
ເປັນໜ້າສັງເກດ, ໄດ້ນຳພາການຈັດຕັ້ງປະຕິບັດບັນດາມາດຕະການເພື່ອຊຸກຍູ້ການເຕີບໂຕ ເສດຖະກິດ ; ພື້ນຖານເສດຖະກິດມະຫາພາກມີຄວາມໝັ້ນຄົງ, ອັດຕາເງິນເຟີ້ຖືກຄວບຄຸມ, ຄວາມດຸ່ນດ່ຽງທີ່ສຳຄັນໄດ້ຮັບການຮັບປະກັນ; ໜີ້ສິນສາທາລະນະ ແລະ ຕົວຊີ້ວັດການຂາດດຸນງົບປະມານຂອງລັດແມ່ນຄວບຄຸມໄດ້ດີ, ຕ່ຳກວ່າຂອບເຂດທີ່ອະນຸຍາດ. ຂະໜາດ GDP ເພີ່ມຂຶ້ນຈາກ 346 ຕື້ USD ໃນປີ 2020, ຢູ່ອັນດັບທີ 37 ຂອງໂລກ, ຂຶ້ນເປັນ 510 ຕື້ USD ໃນປີ 2025, ເພີ່ມຂຶ້ນ 5 ອັນດັບ, ຢືນອັນດັບທີ 32 ຂອງໂລກ ແລະ ອັນດັບທີ 4 ຂອງພາກພື້ນອາຊຽນ; GDP ຕໍ່ຫົວຄົນເພີ່ມຂຶ້ນ 1,4 ເທົ່າ, ເພີ່ມຂຶ້ນຈາກ 3.552 USD ຂຶ້ນເປັນປະມານ 5.000 USD, ເຂົ້າສູ່ກຸ່ມປະເທດທີ່ມີລາຍຮັບປານກາງສູງ.
ລາຍຮັບງົບປະມານແຫ່ງລັດ ໄລຍະ 2021-2025 ຄາດຄະເນ 9,6 ລ້ານກວ່າດົ່ງ, ເພີ່ມຂຶ້ນ 1,36 ເທົ່າ ທຽບໃສ່ໄລຍະ 2016-2020 ແລະ ລື່ນຄາດໝາຍ (8,3 ລ້ານດົ່ງ, ເພີ່ມຂຶ້ນກວ່າ 15,6%). ວົງເງິນການຄ້ານັບມື້ນັບເພີ່ມຂຶ້ນ, ບັນລຸປະມານ 850 ຕື້ USD ໃນປີ 2025, ໃນຈຳນວນ 20 ປະເທດໃຫຍ່ ໃນໂລກ ; ການດຸ່ນດ່ຽງການຄ້າຮັກສາການເກີນດຸນການຄ້າຂະຫນາດໃຫຍ່.
ແຫຼ່ງເງິນລົງທຶນພັດທະນາໄດ້ຮັບການລະດົມ ແລະ ນຳໃຊ້ຢ່າງມີປະສິດທິຜົນກວ່າ; ຍອດຈຳນວນເງິນລົງທຶນສັງຄົມບັນລຸ 17,3 ລ້ານດົ່ງ, ເທົ່າກັບ 33,2% GDP, ບັນລຸໄດ້ຄາດໝາຍທີ່ວາງໄວ້ (32%-34%); ໃນນັ້ນ, ການລົງທຶນຂອງລັດບັນລຸ 3,4 ລ້ານດົ່ງ, ເພີ່ມຂຶ້ນ 55% ເມື່ອທຽບໃສ່ໄລຍະຜ່ານມາ, ແກ້ໄຂປະກົດການຫຍໍ້ທໍ້ໃນການລົງທຶນຂອງລັດ, ຮັບປະກັນຈຸດສຸມ, ຈຸດສຳຄັນ ແລະ ປະສິດທິຜົນ; ຄຸນນະພາບການດຶງດູດ FDI ສືບຕໍ່ໄດ້ຮັບການປັບປຸງ.
ຄຽງຄູ່ກັນນັ້ນ, ການລົງທຶນໃນລະບົບພື້ນຖານໂຄງລ່າງໄດ້ສຸມໃສ່ການນຳ, ພິເສດແມ່ນພື້ນຖານໂຄງລ່າງການສັນຈອນທາງຫຼວງ, ສະໜາມບິນ, ທ່າເຮືອ, ເສັ້ນທາງລົດໄຟໃນຕົວເມືອງ, ພື້ນຖານໂຄງລ່າງດີຈີຕອນ ແລະ ອື່ນໆ ໄດ້ເປີດກ້ວາງພື້ນທີ່ພັດທະນາໃໝ່. ຮອດທ້າຍປີ 2025, ທາງດ່ວນ 3.200 ກິໂລແມັດຈະສຳເລັດໂດຍພື້ນຖານ (ລື່ນຄາດໝາຍ 3.000 ກິໂລແມັດ) ແລະ ເສັ້ນທາງຊາຍຝັ່ງທະເລ 1.700 ກິໂລແມັດ (ບັນລຸຄາດໝາຍທີ່ວາງໄວ້); ສະໜາມບິນສາກົນລອງແທ່ງ ແລະ ບັນດາໂຄງການພື້ນຖານໂຄງລ່າງ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພະລັງງານທີ່ສຳຄັນຈະໄດ້ຮັບການກໍ່ສ້າງໂດຍພື້ນຖານ.
