ການໄປຢ້ຽມຢາມສົ່ງເສີມການລົງທຶນຂອງການນຳນະຄອນ ດາຫນັງ ຂອງໄທ ມີບາງເນື້ອໃນສຳຄັນຄື: ດຶງດູດການພັດທະນາຂະແໜງການເຮືອຢອດ ແລະ ການເປີດສາຍການບິນໃໝ່.
ແຕ່ວັນທີ 2 – 5 ຕຸລານີ້, ຄະນະຜູ້ແທນນະຄອນດ່ານັງໂດຍທ່ານ ເຈີ່ນຈີ້ເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນດານັງ ນຳໜ້າ, ໄດ້ຊຸກຍູ້ການຄ້າ ການທ່ອງທ່ຽວ ກັບຫຼາຍທ້ອງຖິ່ນຂອງໄທ.
ທີ່ການເຮັດວຽກລະຫວ່າງຄະນະຜູ້ແທນນະຄອນ ດ່ານັງ ແລະ ການນຳແຂວງຂອນແກ່ນ, ອຸດອນທານີ, ບາງກອກ, ພູເກັດ, ທຸກຝ່າຍໄດ້ເຫັນດີເປັນເອກະສັນກັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຕາມບົດບັນທຶກຊ່ວຍຈຳທີ່ຜ່ານມາ.
ບົນພື້ນຖານທ່າແຮງ ແລະ ຄວາມໄດ້ປຽບຂອງແຕ່ລະທ້ອງຖິ່ນ, ນະຄອນ ດ່າໜັງ ປາດຖະໜາຢາກເປີດເສັ້ນທາງການບິນໃໝ່ ເພື່ອສືບຕໍ່ຊຸກຍູ້ການພັດທະນາ ການທ່ອງທ່ຽວ ລະຫວ່າງ ນະຄອນ ດ່າໜັງ ແລະ ໄທ ກໍ່ຄືເຊື່ອມຕໍ່ບັນດາເຂດໃກ້ຄຽງ.
ຄະນະຜູ້ແທນນະຄອນ ດ່ານັ້ງ ໄດ້ເຮັດວຽກກັບແຂວງຂອນແກ່ນ
NGUYEN TU
ການນຳນະຄອນດ່ານັງຍັງໄດ້ເຮັດວຽກ ແລະ ປຶກສາຫາລືຫຼາຍບັນຫາສຳຄັນກັບສະມາຄົມເຮືອຢອດບາງກອກ ແລະ ສະພາການຄ້າໄທ.
ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ເຈິ່ນຈີ໋ເກື່ອງ ໄດ້ແບ່ງປັນວ່າ ນະຄອນ ດ່ານັ້ງ ມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຫລາຍຢ່າງໃນການພັດທະນາການທ່ອງທ່ຽວແມ່ນ້ຳ ແລະ ທະເລ, ໃຫ້ບຸລິມະສິດດຶງດູດການລົງທຶນໃນທ່າກຳປັ່ນ, ອຸປະກອນກຳປັ່ນ, ອຸດສາຫະກຳເຮືອຢອດ.
ນັບແຕ່ນີ້ຮອດປີ 2025, ນະຄອນ ດ່ານັງ ໄດ້ວາງແຜນພັດທະນາ 2 ເຂດລຽບຕາມແມ່ນ້ຳຮ່ານ ເພື່ອດຶງດູດການລົງທຶນຢູ່ທ່າກຳປັ່ນ Song Thu (ເກົ່າ) ແລະ ຖະໜົນ Nhu Nguyet ທັງທາງບົກ ແລະ ທາງນ້ຳ ເພື່ອພັດທະນາການທ່ອງທ່ຽວ ແລະ ການບໍລິການໃຫ້ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງຂະແໜງການລູກຄ້າລະດັບສູງ.
ຄະນະຜູ້ແທນນະຄອນ ດ່າໜັງ ໄດ້ເຮັດວຽກກັບສະພາການຄ້າໄທ
NGUYEN TU
ພິເສດ, ພາຍຫຼັງ ທ່າກຳປັ່ນ Lien Chieu ໄດ້ຮັບການເຄື່ອນໄຫວແລ້ວ, ທ່າກຳປັ່ນ Tien Sa ຈະຄ່ອຍໆປ່ຽນໃໝ່ໜ້າທີ່ເປັນທ່າກຳປັ່ນທ່ອງທ່ຽວ, ສາມາດຮັບເອົາເຮືອຢອດຊຸບເປີ ແລະ ກຳປັ່ນທ່ອງທ່ຽວຂະໜາດໃຫຍ່.
ຜູ້ຕາງໜ້າສະມາຄົມເຮືອຢອດບາງກອກກໍ່ສະແດງຄວາມສົນໃຈຕໍ່ການທ່ອງທ່ຽວທາງນ້ຳ, ອ່າວ ແລະ ທະເລຢູ່ນະຄອນ ດ່ານັງ; ຢືນຢັນວ່າ ນີ້ແມ່ນຂະແໜງການໃໝ່ຂອງ ນະຄອນດ່ານັງ , ມີຫຼາຍບ່ອນ ແລະ ໂອກາດເພື່ອໃຫ້ບັນດາຄູ່ຮ່ວມມືລົງທຶນ.
Thanhnien.vn






(0)