DNVN - ເວທີປາໄສ ເສດຖະກິດ ສີຂຽວ ແລະງານວາງສະແດງສິນຄ້າ 2024 (GEFE 2024) ຈະດຳເນີນຢູ່ນະຄອນ ໂຮ່ຈີມິນ ແຕ່ວັນທີ 21 – 23 ຕຸລາ, ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະວິສາຫະກິດແຖວໜ້າຂອງເອີຣົບ. ນີ້ແມ່ນໂອກາດເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາປະຊາຄົມວິສາຫະກິດ ເອີລົບ ແລະ ຫວຽດນາມ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດຫວຽດນາມ ສີຂຽວ ແລະ ໝັ້ນຄົງ.
ກ່າວຄຳເຫັນທີ່ກອງປະຊຸມຂ່າວແນະນຳ “ເວທີປາໄສເສດຖະກິດຂຽວ ແລະ ງານວາງສະແດງ 2024” (GEFE 2024), ທ່ານ Julien Guerrier ເອກອັກຄະລັດຖະທູດ EU ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: GEFE ແມ່ນເຫດການຮ່ວມມືທີ່ພົ້ນເດັ່ນຂອງສະພາການຄ້າເອີລົບ ປະຈຳ ຫວຽດນາມ (EuroCham). GEFE ມີຈຸດປະສົງເພື່ອການຂະຫຍາຍຕົວສີຂຽວ, ຍືນຍົງກວ່າແລະເປັນໂອກາດທີ່ຈະຮ່ວມມືກັບທຸລະກິດເອີຣົບທີ່ນໍາພາພາກລັດ - ເອກະຊົນໄປສູ່ອະນາຄົດສີຂຽວ.
ພາຍຫຼັງ 4 ປີແຫ່ງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຈະມີຜົນສັກສິດ (1 ສິງຫາ 2020 – 1 ສິງຫາ 2024), ອັດຕາສ່ວນສິນຄ້າຂອງຫວຽດນາມ ໄປຍັງຕະຫຼາດ ອີຢູ ໄດ້ເພີ່ມຂຶ້ນ ແລະ ຫວຽດນາມ ກາຍເປັນປະເທດທີ່ມີສ່ວນແບ່ງຕະຫຼາດໃຫຍ່ກວ່າເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ອາຊຽນ ທີ່ສົ່ງອອກໄປຍັງ ອີຢູ.
ກອງປະຊຸມຂ່າວ GEFE 2024.
“ວິສາຫະກິດ EU ຈະພ້ອມກັບ ແລະ ສະໜັບສະໜູນຫວຽດນາມ ໃນທິດທາງກາຍເປັນປະເທດພັດທະນາໃນປີ 2045. ຂ້າພະເຈົ້າຢາກເນັ້ນໜັກເຖິງບັນດາຂົງເຂດອາຊຽນໃນ GEFE 2024, ເພາະວ່ານີ້ແມ່ນບັນດາເຫດການຢູ່ພາກພື້ນບໍ່ພຽງແຕ່ມີວິສາຫະກິດເອີລົບເທົ່ານັ້ນ ຫາກຍັງແມ່ນວິສາຫະກິດໃນພາກພື້ນອີກດ້ວຍ.
ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບຫວຽດນາມ ໃນວິວັດການຫັນພື້ນຖານເສດຖະກິດສີຂຽວ ແລະ GEFE ແມ່ນຈຸດໝາຍແນະນຳເຕັກໂນໂລຊີຂອງເອີລົບ ມຸ່ງໄປສູ່ອະນາຄົດທີ່ຂຽວສົດງົດງາມ,” ທ່ານ Julien Guerrier ຢືນຢັນ.
ຜູ້ຕາງໜ້າ ກະຊວງອຸດສາຫະກຳການຄ້າ , ທ່ານ ຫວູບາຟູ, ຫົວໜ້າອົງການສົ່ງເສີມການຄ້າໃຫ້ຮູ້ວ່າ: ພາຍຫຼັງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງ ຫວຽດນາມ ແລະ EU ໄດ້ພັດທະນາຢ່າງວ່ອງໄວທັງກ້ວາງຂວາງ ແລະ ເລິກເຊິ່ງ.
ວົງເງິນການຄ້າສິນຄ້າເພີ່ມຂຶ້ນ 4 ເທົ່າ, ການຄ້າການບໍລິການໄດ້ເພີ່ມຂຶ້ນ 2 ເທົ່າໃນ 30 ປີຜ່ານມາ. ໃນ 6 ເດືອນຕົ້ນປີ 2024, ອີຢູ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບສອງຂອງຫວຽດນາມ (ຖັດຈາກ ອາເມລິກາ), ແມ່ນນັກລົງທຶນແຖວໜ້າ, ມີບັນດາຂະແໜງເສດຖະກິດສຳຄັນຂອງຫວຽດນາມ.
“ການພົວພັນດ້ານການຄ້າໄດ້ຮັບຖືວ່າແມ່ນຈຸດໝາຍສຳຄັນເພື່ອຊຸກຍູ້ການເຄື່ອນໄຫວຮ່ວມມື ດ້ານການເມືອງ ລະຫວ່າງ EU ແລະ ຫວຽດນາມ ບົນພື້ນຖານຜົນປະໂຫຍດເຊິ່ງກັນ ແລະ ກັນ, ແຕ່ຮອດເດືອນ 8/2024, EU ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ EU ໃນກຸ່ມ ອາຊຽນ.
