VYA ແມ່ນສະມາຊິກຂອງເຄືອຂ່າຍນັກສຶກສາໜຸ່ມທົ່ວໂລກ, ໂດຍສາດສະດາຈານ ຫງວຽນທິກິມແທ່ງ ໄດ້ສ້າງຕັ້ງຂຶ້ນໃນວັນທີ 2/11/2014 ດ້ວຍຈຸດໝາຍເຊື່ອມຕໍ່ບັນດານັກວິທະຍາສາດໜຸ່ມຫວຽດນາມ ແລະ ນັກວິທະຍາສາດ ຫວຽດນາມ ຢູ່ຕ່າງປະເທດໃນຫຼາຍຂົງເຂດທີ່ມີຄວາມຊ່ຽວຊານ ເພື່ອປຶກສາຫາລືທິດທາງ ແລະ ກໍ່ສ້າງບັນດາຫົວຂໍ້ສຳຄັນຂອງປະເທດ ແລະ ໃນໂລກ.
ນີ້ແມ່ນສະຖານທີ່ເຊື່ອມໂຍງ ແລະ ເຕົ້າໂຮມບັນດານັກປັນຍາຊົນຫວຽດນາມ ທີ່ປາດຖະໜາຢາກແລກປ່ຽນ, ເຊື່ອມໂຍງ, ຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ມຸ່ງໄປເຖິງບ້ານເກີດເມືອງນອນຂອງຫວຽດນາມ ຜ່ານບັນດາການເຄື່ອນໄຫວຕົວຈິງປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ເສດຖະກິດ ສັງຄົມຂອງປະເທດ.
ນັບແຕ່ໄດ້ຮັບການສ້າງຕັ້ງ, ບັນດາສະມາຊິກ VYA ແລະຄະນະທີ່ປຶກສາໄດ້ສະເໜີບົດຄົ້ນຄວ້າວິທະຍາສາດຢູ່ 15 ກອງປະ ຊຸມດ້ວຍບັນດາບົດກ່າວປາໄສ ແລະ ບັນດາແຂກທີ່ກ່າວປາໄສສຳຄັນ, ແລະ ໄດ້ຈັດຕັ້ງ 6 ກອງປະ ຊຸມພິເສດຢູ່ ຫວຽດນາມ ກ່ຽວກັບ ເຕັກໂນໂລຊີ ນາໂນ, ວັດສະດຸນາໂນ, ວັດສະດຸຫຼາຍປະການ, ນາໂນ ເຕັກໂນໂລຍີ ນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ ແລະ ປ້ອງກັນພະຍາດຕິດຕໍ່, ເຕັກໂນໂລຊີນ້ຳ, ເຕັກໂນໂລຊີເຄມີເພື່ອການພັດທະນາແບບຍືນຍົງ.
ກອງປະຊຸມໄດ້ຮັບການຕີລາຄາສູງຕໍ່ຄວາມຊ່ຽວຊານຂອງຕົນ ແລະ ໄດ້ສະໜອງທິດທາງການຄົ້ນຄ້ວາ ແລະ ຂໍ້ສະເໜີແນະນະໂຍບາຍທີ່ເປັນປະໂຫຍດຂອງປະເທດ.
ທີ່ມາ






(0)