ພິເສດ, ຫຼາຍໂຄງການຖືກຄ້າງຄາ, ວິສາຫະກິດເສຍຫາຍໃນໄລຍະຍາວ, 5 ອົງການສິນເຊື່ອອ່ອນແອ ແລະ 12 ໂຄງການເສຍຫາຍ ແລະ ບໍ່ມີປະສິດທິຜົນໃນຫຼາຍຂໍ້ໄດ້ຮັບການແກ້ໄຂຢ່າງເດັດດ່ຽວ, ບັນລຸໄດ້ໝາກຜົນດີ. ການນຳທ້ອງຖິ່ນໄດ້ຊີ້ນຳແກ້ໄຂບັນດາສິ່ງກີດຂວາງເພື່ອດຳເນີນທຸລະກິດ, ສືບຕໍ່ລົງທຶນເຂົ້າໃນ 1.154 ໂຄງການ ແລະ ສະຖານທີ່ອະສັງຫາລິມະຊັບ ດ້ວຍຍອດມູນຄ່າປະມານ 675 ຕື້ດົ່ງ. ປະຈຸບັນໄດ້ຊີ້ນຳກວດກາ, ຈັດແບ່ງ ແລະ ສະເໜີໃຫ້ບັນດາເຈົ້າໜ້າທີ່ມີຄວາມສາມາດແກ້ໄຂສິ່ງກີດຂວາງໃຫ້ເກືອບ 3.000 ໂຄງການ ດ້ວຍຍອດຈຳນວນທຶນນັບລ້ານດົ່ງ ແລະ ຂອບເຂດນຳໃຊ້ທີ່ດິນນັບແສນກວ່າເຮັກຕາ.
.jpg)
ຂົງເຂດວັດທະນະທຳ, ປະຊາຊົນ ແລະ ປະກັນສັງຄົມໄດ້ມີຄວາມກ້າວໜ້າຢ່າງຈະແຈ້ງ; ຊີວິດຂອງປະຊາຊົນສືບຕໍ່ປັບປຸງ.
ບັນດານະໂຍບາຍກ່ຽວກັບຊົນເຜົ່າ, ສາສະໜາ, ຄວາມເຊື່ອຖື, ການເບິ່ງແຍງດູແລຜູ້ສູງອາຍຸ, ປົກປັກຮັກສາເດັກ, ເພື່ອຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ອື່ນໆ ແມ່ນຊີ້ນຳ ແລະ ປະຕິບັດຢ່າງມີປະສິດທິຜົນ. ວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາເຜີຍແຜ່ຖືກນຳໃຊ້ຢ່າງກົງໄປກົງມາ ແລະ ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງຄວາມເຫັນດີເຫັນພ້ອມໃນທົ່ວສັງຄົມ.
ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບໄດ້ຮັດແໜ້ນ ແລະ ເພີ່ມທະວີ; ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບການຮັບປະກັນ; ເອກະລາດແຫ່ງຊາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາ; ການໃຊ້ຈ່າຍດ້ານການປ້ອງກັນປະເທດແລະຄວາມປອດໄພເພີ່ມຂຶ້ນເປັນອັນໃຫຍ່ທີ່ສຸດຈາກການປະຢັດແລະລາຍຮັບທີ່ເພີ່ມຂຶ້ນ. ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍົກຂຶ້ນສູ່ລະດັບໃໝ່, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ພິເສດແມ່ນການທູດເສດຖະກິດ. ບັນດາອົງການຈັດຕັ້ງສາກົນຕີລາຄາສູງການນຳພາ, ໝາກຜົນ, ແງ່ຫວັງພັດທະນາຂອງຫວຽດນາມ. ກຽດສັກສີ ແລະ ທີ່ຕັ້ງສາກົນຂອງຫວຽດນາມ ໄດ້ຮັບການເສີມຂະຫຍາຍ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມື ແລະ ການພັດທະນາ, ເປີດກວ້າງສະພາບການໃໝ່ທີ່ບໍ່ເຄີຍມີມາກ່ອນ ເພື່ອພັດທະນາປະເທດຊາດ.
ທີ່ມາ: https://daibieunhandan.vn/dang-uy-chinh-phu-da-lanh-dao-chi-dao-hoan-thanh-cac-muc-tieu-nhiem-vu-phat-trien-kinh-te-xa-hoi-10390174.html
(0)