ກອງກຳລັງປ້ອງກັນປະເທດອິດສະຣາແອນ (IDF) ກ່າວວ່າ ຕົນໄດ້ທຳການໂຈມຕີຕໍ່ກຸ່ມ Hezbollah ໃນເມືອງ Beirut. ກ່ອນໜ້ານັ້ນໃນວັນທີ 1 ຕຸລານີ້, ກະຊວງສາທາລະນະສຸກ ເລບານອນກ່າວວ່າ, ການໂຈມຕີຂອງອິສຣາແອນໄດ້ສັງຫານຢ່າງໜ້ອຍ 55 ຄົນຢູ່ເລບານອນ.
ການໂຈມຕີໄດ້ມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງຫລັງຈາກອີຣ່ານໄດ້ຍິງລູກສອນໄຟຫຼາຍກວ່າ 200 ລູກໃສ່ອິສຣາແອລ. ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ເນັ້ນໜັກໃນວັນທີ 1 ຕຸລານີ້ວ່າ: ອີຣານໄດ້ເຮັດຜິດພາດໃຫຍ່. ກອງທັບອິສຣາແອນກ່າວໃນວັນທີ 2 ຕຸລານີ້ວ່າ, ກອງກຳລັງອາກາດຂອງຕົນຈະສືບຕໍ່ໂຈມຕີຢ່າງໜັກໜ່ວງໃນທົ່ວຕາເວັນອອກກາງ.
ອິສຣາແອລກ່າວວ່າ ການໂຈມຕີ ເລບານອນ ແນເປົ້າໃສ່ກຸ່ມ Hezbollah ເທົ່ານັ້ນ
Reuters ລາຍງານໃນວັນທີ 1 ຕຸລານີ້ວ່າ: ກອງບັນຊາການທະຫານປະຕິວັດອິດສະລາມ (IRGC) ຂອງອີຣານ ໃຫ້ຮູ້ວ່າ: ໄດ້ນຳໃຊ້ລູກສອນໄຟ Fattah ເພື່ອແນໃສ່ບັນດາຖານທີ່ໝັ້ນ ການທະຫານ ແລະ 90% ຂອງລູກສອນໄຟນຳວິຖີທີ່ຍິງໃສ່ ອິດສະຣາແອນ ໄດ້ຍິງໃສ່ບັນດາເປົ້າໝາຍ. ໃນຂະນະນັ້ນ, ກອງກຳລັງປ້ອງກັນປະເທດ ອິດສະຣາແອນ (IDF) ປະກາດວ່າ, ລະບົບປ້ອງກັນອາກາດຂອງຕົນໄດ້ສະກັດກັ້ນບັນດາລູກສອນໄຟຂອງອີຣານ.
ໂຄສົກກອງທັບອິສຣາແອລ ທ່ານ Daniel Hagari ເນັ້ນໜັກວ່າ ການໂຈມຕີຂອງອີຣານ ແມ່ນການຮ້າຍແຮງ ແລະ ອັນຕະລາຍ. ທ່ານກ່າວຕື່ມວ່າ ທະຫານບໍ່ໄດ້ບັນທຶກຜູ້ເສຍຊີວິດໃດໆ.
ລູກສອນໄຟລຳໜຶ່ງໄດ້ບິນໄປສູ່ເມືອງ Baqa al-Gharbiya ຂອງອິດສະຣາແອນ ໃນວັນທີ 1 ຕຸລານີ້.
ເຈົ້າໜ້າທີ່ອາເມລິກາກ່າວວ່າ ລູກສອນໄຟຂີປະນາວຸດ 200 ກວ່າລູກຖືກຍິງໃສ່ປະເທດອິດສະຣາແອນ, ໃນຂະນະທີ່ IDF ອ້າງວ່າ ເຕເຮຣານ ໄດ້ຍິງລູກສອນໄຟຂີປະນາວຸດກວ່າ 180 ລູກ.
ນາຍົກລັດຖະມົນຕີອິສຣາແອລ ທ່ານ Netanyahu ກ່າວໃນກອງປະຊຸມດ້ານຄວາມໝັ້ນຄົງໃນວັນທີ 1 ຕຸລານີ້ວ່າ “ອີຣ່ານ ໄດ້ກະທຳຜິດຄັ້ງໃຫຍ່ໃນຄືນນີ້ ແລະພວກເຂົາຈະຈ່າຍຄ່າລາຄາ.
IRGC ເຕືອນວ່າ ຖ້າ Tel Aviv ຕອບໂຕ້ຄືນ, ຈະດຳເນີນການບຸກໂຈມຕີຢ່າງຮ້າຍແຮງກວ່າອີກໃສ່ ອິດສະຣາແອນ. IRGC ກ່າວວ່າ ການໂຈມຕີຂອງອີຣ່ານແມ່ນ "ສອດຄ່ອງກັບກົດບັດຂອງສະຫະປະຊາຊາດ." ກະຊວງການຕ່າງປະເທດຂອງອີຣ່ານກ່າວວ່າ ການປະຕິບັດງານຂອງຕົນແມ່ນມີການປ້ອງກັນປະເທດ ແລະແນເປົ້າໃສ່ສະຖານທີ່ດ້ານການທະຫານແລະຄວາມໝັ້ນຄົງຂອງອິດສະຣາແອນເທົ່ານັ້ນ.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ Jake Sullivan ກ່າວໃນວັນທີ 1 ຕຸລານີ້ວ່າ ເຮືອພິຄາດຂອງສະຫະລັດ ໄດ້ປະສານງານກັບອິສຣາແອລ ເພື່ອສະກັດກັ້ນລູກສອນໄຟຂີປະນາວຸດຈາກອີຣ່ານ. ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວວ່າ ການໂຈມຕີຂອງ Tehran ແມ່ນບໍ່ໄດ້ຜົນ ແລະສະແດງໃຫ້ເຫັນການສະໜັບສະໜຸນຢ່າງເຕັມທີ່ຂອງສະຫະລັດຕໍ່ອິສຣາແອລ. ທຳນຽບຂາວຢືນຢັນວ່າ ອີຣານຈະປະເຊີນໜ້າກັບຜົນສະທ້ອນອັນຮ້າຍແຮງ.
ທີ່ມາ: https://thanhnien.vn/israel-dang-khong-kich-li-bang-ong-netanyahu-noi-iran-se-phai-tra-gia-185241002061552593.htm






(0)