ຕອນບ່າຍວັນທີ 3/12, ເຂດຖະໜົນ ຫງວຽນກົງຈູ ຢູ່ລະຫວ່າງສີ່ແຍກ Ngo Quyen ແລະ Tran Hung Dao (ນະຄອນ ດ່ານັງ ) ໄດ້ພັງທະລາຍລົງຢ່າງກະທັນຫັນ ຫຼັງຈາກລະເບີດດັງຂຶ້ນ. ເສັ້ນທາງ ແລະ ແຄມທາງ ໄດ້ພັງລົງ, ສ້າງເປັນຂຸມເລິກປະມານ 7 ແມັດ ແລະ ຍາວເກືອບ 20 ແມັດ.

ປະຊາຊົນ ທ້ອງຖິ່ນ ໃຫ້ຮູ້ວ່າ: ໃນເວລາ ເກີດເຫດ ໄດ້ຈອດລົດຫລາຍຄັນ ແລະ ຄົນງານຈຳນວນນຶ່ງ ໄດ້ເຄື່ອນຍ້າຍໄປໃກ້ເຂດກໍ່ສ້າງ. ລົດສອງຄັນຖືກດຶງລົງໄປໃນຂຸມ, ລົດອີກຄັນໜຶ່ງຕິດຢູ່ແຄມຂຸມ. ຄົນງານຄົນນຶ່ງ ທີ່ຜ່ານໄປນັ້ນ ໄດ້ຕິດຢູ່ໃຕ້ລົດ ແລະ ໜ່ວຍກູ້ໄພ ຈື່ງໄດ້ເອົາລົດເຄນ ອອກມາ ແລ້ວນຳສົ່ງໄປ ໂຮງໝໍ ເພື່ອກວດສອບ.
ຕາມການບອກເລົ່າຂອງຊາວທ້ອງຖິ່ນແລ້ວ, ຮອຍແຕກໄດ້ປະກົດຂຶ້ນຢູ່ໜ້າຖະໜົນຫຼາຍມື້ກ່ອນ. ພື້ນທີ່ທີ່ເກີດການຫັກພັງແມ່ນຖັດຈາກໂຄງການກໍ່ສ້າງຊັ້ນໃຕ້ດິນ.


ຜູ້ນຳເຂດເມືອງອານຫາຍໄດ້ຢືນຢັນຂໍ້ມູນດັ່ງກ່າວ, ບໍ່ມີບັນທຶກຜູ້ບາດເຈັບລົ້ມຕາຍ. ເຈົ້າໜ້າທີ່ໄດ້ປິດລ້ອມເສັ້ນທາງທັງໝົດ, ໄດ້ສົ່ງກົນຈັກໄປຮັບມືກັບສະຖານະການໃນເບື້ອງຕົ້ນ ແລະ ຍົກຍ້າຍລົດທີ່ຖືກເສຍຫາຍໄປ.

ສ່ວນລົດທີ່ເສຍຫາຍແມ່ນໄດ້ຖືກດຶງຂຶ້ນ ແລະ ບໍລິເວນທີ່ພັງລົງມາສືບຕໍ່ປິດກັ້ນ ເພື່ອຄວາມປອດໄພ ແລະ ສືບສວນຫາສາເຫດ.
ທີ່ມາ: https://baophapluat.vn/ho-tu-than-bat-ngo-xuat-hien-giua-trung-tam-da-nang-nuot-chung-hai-xe-o-to.html






(0)