ໃນຂອບເຂດການເຮັດວຽກຂອງຄະນະຜູ້ແທນການນຳຂັ້ນສູງນະຄອນ ໂຮ່ຈີມິນ ໄປ ອາເມລິກາ, ວັນທີ 16 ຕຸລາ, ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ໄດ້ລົງນາມ 2 ສັນຍາຮ່ວມມືສຳຄັນກັບ ໂຮງຮຽນການພັດທະນາແບບຍືນຍົງ Doerr - ມະຫາວິທະຍາໄລ Stanford ແລະ ມະຫາວິທະຍາໄລລັດ Arizona (ASU), ເພື່ອຊຸກຍູ້ການຄົ້ນຄວ້າ, ບຳລຸງສ້າງ ແລະ ຖ່າຍທອດຄວາມຮູ້ເພື່ອຮັບໃຊ້ການພັດທະນາແບບຍືນຍົງຂອງນະຄອນ ໂຮ່ຈີມິນ.
ວິທີແກ້ໄຂເພື່ອການພັດທະນາສີຂຽວ ແລະ ຕົວເມືອງແບບຍືນຍົງ
ຢູ່ລັດຄາລິຟໍເນຍ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ, ນະຄອນໂຮ່ຈີມິນ ແລະ ໂຮງຮຽນພັດທະນາແບບຍືນຍົງ Doerr ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດດັ່ງນີ້: ການຄຸ້ມຄອງສິ່ງເສດເຫຼືອ, ການບໍາບັດ ແລະ ເຕັກໂນໂລຊີ ໝູນວຽນ; ການປ່ຽນແປງດິນຟ້າອາກາດ, ອາຍແກັສເຮືອນແກ້ວ ແລະເປົ້າໝາຍ Net-Zero; ການປົກປ້ອງຊັບພະຍາກອນນ້ໍາແລະຄຸນນະພາບອາກາດໃນຕົວເມືອງ; ພະລັງງານແບບຍືນຍົງ ແລະສູນຂໍ້ມູນ; ແລະ ຜັນຂະຫຍາຍບັນດາໂຄງການທົດລອງກ່ຽວກັບສິ່ງແວດລ້ອມ, ພະລັງງານ ແລະ ພັດທະນາແບບຍືນຍົງຢູ່ນະຄອນ ໂຮ່ຈີມິນ.
ທ່ານ ສາດສະດາຈານ ຫງວຽນທິແທງມາຍ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ, ການລົງນາມໃນມື້ນີ້ບໍ່ພຽງແຕ່ເປີດກາລະໂອກາດແລກປ່ຽນຄວາມຮູ້ ແລະ ເຕັກໂນໂລຢີລະຫວ່າງ 2 ມະຫາວິທະຍາໄລໃນຂົງເຂດສິ່ງແວດລ້ອມ ແລະ ພະລັງງານເທົ່ານັ້ນ, ແຕ່ຍັງເປັນບາດກ້າວທຳອິດເພື່ອໃຫ້ມະຫາວິທະຍາໄລແຫ່ງນີ້ເປີດກວ້າງການຮ່ວມມືກັບບັນດາຫົວໜ່ວຍ Stanford ໃນຂົງເຂດເຕັກໂນໂລຢີສູງເຊັ່ນ: semiconductors, ປັນຍາປະດິດ, ເຕັກໂນໂລຊີຊີວະພາບ ແລະ ມະຫາວິທະຍາໄລອັດສະລິຍະ.
2 ຝ່າຍໃຫ້ຄຳໝັ້ນສັນຍາຈະລະດົມແຫຼ່ງກຳລັງເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມື, ເຮັດວຽກ, ໂຄງການຝຶກອົບຮົມ, ເປັນການແລກປ່ຽນຄູອາຈານ ແລະ ນັກສຶກສາ.
ນີ້ໄດ້ຮັບຖືວ່າເປັນບາດກ້າວທີ່ແທດຈິງເພື່ອແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ເປັນຮູບແບບການຮ່ວມມື “ສາມຝ່າຍ”, ໃນນັ້ນມີໂຮງຮຽນ, ລັດ ແລະ ທຸລະກິດເພື່ອພັດທະນາຕົວເມືອງແບບຍືນຍົງ.

ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນວັນດຶກ ເນັ້ນໜັກວ່າ: ນະຄອນໂຮ່ຈິມິນ ໃຫ້ບຸລິມະສິດການຫັນປ່ຽນດີຈີຕອນ, ພັດທະນາ ເສດຖະກິດ ດີຈີຕອນ ແລະ ພະລັງງານສະອາດ, ສະນັ້ນ ຕ້ອງມີບັນດາມາດຕະການແກ້ໄຂ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ປາດຖະໜາວ່າ: ການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ກັບມະຫາວິທະຍາໄລ Stanford ຈະເປີດກ້ວາງບັນດາໂຄງການຝຶກອົບຮົມ, ຄົ້ນຄ້ວາ ແລະ ຫ້ອງທົດລອງ, ປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີວິໄສທັດທົ່ວໂລກໃຫ້ແກ່ຫວຽດນາມ.
ທ່ານສາດສະດາຈານ Arun Majumdar, ຄະນະບໍດີໂຮງຮຽນພັດທະນາແບບຍືນຍົງ Doerr ໄດ້ສະແດງຄວາມດີໃຈຕໍ່ສັນຍາຮ່ວມມື ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໃນການພັດທະນາສີຂຽວ.
ສາດສະດາຈານ Arun Majumdar ໃຫ້ຮູ້ວ່າ: ການຮ່ວມມືນີ້ ຈະຊຸກຍູ້ການຄົ້ນຄວ້ານຳໃຊ້ສູງ, ມຸ່ງໄປເຖິງບັນດາມາດຕະການແກ້ໄຂດ້ານພະລັງງານ ແລະ ສິ່ງແວດລ້ອມແບບຍືນຍົງສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຜູ້ອຳນວຍການໂຮງຮຽນພັດທະນາແບບຍືນຍົງ Doerr ຢືນຢັນວ່າ: ຍຸດທະສາດຂອງໂຮງຮຽນສຸມໃສ່ເຊື່ອມຕໍ່ນະວັດຕະກຳກັບການຫັນເປັນອຸດສາຫະກຳ ແລະ ບຳລຸງສ້າງບັນດາຜູ້ນຳທີ່ມີຄວາມສາມາດສ້າງການປ່ຽນແປງ - ຄ້າຍຄືກັນກັບທິດພັດທະນາຂອງນະຄອນໂຮ່ຈີມິນ.
ພັດທະນາແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີສູງໃຫ້ນະຄອນໂຮ່ຈິມິນ
ໃນຂອບເຂດຂອງເວທີປາໄສນະຄອນໂຮ່ຈິມິນ - ອາເມລິກາ 2025, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ແລະ ມະຫາວິທະຍາໄລ Arizona State (ASU) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU).
2 ຝ່າຍໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງເພື່ອຊຸກຍູ້ການແລກປ່ຽນດ້ານວິຊາການ ແລະ ການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຢີ , ພິເສດແມ່ນບັນດາຂົງເຂດທີ່ສອດຄ່ອງກັບທິດພັດທະນາຂອງນະຄອນ ໂຮ່ຈີມິນ.

ເນື້ອໃນ MoU ເນັ້ນໃສ່ຂົງເຂດຍຸດທະສາດ: ການອອກແບບໄມໂຄຣຊິບ ແລະ ເທັກໂນໂລຢີ semiconductor, ປັນຍາປະດິດ, ວິສະວະກຳອຸດສາຫະກຳ 4.0, ການນຳໃຊ້ Internet of Things (IoT), ວິສະວະກຳຊີວະພາບ ແລະ ສຸຂະພາບ.
ສອງຝ່າຍຈະຮ່ວມມືໃນການເຄື່ອນໄຫວຄົ້ນຄ້ວາ ແລະ ພັດທະນາ (R&D) ກ່ຽວກັບເຕັກໂນໂລຊີປະກອບ semiconductor, ທົດສອບ ແລະ ການຫຸ້ມຫໍ່ (ATP), ແລະ ພັດທະນາບັນດາໂຄງການຝຶກອົບຮົມ, ແລກປ່ຽນນັກສຶກສາ-ຄະນະວິຊາ, ຈັດຕັ້ງກອງປະຊຸມ ແລະ ຂໍ້ລິເລີ່ມຄົ້ນຄວ້າຮ່ວມ.
ທີ່ມາ: https://giaoducthoidai.vn/dai-hoc-quoc-gia-tphcm-hop-tac-voi-2-dai-hoc-my-giai-cac-bai-toan-cua-tphcm-post753047.html
(0)