ທີ່ການຝຶກອົບຮົມ, ນັກຖ່າຍຮູບ Pham Hoai Thanh, ອາຈານສອນຢູ່ມະຫາວິທະຍາໄລ Thang Long ໄດ້ແບ່ງປັນຄວາມເຂົ້າໃຈກ່ຽວກັບບົດບາດຂອງການຖ່າຍຮູບໃນວຽກງານຖະແຫຼງຂ່າວ, ສື່ມວນຊົນ, ເລື່ອງຖ່າຍຮູບ ແລະ ບັນດາເນື້ອໃນທີ່ສຳຄັນຄື: ແສງສະຫວ່າງ, ອົງປະກອບ, ເສັ້ນ, ສີ, ຮູບແບບ.
ທ່ານ ຟ້າມຮ່ວາຍແທ່ງ ມອບຄວາມສາມາດດ້ານການອອກແບບກາຟິກໃຫ້ແກ່ບັນດານັກຂ່າວ. ພາບ: ເລຕ່າມ.
ທ່ານ ຟ້າມຮວ່າຍແທ່ງ ກໍ່ໄດ້ແບ່ງປັນທັດສະນະກ່ຽວກັບແນວຄວາມຄິດ ແລະ ສະພາບການຢູ່ເບື້ອງຫຼັງການສ້າງຜົນງານ, ປະສົບການໃນການວິເຄາະສະຖານະການ, ຕັດສິນຊ່ວງເວລາ, ເນັ້ນໜັກເຖິງຫົວຂໍ້ໃນຮູບຖ່າຍ, ຈັນຍາບັນຂອງນັກຂ່າວໃນເວລາເຮັດວຽກ.
ຜ່ານການຝຶກອົບຮົມ, ສະມາຄົມນັກຂ່າວ ຮ່າໂນ້ຍ ຫວັງວ່າຈະເພີ່ມທະວີຄວາມເຂົ້າໃຈ ແລະ ຍົກສູງຄວາມສາມາດດ້ານການຖ່າຍຮູບຂອງນັກຂ່າວ, ບັນນາທິການໜັງສືພິມ, ວາລະສານ. ດ້ວຍເຫດນີ້, ປະກອບສ່ວນຊ່ວຍໃຫ້ນັກຂ່າວ, ນັກບັນນາທິການມີບັນດາຜົນງານດ້ານຮູບພາບທີ່ມີຄຸນນະພາບ ເພື່ອເຮັດວຽກງານໂຄສະນາເຜີຍແຜ່, ເຂົ້າຮ່ວມ ແລະ ຍາດໄດ້ລາງວັນສູງໃນບັນດາລາງວັນນັກຂ່າວນະຄອນ ຮ່າໂນ້ຍ ແລະ ລາງວັນນັກຂ່າວລະດັບຊາດ.
ທີ່ມາ










(0)