ຕອນບ່າຍວັນທີ 9 ມິຖຸນານີ້, ກົມປົກປັກຮັກສາປ່າໄມ້ແຂວງໄດ້ຈັດກອງປະຊຸມສຳມະນາ “ປົກປັກຮັກສາ ປ່າກວາງຈີ້ - 50 ປີແຫ່ງການຄຸ້ມຄອງປ່າ, ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ອະນຸລັກຊີວະນາໆພັນ”.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ 50 ປີແຫ່ງການຄຸ້ມຄອງປ່າໄມ້, ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ອະນຸລັກຊີວະນາໆພັນ - ພາບ: TT
ທີ່ກອງປະຊຸມ, ບັນດາຫົວໜ່ວຍໄດ້ແບ່ງປັນປະສົບການໃນການຄຸ້ມຄອງປ່າໄມ້, ໝາກຜົນການຮ່ວມມືອະນຸລັກຊີວະນາໆພັນລະຫວ່າງກົມປົກປັກຮັກສາປ່າໄມ້ ແລະ ອົງການ WWF-ຫວຽດນາມ ຜ່ານອົງການອະນຸລັກຊີວະນາໆພັນແຂວງກວາງຈິ, ການຈັດສັນປ່າດ້ວຍນະໂຍບາຍຜົນປະໂຫຍດຢູ່ເມືອງ ຮ່ວາງຮວາ, ວຽກງານອະນຸລັກຊີວະນາໆພັນຢູ່ເຂດສະຫງວນທຳມະຊາດ ບັກ ຮ່ວາງຮວາ, ບາງໝາກຜົນຂອງການຄົ້ນຄວ້າ ວິທະຍາສາດ ປ່າໄມ້ແຂວງກວາງຈິ. ຜູ້ຕາງໜ້າກົມປົກປັກຮັກສາປ່າໄມ້ເຂດ II ໄດ້ແບ່ງປັນປະສົບການໃນການສົມທົບກັນປົກປັກຮັກສາປ່າໄມ້ ແລະ ຕ້ານໄຟໄໝ້ປ່າ ຢູ່ແຂວງ ກວາງຈີ້.
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ແຈ້ງໃຫ້ຊາບກ່ຽວກັບບາງໝາກຜົນຂອງການພັດທະນາການປູກໄມ້ຂະໜາດໃຫຍ່ ແລະ ການຢັ້ງຢືນການຄຸ້ມຄອງປ່າໄມ້ແບບຍືນຍົງຂອງແຂວງ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງປົກປັກຮັກສາປ່າໄມ້ແຂວງກວາງຈິ ແລະ ສະພາບການປະຕິບັດກົດໝາຍໃນການປົກປ້ອງປ່າໄມ້.
ຜູ້ຕາງໜ້າພະແນກປົກປັກຮັກສາປ່າໄມ້ແຂວງ ກວາງຈີ້ ໄດ້ຮັບຄຳເຫັນ ແລະ ປຶກສາຫາລືຈາກບັນດາຫົວໜ່ວຍປະກອບສ່ວນເຂົ້າໃນກອງປະຊຸມ. ພ້ອມກັນນັ້ນ, ໄດ້ເນັ້ນໜັກວ່າ ສິ່ງດັ່ງກ່າວແມ່ນບັນດາມາດຕະການສຳຄັນ ແລະ ແທດຈິງ ເພື່ອໃຫ້ພະແນກປ່າໄມ້ແຂວງ ສືບຕໍ່ປະຕິບັດວຽກງານຄຸ້ມຄອງປ່າໄມ້, ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ອະນຸລັກຊີວະນາໆພັນຂອງແຂວງ ກວາງຈິ ໃນໄລຍະຈະມາເຖິງ.
Thanh Truc
ທີ່ມາ
(0)