ນາຍົກລັດຖະມົນຕີ ຫວຽດນາມ ແມ່ນໜຶ່ງໃນບັນດາການນຳຕ່າງປະເທດຄົນທຳອິດທີ່ໄດ້ຮັບເຊີນມາຢ້ຽມຢາມ ອິນເດຍ ຫຼັງຈາກອິນເດຍໄດ້ເລືອກຕັ້ງສະພາຕ່ຳ ແລະ ມີລັດຖະບານໃໝ່.

ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຟ້າມແທ່ງບິ່ງ.
ທ່ານຮອງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມແທ່ງບິງ ໃຫ້ສຳພາດກ່ຽວກັບການຢ້ຽມຢາມທາງລັດຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ.
ທ່ານຮອງນາຍົກລັດຖະມົນຕີ, ກະລຸນາບອກພວກເຮົາຄວາມໝາຍຂອງການຢ້ຽມຢາມທາງລັດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ້ງ?
ທ່ານຮອງລັດຖະມົນຕີ Pham Thanh Binh: ຫວຽດນາມ ແລະ ອິນເດຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ສະໜິດສະໜົມ, ເຊິ່ງໄດ້ຮັບການປູກຝັງຈາກປະທານ ໂຮ່ຈີມິນ ແລະ ບັນດາການນຳຂອງ ອິນເດຍ ກ່ອນໜ້ານີ້ ຄື Mahatma Gandhi, Jawahalal Nehru ແລະ ບັນດາລຸ້ນການນຳ ແລະ ປະຊາຊົນ 2 ປະເທດ.
ປີ 2016, ສອງປະເທດໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີທັງສອງຝ່າຍພາຍຫຼັງສ້າງຕັ້ງໂຄງການໃໝ່. ນາຍົກລັດຖະມົນຕີຫວຽດນາມ ແມ່ນໜຶ່ງໃນບັນດາການນຳຕ່າງປະເທດຄົນທຳອິດທີ່ໄດ້ຮັບການເຊື້ອເຊີນມາຢ້ຽມຢາມ ອິນເດຍ ຫຼັງຈາກອິນເດຍໄດ້ເລືອກຕັ້ງສະພາຜູ້ແທນປະເທດໃໝ່ ແລະ ລັດຖະບານໃໝ່. ການຢ້ຽມຢາມຍັງໄດ້ດຳເນີນໃນໂອກາດຄົບຮອບ 70 ປີແຫ່ງວັນເຊັນສັນຍານະຄອນເຈນີວາ, ໃນນັ້ນ ອິນເດຍ ມີບົດບາດສຳຄັນທີ່ສຸດໃນການສະໜັບສະໜູນການເຈລະຈາ ແລະ ລົງນາມໃນສັນຍາສະບັບນີ້.
ໃນສະພາບການທີ່ກ່າວມານັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ແມ່ນມີຄວາມສຳຄັນທີ່ສຸດ, ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການເອົາໃຈໃສ່ເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງການນຳຂອງສອງປະເທດ, ພິເສດແມ່ນລະຫວ່າງນາຍົກລັດຖະມົນຕີ 2 ທ່ານ.
ການຢ້ຽມຢາມໄດ້ກະກຽມຢ່າງລະມັດລະວັງ ແລະ ເຄົາລົບນັບຖືຂອງສອງຝ່າຍ, ດ້ວຍບັນດາໂຄງການທີ່ອຸດົມສົມບູນ, ກວ້າງຂວາງ ແລະ ແທດຈິງ, ຈຸດສຸມຕົ້ນຕໍແມ່ນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນທຸກຂົງເຂດຢ່າງເລິກເຊິ່ງ, ກວ້າງຂວາງ, ຕອບສະໜອງຕໍ່ການປ່ຽນແປງຂອງສະພາບພູມສາດ - ເສດຖະກິດໃນປະຈຸບັນ; ຄຽງຄູ່ກັນນັ້ນ, ໄດ້ຮັດແໜ້ນບັນດາຂົງເຂດຮ່ວມມືແບບດັ້ງເດີມ, ໃນຂະນະດຽວກັນກໍ່ຜັນຂະຫຍາຍບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ຄວາມເຂັ້ມແຂງຂອງສອງຝ່າຍຄື: ເອເລັກໂຕຼນິກ, ໂທລະຄົມ, ເຕັກໂນໂລຊີຊີວະພາບ, ການຢາ, ພະລັງງານທົດແທນ, ເສດຖະກິດຂຽວ, ເສດຖະກິດດີຈີຕອນ, AI, semiconductors, ວັດຖຸໃໝ່, ແຮ່ທາດທີ່ຈຳເປັນ...
ການຢ້ຽມຢາມກໍ່ແມ່ນກາລະໂອກາດເພື່ອໃຫ້ 2 ປະເທດເພີ່ມທະວີການແລກປ່ຽນບັນດາບັນຫາຄວາມໝັ້ນຄົງ ແລະ ຍຸດທະສາດຂອງພາກພື້ນ ແລະ ສາກົນ, ຢັ້ງຢືນການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສຫຼາຍຝ່າຍທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານສາມາດຕີລາຄາການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້, ລວມທັງການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນ?
