຄົດຂອງເຈົ້າ”, Chubb Life ຫວຽດນາມ ໄດ້ມອບເງິນ 550 ລ້ານດົ່ງ ຈາກໃຈຂອງບໍລິສັດ, ພະນັກງານ ແລະ ຄະນະຂາຍທຸກຄົນ ເພື່ອໜູນຊ່ວຍບັນດາທ້ອງຖິ່ນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກລົມພາຍຸ Kalmaegi, ພ້ອມກັນນັ້ນກໍ່ໄດ້ໃຊ້ເງິນ 500 ລ້ານດົ່ງ ເພື່ອໃຫ້ບັນດານັກສຶກສາ ແລະ ຂອງຂວັນການສຶກສາໃຫ້ແກ່ເດັກນ້ອຍດ້ອຍໂອກາດຢູ່ຫຼາຍແຂວງ, ນະຄອນ.
ງານມະໂຫລານຢູ່ນະຄອນ ດ່ານັງ ໄດ້ສຸມໃສ່ໜູນຊ່ວຍບັນດາຄອບຄົວຜ່ານຜ່າຄວາມເສຍຫາຍຈາກໄພທຳມະຊາດ. ໂຄງການໄດ້ມອບທຶນສຶກສາ 100 ທຶນ ແລະ ຂອງຂວັນໃນການສຶກສາ, ຊ່ວຍໃຫ້ນັກຮຽນມີກຳລັງແຮງກວ່າອີກເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນການໄປໂຮງຮຽນ, ຈາກນັ້ນໄປຍັງເດັກນ້ອຍຢູ່ ກວາງນິງ, ເງ້ອານ, ກວາງຫງາຍ, ເຫ້ວ, ລຳດົງ, ນະຄອນ ໂຮ່ຈີມິນ ແລະ ກວາງຈີ.

ທ່ານ Sang Lee, ປະທານບໍລິສັດ Chubb Life ອາຊີຕາເວັນອອກສ່ຽງໃຕ້ ແລະ ນິວຊີແລນ, ແບ່ງປັນວ່າ: “ຢູ່ ຫວຽດນາມ, ບ່ອນທີ່ພວກເຮົາຢູ່ກັບບໍລິສັດມາເປັນເວລາເກືອບ 2 ທົດສະວັດ, ບັນດາຂໍ້ລິເລີ່ມຄືໂຄງການນີ້ສະແດງໃຫ້ເຫັນຄວາມມຸ່ງໝັ້ນໃນໄລຍະຍາວຂອງ Chubb Life ເພື່ອປັບປຸງຄຸນນະພາບຊີວິດ ແລະ ເປີດກວ້າງໂອກາດການຮຽນຮູ້ໃຫ້ແກ່ລຸ້ນໜຸ່ມ.
ດ້ວຍການລົງທຶນທັງໃນການໜູນຊ່ວຍທັນທີ ແລະການພັດທະນາໃນໄລຍະຍາວ, ພວກເຮົາແນໃສ່ສ້າງການປ່ຽນແປງໃນທາງບວກ, ຊ່ວຍໃຫ້ເດັກນ້ອຍສ້າງອານາຄົດທີ່ສົດໃສ.”

ທ່ານ ດິງຕ໋ຽນຫາຍ, ຜູ້ອໍານວຍການກອງທຶນເດັກຫວຽດນາມ ໃຫ້ຮູ້ວ່າ: “ນອກຈາກບັນດາເຂດຖືກຜົນກະທົບຈາກພະຍຸ Kalmaegi, ຫຼາຍແຂວງ, ນະຄອນໃນທົ່ວປະເທດ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ກະທົບໂດຍກົງເຖິງຊີວິດ ແລະກາລະໂອກາດການຮຽນຮູ້ຂອງເດັກນ້ອຍ.
Chubb Life ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສະເໝີຕົ້ນສະເໝີປາຍສົມທົບກັບກອງທຶນໃນຫຼາຍປີຜ່ານມາ ໂດຍຜ່ານການເຄື່ອນໄຫວໜູນຊ່ວຍຕົວຈິງໃຫ້ແກ່ເດັກນ້ອຍໃນສະພາບການພິເສດ ແລະ ຫຍຸ້ງຍາກ. ພວກຂ້າພະເຈົ້າຊົມເຊີຍບັນດາການປະກອບສ່ວນຢ່າງບໍ່ຢຸດຢັ້ງນີ້, ເພາະແມ່ນແຫຼ່ງກຳລັງໜູນຊ່ວຍໃຫ້ເດັກທີ່ດ້ອຍໂອກາດຢູ່ ຫວຽດນາມ ໄດ້ຮັບການປົກປ້ອງ, ໄດ້ຮັບການສຶກສາ ແລະ ມີກາລະໂອກາດພັດທະນາທີ່ດີກວ່າ”.

ເປັນເວລາກວ່າ 20 ປີ, ຜ່ານໂຄງການ “ຊີວິດ Chubb – ເພື່ອອະນາຄົດຂອງເຈົ້າ”, Chubb Life ຫວຽດນາມ ໄດ້ມອບທຶນການສຶກສາ ແລະ ຂອງຂວັນກວ່າ 40.000 ທຶນ; ກໍ່ສ້າງ ແລະ ສ້ອມແປງໂຮງຮຽນ 10 ແຫ່ງຢູ່ຫຼາຍທ້ອງຖິ່ນ, ປະກອບສ່ວນສ້າງເງື່ອນໄຂການຮ່ຳຮຽນໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກ. ໃນປີນີ້, ບໍລິສັດໄດ້ມອບທຶນການສຶກສາເກືອບ 1,500 ທຶນແລະອຸປະກອນໂຮງຮຽນຫຼາຍກວ່າ 6,300 ໃຫ້ແກ່ນັກຮຽນໃນທົ່ວປະເທດ.
ທີ່ມາ: https://dantri.com.vn/kinh-doanh/chubb-life-viet-nam-ho-tro-cho-hoc-sinh-kho-khan-va-cac-dia-phuong-chiu-thien-tai-20251206142453851.htm










(0)