ຕາມທ່ານ Alain Cany - ປະທານຮ່ວມຂອງຄະນະຈັດຕັ້ງ GEFE ແລະ ປະທານຄະນະທີ່ປຶກສາ EuroCham ຫວຽດນາມ ແລ້ວ, GEFE 2024 ຈະມີແນວຄວາມຄິດ ແລະ ສະຖານທີ່ຄື GEFE 2022 ແຕ່ເນື້ອໃນຈະແຕກຕ່າງກັນ. ຕາມນັ້ນແລ້ວ, ເຫດການຈະມີທັງເວທີປາໄສ ແລະ ງານວາງສະແດງ.
ດ້ວຍຫົວຂໍ້ “ສ້າງອະນາຄົດສີຂຽວ”, GEFE 2024 ສົ່ງເສີມນະວັດຕະກໍາ, ການເຕີບໂຕທາງດ້ານເສດຖະກິດ ແລະ ຄວາມຍືນຍົງ. ນີ້ແມ່ນຄັ້ງທຳອິດທີ່ເຫດການດັ່ງກ່າວໄດ້ມີການຮ່ວມມືຢ່າງໃກ້ຊິດບໍ່ພຽງແຕ່ກັບປະຊາຄົມ EU ເທົ່ານັ້ນ ຫາກຍັງເກີນຂອບເຂດນັ້ນ ດ້ວຍບັນດາການເຄື່ອນໄຫວຂອງບັນດາປະເທດທີ່ບໍ່ແມ່ນ EU ເຊັ່ນ: ສະວິດ, ນອກແວ, ອັງກິດ...
GEFE 2024 ຈະມີວິສາຫະກິດ 200 ກວ່າຮ້ານວາງສະແດງເຂົ້າຮ່ວມ, ໃນນັ້ນຫວຽດນາມ ມີ 24 ວິສາຫະກິດ, ໂຮນລັງພຽງແຕ່ມີ 50 ກວ່າວິສາຫະກິດ. ສຳລັບເວທີປາໄສຄັ້ງນີ້ ຈະມີກອງປະຊຸມ ແລະ ສຳມະນາ ປະມານ 30 ຄັ້ງ ໂດຍມີ 150 ທ່ານ, ນັກສຳມະນາກອນ ແລກປ່ຽນຂໍ້ມູນຂ່າວສານ ແລະ ຄວາມຊ່ຽວຊານສະເພາະດ້ານເຕັກໂນໂລຊີ ແລະ ບັນດາບັນຫາກ່ຽວກັບນະໂຍບາຍ ແລະ ລະບຽບການທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ ແລະ ການຫັນເປັນສີຂຽວ.
GEFE 2024 ຈະໄຂຂຶ້ນຢູ່ ThiskyHall, ນະຄອນ ໂຮ່ຈີມິນ ແຕ່ວັນທີ 21-23 ຕຸລາ ເພື່ອຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງ ຫວຽດນາມ - ອີຢູ ໂດຍຜ່ານບັນດາກອງປະຊຸມປຶກສາຫາລືຮອບດ້ານ, ສົມທົບກັນລົງທຶນ, ງານວາງສະແດງເສດຖະກິດ, ແບ່ງປັນຄວາມຮູ້ ແລະ ຖ່າຍທອດເຕັກໂນໂລຢີ. ຈຸດປະສົງຫຼັກຂອງ GEFE 2024 ແມ່ນເພື່ອສະໜັບສະໜູນ ຫວຽດນາມ ບັນລຸໄດ້ບັນດາຄຳໝັ້ນສັນຍາ COP26 ແລະ ສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ກຳນົດໄວ້ໃນຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ ໄລຍະ 2021 – 2030.
ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າເຖິງວິສາຫະກິດ ແລະວິສາຫະກິດແຖວໜ້າຂອງເອີລົບ ໃນຂົງເຂດຕ່າງໆ, ກະຊວງອຸດສາຫະກຳ ແລະການຄ້າ ຈະຈັດຕັ້ງກອງປະຊຸມວິສາຫະກິດ (B2B) ລະຫວ່າງວິສາຫະກິດຫວຽດນາມ ແລະ ເອີຣົບ. ນີ້ໄດ້ຮັບຖືວ່າແມ່ນກາລະໂອກາດທີ່ດີເພື່ອເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດເອີລົບ ແລະ ຫວຽດນາມ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດຫວຽດນາມ ສີຂຽວ ແລະ ຍືນຍົງ ໂດຍຜ່ານບັນດາຂໍ້ລິເລີ່ມ, ແນວຄິດ ແລະ ແບ່ງປັນເຕັກໂນໂລຊີ.
ຮ່າອານ
ທີ່ມາ: https://doanhnghiepvn.vn/kinh-te/co-hoi-tang-cuong-hop-tac-giua-cong-dong-doanh-nghiep-viet-nam-eu/20240924020142537






(0)