![]()
ນັກກິລາຫວຽດນາມ ພວມເລັ່ງກະກຽມງານມະຫະກຳກິລາຊີເກມຄັ້ງທີ 33 ຢູ່ໄທ. ນີ້ແມ່ນການແຂ່ງຂັນທີ່ຖືວ່າເຕັມໄປດ້ວຍຄວາມທ້າທາຍ, ເພາະວ່າພວກເຮົາຕ້ອງໄດ້ແຂ່ງຂັນໃນສະຫນາມຂອງຄູ່ແຂ່ງທີ່ແຂງທີ່ສຸດຂອງໄທ. ສະນັ້ນ, ສະຫະພັນກີລາກໍ່ໄດ້ມີການເຄື່ອນໄຫວເພື່ອຊຸກຍູ້ຈິດໃຈນັກກິລາ.
ຕາມນັ້ນແລ້ວ, ຖ້າບັນລຸເປົ້າໝາຍ 12 ຫຼຽນຄຳ, ຄະນະນັກກິລາ ຫວຽດນາມ ຈະໄດ້ຮັບເງິນລາງວັນ 1 ຕື້ດົ່ງຈາກສະຫະພັນ. ນີ້ແມ່ນແຫຼ່ງກຳລັງໃຈຢ່າງຈະແຈ້ງເພື່ອຊ່ວຍໃຫ້ນັກກິລາພະຍາຍາມເຂົ້າແຂ່ງຂັນໃນງານມະຫາກຳກິລາຊີເກມຄັ້ງທີ 33. ປະຈຸບັນ, ຄະນະນັກກິລາຫວຽດນາມມີກຳລັງຝຶກຊ້ອມຢູ່ຈີນ ແລະ ກຸ່ມນັກກິລາທີ່ສຳຄັນພວມຝຶກຊ້ອມຢູ່ ຮ່າໂນ້ຍ , ນະຄອນໂຮ່ຈິມິນ, ດາຫນັງ ແລະ ບັກນິງ.
ໃນງານມະຫາກຳກິລາຊີເກມຄັ້ງທີ 31 ຢູ່ຫວຽດນາມ, ນັກກິລາຫວຽດນາມຍາດໄດ້ 22 ຫຼຽນຄຳ, ໃນງານກິລາຊີເກມຄັ້ງທີ 32 ຍາດໄດ້ 12 ຫຼຽນຄຳ. ກິລາຊີເກມ ຄັ້ງທີ 33 ຈະໄດ້ແຂ່ງຂັນ 47 ຫຼຽນຄຳ, ຈັດຂຶ້ນຢູ່ 2 ສະຖານທີ່ຄື: ສະໜາມກິລາສຸພານຸວົງ ແລະ ສະໜາມກິລາແຫ່ງຊາດ ໃນລະຫວ່າງວັນທີ 11-16 ທັນວາ.
PV
ທີ່ມາ: https://vtv.vn/dien-kinh-viet-nam-dat-muc-tieu-gianh-12-hcv-sea-games-33-100251202105103895.htm






(0)