ທ່ານຮອງນາຍົກລັດຖະມົນຕີ Pham Thanh Binh: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ ໄດ້ຮັບການພັດທະນາຢ່າງແທດຈິງ ດ້ວຍພື້ນຖານການພົວພັນທີ່ໝັ້ນຄົງ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ການພົວພັນລະຫວ່າງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນນັບມື້ນັບໄດ້ຮັບການຜັນຂະຫຍາຍ, ມີການຢ້ຽມຢາມ ແລະ ຕິດຕໍ່ພົວພັນທຸກຂັ້ນ ແລະ ຊ່ອງທາງ. ບັນດາກົນໄກຮ່ວມມືການເຈລະຈາ, ອະນຸກຳມະການຮ່ວມມືພິເສດ ແລະ ອື່ນໆ ໄດ້ຮັບການຮັກສາ ແລະ ຊຸກຍູ້ຢ່າງມີປະສິດທິຜົນ.
ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳທີ່ສຳຄັນ ແລະ ຢູ່ໃນລະດັບຍຸດທະສາດ ໂດຍສອງປະເທດໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການໜູນຊ່ວຍດ້ານການຂົນສົ່ງ (ເດືອນມິຖຸນາ 2022), ການຮ່ວມມືດ້ານການຝຶກຊ້ອມ, ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ການສົ່ງກຳປັ່ນທະຫານເຮືອໄປຢ້ຽມຢາມ, ສະໜອງຊຸດສິນເຊື່ອ ແລະ ການຊ່ວຍເຫຼືອທີ່ບໍ່ສາມາດສົ່ງຄືນໄດ້.
ທາງດ້ານເສດຖະກິດ, ວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນ 2,5 ເທົ່າ ນັບແຕ່ 2 ປະເທດໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2016), ບັນລຸເກືອບ 15 ຕື້ USD ໃນປີ 2023. ສອງປະເທດຍັງມີທ່າແຮງບົ່ມຊ້ອນໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ດ້ວຍຫຼາຍກຳລັງແຮງເຊັ່ນ: ຕະຫຼາດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ແລະ ການພັດທະນາເສດຖະກິດຢ່າງຕັ້ງໜ້າ. ບັນດາວິສາຫະກິດໃຫຍ່ຂອງອິນເດຍ ພວມຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຍຸດທະສາດຄື: ພະລັງງານທົດແທນ, ອຸດສາຫະກຳປຸງແຕ່ງ, ນ້ຳມັນ ແລະ ອາຍແກັສ, ການຢາ, ພື້ນຖານໂຄງລ່າງທ່າກຳປັ່ນ ແລະ ການຂົນສົ່ງ. ຝ່າຍຫວຽດນາມ, ກຸ່ມບໍລິສັດ Vinfast ໄດ້ເລີ່ມກໍ່ສ້າງໂຮງງານປະກອບລົດຍົນ ແລະ ໂຮງງານຜະລິດລົດຍົນຢູ່ລັດ Tamil Nadu ດ້ວຍຍອດຈຳນວນທຶນ 2 ຕື້ USD.
ການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ຂໍ້ມູນຂ່າວສານ - ສື່ສານ, ສຶກສາ - ບຳລຸງສ້າງ, ວັດທະນະທຳ - ທ່ອງທ່ຽວລ້ວນແຕ່ພັດທະນາຢ່າງຕັ້ງໜ້າ. ປະຈຸບັນ, ມີ 50 ຖ້ຽວບິນໂດຍກົງລະຫວ່າງສອງປະເທດໃນແຕ່ລະອາທິດ; ອິນເດຍ ຢູ່ໃນ 3 ປະເທດທີ່ມີອັດຕາການເຕີບໂຕຂອງນັກທ່ອງທ່ຽວມາຫວຽດນາມ ສູງສຸດ, ຈໍານວນນັກທ່ອງທ່ຽວອິນເດຍ ມາຫວຽດນາມ ໃນ 4 ປີຜ່ານມາເພີ່ມຂຶ້ນ 2,5 ເທົ່າ (ຈາກ 170,000 ຄົນໃນປີ 2019 ເປັນ 400,000 ຄົນໃນປີ 2023). ໃນ 10 ປີຜ່ານມາ, ອິນເດຍ ໄດ້ມອບທຶນສຶກສາໄລຍະສັ້ນ ແລະ ໄລຍະຍາວໃຫ້ຫວຽດນາມ ເກືອບ 3.000 ທຶນໃນບັນດາໂຄງການ. ນອກນີ້, ລັດຖະບານອິນເດຍໄດ້ສະໜັບສະໜູນການປະຕິບັດໂຄງການບູລະນະ, ປະດັບປະດາ ແລະ ບູລະນະບັນດາຫໍບູຊາຢູ່ເຂດມໍລະດົກວັດທະນະທຳໂລກ My Son, ແຂວງ ກວາງນາມ.
ສອງປະເທດພວມຊຸກຍູ້ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່ຄື: ພະລັງງານທົດແທນ, ຊິບ semiconductor, ນະວັດຕະກຳ, ເສດຖະກິດສີຂຽວ, ການຫັນເປັນດິຈິຕອນ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ກະສິກຳສະຫຼາດ ແລະ ການຢາ ແລະ ອື່ນໆ.
ສອງປະເທດກໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ ແລະ ບັນດາເວທີປາໄສພາກພື້ນທີ່ອາຊຽນ ນຳໜ້າ.
ອາດເວົ້າໄດ້ວ່າ ການພົວພັນຫວຽດນາມ - ອິນເດຍ ໄດ້ພັດທະນາຢ່າງຮອບດ້ານໃນໄລຍະມໍ່ໆມານີ້, ໄດ້ເປີດກວ້າງໃນຫຼາຍຂົງເຂດ ແລະ ມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຫຼາຍຢ່າງເພື່ອໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ./.
ທີ່ມາ






(0)