ອີຣານ ພວມ “ຮັດກຸມ” ແຜນການດຶງດູດເງິນລົງທຶນຈາກຕ່າງປະເທດຢ່າງໃຫຍ່ຫຼວງ ເພື່ອບັນລຸຄາດໝາຍເຕີບໂຕ ເສດຖະກິດ 8%/ປີ, ຈາກ 4%.
ທ່ານປະທານາທິບໍດີອີຣານ Masoud Pezeshkian ໃຫ້ສຳພາດຕໍ່ໂທລະພາບແຫ່ງລັດ, ໃນວັນທີ 31 ສິງຫານີ້, ຢູ່ສຳນັກງານປະທານາທິບໍດີອີຣານ. |
ໃນເວລາໃຫ້ສຳພາດຕໍ່ໂທລະພາບແຫ່ງລັດໃນຄືນວັນທີ 31 ສິງຫານີ້ຕາມເວລາທ້ອງຖິ່ນ, ປະທານາທິບໍດີຄົນໃໝ່ຂອງອີຣານ Masoud Pezeshkian ໄດ້ສົ່ງສານຕໍ່ປະເທດຊາດເປັນຄັ້ງທຳອິດນັບແຕ່ຂຶ້ນຮັບຕຳແໜ່ງໃນທ້າຍເດືອນກໍລະກົດ.
ທ່ານປະທານາທິບໍດີຄົນໃໝ່ Pezeshkian ໄດ້ປະກາດແຜນການດຶງດູດການລົງທຶນຕົ້ນຕໍ, ໂດຍອີງໃສ່ເລື່ອງນີ້ ອີຣານ ຕ້ອງການເງິນລົງທຶນຈາກຕ່າງປະເທດປະມານ 100 ຕື້ USD ເພື່ອບັນລຸຄາດໝາຍເຕີບໂຕເສດຖະກິດ 8% ຕໍ່ປີ, ເພີ່ມຂຶ້ນທົບ 4 ເທົ່າໃນປະຈຸບັນ.
ຕາມທ່ານ Pezeshkian ແລ້ວ, ອີຣານ ຕ້ອງການເຖິງ 250 ຕື້ USD ເພື່ອບັນລຸເປົ້າໝາຍຂອງຕົນ, ແຕ່ຫຼາຍກວ່າເຄິ່ງໜຶ່ງແມ່ນໄດ້ຈາກແຫຼ່ງກຳລັງພາຍໃນປະເທດ. ບັນດາຜູ້ຊ່ຽວຊານຄາດຄະເນວ່າ ການເຕີບໂຕທາງເສດຖະກິດ 8% ຈະຊ່ວຍຫລຸດຜ່ອນອັດຕາເງິນເຟີ້ ແລະ ອັດຕາຄົນຫວ່າງງານໃນປະຈຸບັນເປັນຕົວເລກສອງຕົວໃນອີຣານ.
ໃນການໃຫ້ສໍາພາດ, ທ່ານປະທານາທິບໍດີ Pezeshkian ຍັງໄດ້ຍົກໃຫ້ເຫັນເຖິງຜົນກະທົບທາງລົບຂອງມາດຕະການລົງໂທດ ແລະ ຢືນຢັນວ່າ ລັດຖະບານ ອີຣານ ສາມາດຫຼຸດອັດຕາເງິນເຟີ້ໄດ້, ເຊິ່ງປະຈຸບັນແມ່ນຫຼາຍກວ່າ 40% ຕໍ່ປີ, ຖ້າເຕເຮຣານ ແກ້ໄຂບັນຫາກັບບັນດາປະເທດເພື່ອນບ້ານ ແລະ ປະເທດທົ່ວ ໂລກ .
ຕາມທ່ານ Pezeshkian ແລ້ວ, ການຂະຫຍາຍການຮ່ວມມືດ້ານເສດຖະກິດກັບໂລກພາຍນອກແມ່ນໜຶ່ງໃນແຜນການຂອງ ລັດຖະບານ ອີຣານໃນການຄວບຄຸມໄພເງິນເຟີ້. ແນວໃດກໍດີ, ເປົ້າໝາຍຫຼຸດອັດຕາເງິນເຟີ້ໃຫ້ໄດ້ 30% ໃນທ້າຍປີນີ້ແມ່ນຂຶ້ນກັບການພັດທະນາພາຍໃນ ແລະ ຕ່າງປະເທດ.
ທ່ານປະທານາທິບໍດີ ອີຣານ ຢືນຢັນວ່າ ຈະເດີນທາງໄປຢ້ຽມຢາມປະເທດເພື່ອນບ້ານ ອີຣັກ ເປັນຄັ້ງທຳອິດ ແລະ ຈາກນັ້ນ ຈະໄປນິວຢອກ (ອາເມລິກາ) ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ໃນວັນທີ 22-23 ກັນຍາ. ໃນເວລາເດີນທາງໄປນະຄອນນີວຢອກ, ທ່ານເປເຊັສກຽນຄາດວ່າຈະພົບປະກັບຊາວອີຣານທີ່ອາໄສຢູ່ອາເມລິກາເພື່ອເຊື້ອເຊີນເຂົາເຈົ້າໃຫ້ກັບຄືນໄປລົງທຶນຢູ່ປະເທດ. ໃນຈຳນວນຊາວອີຣານ 8 ລ້ານກວ່າຄົນຢູ່ຕ່າງປະເທດ, ມີປະມານ 1,5 ລ້ານຄົນພວມດຳລົງຊີວິດຢູ່ອາເມລິກາ.
ໃນດ້ານນະໂຍບາຍການຕ່າງປະເທດ, ລັດຖະບານຂອງທ່ານ Pezeshkian ໃຫ້ຄຳໝັ້ນສັນຍາຈະແກ້ໄຂບັນຫາທີ່ມີຢູ່ແລ້ວລະຫວ່າງອີຣານກັບປະເທດອື່ນໆ, ລວມທັງປະເທດເພື່ອນບ້ານ. ປະຈຸບັນ, ອີຣານ ພວມຢູ່ໃນຂະບວນການເຈລະຈາສັນຍາການຮ່ວມມືກັບປະມານ 40 ປະເທດ.
ເສດຖະກິດຂອງອີຣ່ານໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍນັບຕັ້ງແຕ່ປີ 2018, ເມື່ອສະຫະລັດພາຍໃຕ້ການເປັນປະທານາທິບໍດີ Donald Trump ໄດ້ຖອນຕົວອອກຈາກຂໍ້ຕົກລົງນິວເຄລຍແລະວາງມາດຕະການລົງໂທດຕໍ່ Tehran.
ໃນໄລຍະດຳເນີນການເລືອກຕັ້ງປະທານາທິບໍດີເມື່ອບໍ່ດົນມານີ້, ທ່ານ Pezeshkian ໃຫ້ຄຳໝັ້ນສັນຍາຈະພະຍາຍາມຟື້ນຟູຂໍ້ຕົກລົງນິວເຄຼຍລະຫວ່າງ Tehran ກັບບັນດາປະເທດມະຫາອຳນາດໂລກ.
ທີ່ມາ: https://baoquocte.vn/iran-dat-muc-tieu-thu-hut-100-ty-usd-dau-tu-nuoc-ngoai-284721.html
(0)