ບັນດາຜູ້ແທນໄປຢ້ຽມຊົມຫໍວາງສະແດງຢູ່ຫໍພິພິທະພັນແຂວງ Lang Son
ກປ.ອອນໄລ - ຕອນເຊົ້າວັນທີ 1 ມີນາ, ຄະນະຜູ້ແທນສະຖານທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ໂດຍທ່ານ Ri Ho Jun, ເອກອັກຄະລັດຖະທູດ ສະຖານທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ນໍາໜ້າ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ Lang Son ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ ຄົບຮອບ 5 ປີ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າ ກົມອາຊີຕາເວັນອອກສ່ຽງເໜືອ - ກະຊວງການຕ່າງປະເທດ , ແລະ ການນຳສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ.
ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນມີບັນດາການນຳຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກົມການຕ່າງປະເທດ; ແລະການນຳຂອງໜ່ວຍງານທີ່ກ່ຽວຂ້ອງ.
ຫວຽດນາມ ແລະ ສ.ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອປີ 1950. ນີ້ແມ່ນໜຶ່ງໃນບັນດາການພົວພັນທາງການທູດທຳອິດຂອງ ຫວຽດນາມ. ຕະຫຼອດ 74 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ, ໄດ້ຮັບການບໍາລຸງສ້າງ, ກໍ່ສ້າງໂດຍປະທານ ໂຮ່ຈີມິນ ແລະ ທ່ານປະທານ Kim Il Sung ນັບມື້ນັບຮັດແໜ້ນ ແລະ ພັດທະນາ. ໃນປະຫວັດສາດຂອງການພົວພັນຫວຽດນາມ - ສ.ເກົາຫຼີ, ການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳສູງສຸດສອງປະເທດໄດ້ສ້າງພື້ນຖານອັນໜັກແໜ້ນ, ໄດ້ສ້າງຂີດໝາຍພິເສດເຖິງການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ບັນດາຜູ້ແທນໄປຢ້ຽມຊົມຫໍວາງສະແດງຢູ່ຫໍພິພິທະພັນແຂວງ Lang Son
ຢູ່ແຂວງ Lang Son, ພາຍຫຼັງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Kim Chang Un ປະທານປະເທດ ສປປ ເກົາຫຼີ ໂດຍທາງລົດໄຟຜ່ານສະຖານີໂດຍສານສາກົນ Dong Dang ໃນເດືອນ 3/2019, ແຂວງໄດ້ຊີ້ນຳບັນດາຂະແໜງການທີ່ກ່ຽວຂ້ອງເກັບກຳບັນດາຮູບພາບ, ວັດຖຸພັນ ແລະ ການປະດັບປະດາເພື່ອກໍ່ສ້າງສະຖານທີ່ທ່ອງທ່ຽວໃຫ້ແຂກທ່ອງທ່ຽວ. ພາຍຫຼັງ 5 ປີແຫ່ງການວາງສະແດງ, ມາຮອດປະຈຸບັນ, ດ້ວຍຫົວຂໍ້ “ການພົວພັນຫວຽດນາມ - ເກົາຫຼີເໜືອ, ບັນດາຈຸດໝາຍປະຫວັດສາດ” ຢູ່ຫໍພິພິທະພັນແຂວງ ໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 100.000 ຄົນມາຢ້ຽມຢາມ ແລະ ຮຽນຮູ້. ຜ່ານນັ້ນ, ໄດ້ຢືນຢັນຄວາມສົນໃຈ ແລະ ຮ່ຳຮຽນກ່ຽວກັບປະຫວັດສາດແຫ່ງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຂອງທຸກຊັ້ນຄົນ, ພິເສດແມ່ນລຸ້ນໜຸ່ມ.
ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວຄຳເຫັນທີ່ກອງປະຊຸມ
ທີ່ການພົບປະ, ບັນດາຜູ້ແທນໄດ້ກວດກາຄືນປະຫວັດສາດການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ. ຢືນຢັນວ່າ 73 ປີທີ່ຜ່ານມາ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ແລະ ປະເທດທີ່ໄດ້ຮັບການບຳລຸງສ້າງໂດຍປະທານໂຮ່ຈິມິນ ແລະ ທ່ານປະທານ Kim Il Sung ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ.
ສະຫາຍ Ri Ho Jun, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ.
ຕາງໜ້າຄະນະຜູ້ແທນສະຖານທູດ ສ.ເກົາຫຼີ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ໄດ້ຂອບໃຈການນຳແຂວງ Lang Son ທີ່ໄດ້ເອົາໃຈໃສ່ຊີ້ນຳບັນດາຂະແໜງການທີ່ກ່ຽວຂ້ອງ ກໍ່ສ້າງຫໍວາງສະແດງ ດ້ວຍບັນດາຮູບພາບ, ວັດຖຸພັນອັນລ້ຳຄ່າຫຼາຍຢ່າງກ່ຽວກັບການຢ້ຽມຢາມຂອງບັນດາການນຳຂອງ 2 ປະເທດ ແລະ 2 ແຂວງ ກໍ່ຄືການຕ້ອນຮັບຢ່າງສົມກຽດ. ພ້ອມກັນນັ້ນ, ທ່ານຢືນຢັນວ່າ, ການພົວພັນຮ່ວມມືທີ່ສະໜິດສະໜົມໃນ 74 ປີຜ່ານມາລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ນັບມື້ນັບພັດທະນາ; ຫວັງວ່າຜ່ານການເຄື່ອນໄຫວວາງສະແດງ ແລະ ການໂຄສະນາ, ນັກທ່ອງທ່ຽວຈະເຂົ້າໃຈກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ.
ຜ່ານນັ້ນ, ປະກອບສ່ວນຊຸກຍູ້ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບດີກ່ວາອີກ.
ທີ່ມາ
(0)