
(QNO) - ໃນໄລຍະ 3 ປີຜ່ານມາ (2021 – 2023), ກວາງນາມ ມີວິສາຫະກິດສ້າງຕັ້ງໃໝ່ເກືອບ 3.000 ແຫ່ງ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 23.770 ຕື້ດົ່ງ. ໃນຂະນະນັ້ນ, ມີ 1.126 ວິສາຫະກິດກັບຄືນສູ່ການເຄື່ອນໄຫວ, 498 ວິສາຫະກິດຖືກຍຸບເລີກ.
ດັ່ງນັ້ນ, ມາຮອດປະຈຸບັນ, ທົ່ວແຂວງມີວິສາຫະກິດ 8.430 ແຫ່ງ, ມີ 193 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຖືກຕ້ອງ, ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 6,06 ຕື້ USD; ໂຄງການລົງທຶນພາຍໃນ 1.100 ໂຄງການ ພວມດຳເນີນຢູ່, ໃນນັ້ນມີຫຼາຍໂຄງການຂະໜາດໃຫຍ່, ປະກອບສ່ວນຊຸກຍູ້ການເຕີບໂຕ ຂອງເສດຖະກິດ ແລະ ເພີ່ມລາຍຮັບງົບປະມານໃຫ້ແກ່ແຂວງ.
ບົດລາຍງານຂອງຄະນະກຳມະການປະຊາຊົນແຂວງ ໃຫ້ຮູ້ວ່າ: ຍອດລາຍຮັບງົບປະມານແຫ່ງລັດທົ່ວແຂວງເພີ່ມຂຶ້ນສະເລ່ຍເກືອບ 5,5%/ປີ ໃນໄລຍະ 2021 – 2023, ໃນນັ້ນລາຍຮັບພາຍໃນປະເທດເພີ່ມຂຶ້ນປະມານ 4,8%/ປີ.
ລາຍຮັບສະເລ່ຍໃສ່ຫົວຄົນແມ່ນ 48 ລ້ານດົ່ງຕໍ່ປີ, ເພີ່ມຂຶ້ນສະເລ່ຍປະມານ 4,8% ໃນໄລຍະ 2021 – 2023.
ປະຈຸບັນ, ໂຄງປະກອບເສດຖະກິດກະສິກຳ-ປ່າໄມ້-ການປະມົງກວມ 14,3%; ອຸດສາຫະກຳ ແລະ ກໍ່ສ້າງ 30,3%, ອຸດສາຫະກຳ 24,6%; ການບໍລິການ 33%; ພາສີຜະລິດຕະພັນລົບເງິນອຸດຫນູນ 22.5%.
ທີ່ມາ









(0)