Vietnam.vn - Nền tảng quảng bá Việt Nam

ສະແດງຄວາມເສົ້າສະຫຼົດໃຈຂອງລັດຖະບານຍີ່ປຸ່ນຕໍ່ຄວາມເສຍຫາຍຈາກພະຍຸ ແລະໄພນໍ້າຖ້ວມຢູ່ຫວຽດນາມ

Báo Nhân dânBáo Nhân dân14/09/2024


ກປ.ອອນໄລ - ວັນທີ 12 ກັນຍາ, ຂໍ້ມູນຈາກສະຖານທູດຍີ່ປຸ່ນປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: ກ່ຽວກັບຄວາມເສຍຫາຍຈາກພະຍຸເລກ 3 (ຊື່ສາກົນ Yagi) ຢູ່ບັນດາທ້ອງຖິ່ນທາງພາກເໜືອເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ສົ່ງໂທລະເລກສະແດງຄວາມເສຍໃຈເຖິງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ .

ໃນ​ຂໍ້ຄວາມ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ, ທ່ານ ​ນາຍົກລັດຖະມົນຕີ ຍີ່ປຸ່ນ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ທີ່​ໄດ້​ຮັບ​ຟັງ​ວ່າ: ພາຍຸ​ໄຕ້​ຝຸ່ນ​ເລກ 3 ພ້ອມ​ດ້ວຍ​ຝົນຕົກ​ໜັກ ​ແລະ ລົມ​ແຮງ​ໄດ້​ພັດ​ເຂົ້າ​ຝັ່ງ​ຫວຽດນາມ, ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ທີ່​ພາຍຸ​ດັ່ງກ່າວ​ພັດ​ຜ່ານ.

ຕາງໜ້າ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Kishida ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ບັນດາຜູ້ປະສົບເຄາະຮ້າຍຈາກລົມພາຍຸໄຕ້ຝຸ່ນ ແລະ ຄອບຄົວ, ພ້ອມທັງສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນ.

ທ່ານ Kishida ເນັ້ນໜັກວ່າ: “ໃນນາມເພື່ອນສະໜິດສະໜິດຂອງຊາວຫວຽດນາມ, ຈາກໃຈສຸດໃຈ, ຂ້າພະເຈົ້າຫວັງວ່າບັນດາທ້ອງຖິ່ນຂອງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸຈະຜ່ານຜ່າຄວາມຫຍຸ້ງຍາກ, ຟື້ນຟູການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນຈະກັບຄືນສູ່ສະພາບປົກກະຕິໂດຍໄວ.

ວັນ​ທີ 11 ກັນຍາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Kamikawa Yoko ກໍ່​ໄດ້​ສົ່ງ​ສານ​ອາ​ໄລ​ຫາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍ​ແທງ​ເຊີນ.

​ໃນ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ພາຍຸ, ​ແລະ ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງມາ​ຍັງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ, ຫວັງ​ວ່າ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ຈາກ​ພາຍຸ​ຈະ​ຟື້ນ​ຟູ​ໄວ, ຜູ້​ຫາຍ​ສາບ​ສູນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ໄວ, ​ແລະ ບັນດາ​ທ້ອງ​ຖິ່ນ​ທີ່​ຖືກ​ພາຍຸ​ພັດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຟື້ນ​ຟູ​ການ​ຜະລິດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ໄວໆ​ນີ້.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ກໍ່​ຢືນຢັນ​ວ່າ: “ລັດຖະບານ ຍີ່ປຸ່ນ ຍາມ​ໃດ​ກໍ່​ຢືນ​ຢັນ​ກັບ ຫວຽດນາມ, ບໍ່​ວ່າ​ຈະ​ມີ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ອັນ​ຈຳ​ເປັນ​ໃດ​ໃຫ້​ແກ່ ຫວຽດນາມ”.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ລັດຖະບານ​ຍີ່ປຸ່ນ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ ​ແລະ ​ໄພ​ນ້ຳ​ຖ້ວມ​ຢູ່​ຫວຽດນາມ.

ຖະແຫຼງການຂອງລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ເພື່ອຕອບສະໜອງຄຳຮຽກຮ້ອງຂອງລັດຖະບານ ຫວຽດນາມ, ລັດຖະບານ ຍີ່ປຸ່ນ ໂດຍຜ່ານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໄດ້ຕັດສິນໃຈສະໜອງເຄື່ອງບັນເທົາທຸກສຸກເສີນ ລວມມີອຸປະກອນກອງນ້ຳ ແລະ ແຜ່ນຢາງອະເນກປະສົງ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸຢູ່ ຫວຽດນາມ.

ຖະ​ແຫຼ​ງການ​ຍັງ​ກ່າວ​ວ່າ, ບົນ​ພື້ນຖານ​ຈິດ​ໃຈ​ມະນຸດສະທຳ ​ແລະ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ລັດຖະບານ​ຍີ່ປຸ່ນ​ໄດ້​ຕົກລົງ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ເພື່ອ​ຊ່ວຍ​ເຫຼືອປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.



ທີ່ມາ: https://nhandan.vn/dien-tham-hoi-cua-chinh-phu-nhat-ban-lien-quan-thiet-hai-do-bao-lu-gay-ra-o-viet-nam-post830437.html

(0)

No data
No data

ວິ​ດີ​ໂອ​ການ​ສະ​ແດງ​ຊຸດ​ປະ​ຈໍາ​ຊາດ​ຂອງ Yen Nhi ມີ​ວິ​ດີ​ໂອ​ທີ່​ສູງ​ທີ່​ສຸດ​ໃນ Miss Grand International
Com lang Vong - ລົດຊາດຂອງລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ
“ຕະຫຼາດ​ທີ່​ດີ​ທີ່​ສຸດ” ຢູ່​ຫວຽດ​ນາມ
ຮວ່າງ​ທິ​ລິງ​ນຳ​ເອົາ​ບົດ​ເພງ​ທີ່​ມີ​ຄວາມ​ຊົມ​ຫຼາຍ​ຮ້ອຍ​ລ້ານ​ວິວ​ຂຶ້ນ​ສູ່​ເວ​ທີ​ງານ​ບຸນ​ໂລກ

ມໍລະດົກ

ຮູບ

ທຸລະກິດ

ທິດຕາເວັນອອກສ່ຽງໃຕ້ຂອງນະຄອນໂຮ່ຈີມິນ: “ສຳຜັດ” ຄວາມງຽບສະຫງົບທີ່ເຊື່ອມຕໍ່ຈິດວິນຍານ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