W-ລັດຖະມົນຕີ ຫງວຽນແມ້ງຮຸ່ງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ (2).jpg

ຕອນ​ເຊົ້າ​ວັນ​ທີ 10/5, ຢູ່ ​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Choi Youngsam ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ. ພາບ: ເລແອງຢຸງ

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ, ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ. ພາຍຫຼັງ 30 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ປີ 2022, ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ປະຈຸ​ບັນ, ສ.​ເກົາຫຼີ ​ແມ່ນ​ນັກ​ລົງທຶນ​ໂດຍ​ກົງ​ໃຫຍ່​ກວ່າ​ໝູ່​ຢູ່ ຫວຽດນາມ. ໃນຂົງເຂດຂໍ້ມູນຂ່າວສານ ແລະ ສື່ສານ, ບັນດາອົງການຄຸ້ມຄອງຂອງສອງປະເທດຍັງປະຕິບັດຫຼາຍການເຄື່ອນໄຫວຮ່ວມມື ແລະ ແບ່ງປັນປະສົບການຢ່າງເປັນປະຈຳໃນການວາງນະໂຍບາຍ, ກໍ່ສ້າງສະຖາບັນ, ຈັດຕັ້ງເວທີປາໄສດິຈິຕອລ ຫວຽດນາມ - ສ.ເກົາຫຼີ ປະຈຳປີ, ສົມທົບກັນສ້າງເງື່ອນໄຂໃຫ້ວິສາຫະກິດ 2 ປະເທດປະຕິບັດບັນດາການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າ ແລະ ດຳເນີນທຸລະກິດ. ທ່ານ​ລັດຖະມົນຕີ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ ຫວຽດນາມ ກໍ່​ມີ​ຄວາມ​ສົນ​ໃຈ​ໄປ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ສ.​ເກົາຫຼີ. ວັນ​ທີ 8 ພຶດສະພາ​ນີ້, ກຸ່ມ​ບໍລິສັດ​ເຕັກ​ໂນ​ໂລ​ຊີ CMC ​ໄດ້​ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ CMC Korea ​ແລະ​ໄດ້​ເປີດ​ສຳນັກງານ​ຢູ່​ນະຄອນຫຼວງ​ເຊ​ອຸນ. ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ​ຂອງ​ຫວຽດ​ນາມ​ພວມ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ ເພື່ອ​ນຳ​ເອົາ​ຜະ​ລິດ​ຕະ​ພັນ Made in Vietnam ອອກ​ສູ່​ໂລກ. ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ຫວຽດນາມ ​ແລະ ສ.​ເກົາຫຼີ ພວມ​ກ້າວ​ເຂົ້າ​ສູ່​ລະດັບ​ການ​ຮ່ວມ​ມື​ໃໝ່. ສອງ​ປະ​ເທດ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ໃນ​ການ​ຄົ້ນ​ຄ້ວາ, ພັດທະນາ, ການ​ຝຶກ​ອົບຮົມ ​ແລະ ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ​ໂທລະ​ຄົມ, ສື່​ສານ semiconductors ​ແລະ ປັນຍາ​ປະດິດ (AI). ທ່ານຫົວໜ້າກະຊວງຖະແຫລງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ: ເຖິງວ່າ ທ່ານ ເອກອັກຄະລັດຖະທູດ Choi Youngsam ດຳລົງຕຳແໜ່ງບໍ່ຮອດ 1 ປີ, ແຕ່ການຊຸກຍູ້ຂະແໜງ ICT ລະຫວ່າງ 2 ປະເທດກໍ່ໄດ້ຮັບໝາກຜົນ ແລະ ເຂົ້າສູ່ລວງເລິກ. ທ່ານລັດຖະມົນຕີ ຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງບັນດາຜູ້ຊ່ຽວຊານດ້ານ semiconductor ສ.ເກົາຫຼີ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ; ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບ​ຮົມ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​; ບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ການປະຕິວັດອຸດສາຫະກຳ 4.0; ​ແລະ ຊຸກຍູ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ເພື່ອ​ພັດທະນາ 5G OpenRAN.
W-ລັດຖະມົນຕີ ຫງວຽນແມ້ງຮຸ່ງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ (1).jpg

ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ແມ້ງ​ຮຸ່ງ ຫວັງ​ວ່າ ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Choi Youngsam, ຫວຽດນາມ ​ແລະ ສ.​ເກົາຫຼີ ສາມາດ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ລະດັບ​ສູງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ, ສື່ສານ ​ແລະ ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ. ພາບ: ເລແອງຢຸງ

ແບ່ງປັນທັດສະນະດຽວກັນກັບລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ສື່ສານ, ທ່ານເອກອັກຄະລັດຖະທູດ Choi Youngsam ຖືວ່າ, ຕ້ອງມີການຮ່ວມມືຕື່ມອີກ ແລະ ເກີນຂອບເຂດການຮ່ວມມືແບບດັ້ງເດີມໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ເພື່ອຊຸກຍູ້ການພົວພັນແບບຍືນຍົງ ແລະ ດຸ່ນດ່ຽງລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ. ທ່ານ​ເຊື່ອ​ໝັ້ນ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ມີ​ຊ່ອງ​ຫວ່າງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ຕື່ມ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ໃຫ້​ຮູ້​ວ່າ: ສ.​ເກົາຫຼີ ຈະ​ສືບ​ຕໍ່​ຊອກ​ຫາ​ທາງ​ເລືອກ​ໃນ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ເຕັກ​ໂນ​ໂລ​ຊີ​ໃໝ່​ຄື OpenRAN, AI, ​ແລະ semiconductors. 3 ຂົງ​ເຂດ​ທີ່​ສອງ​ປະ​ເທດ​ສາມາດ​ຮ່ວມ​ມື​ໄດ້​ແມ່ນ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ semiconductor; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ໃໝ່​ເຊັ່ນ 5G, 6G, ​ແລະ​ການ​ເຂົ້າ​ເຖິງ​ໄຮ້​ສາຍ​ຢູ່​ເຂດ​ຊົນນະບົດ; ​ແລະ ສົມທົບ​ກັນ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ລົງທຶນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ ​ໃນ​ສອງ​ທິດ​ແບບ​ຍືນ​ຍົງ ​ແລະ ດຸ່ນດ່ຽງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ ICT ​ແມ່ນ​ສຳຄັນ​ທີ່​ສຸດ. ທ່ານ​ລັດຖະມົນຕີ ຫງວຽນ​ແມ້ງ​ຮຸ່ງ ຕີ​ລາຄາ​ວ່າ, ​ໃນ​ຂົງ​ເຂດ ICT, 2 ປະ​ເທດ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ໜ້າ​ຕື່ນ​ເຕັ້ນ. ທ່ານ​ລັດຖະມົນຕີ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ບັນດາ​ຂົງ​ເຂດ ICT ​ແລະ ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ ຈະ​ມີ​ການ​ຮ່ວມ​ມື​ໃນ​ລະດັບ​ສູງ​ກວ່າ.