
ເຫດການດັ່ງກ່າວໄດ້ດຳເນີນໃນຂອບເຂດງານຕະຫຼາດນັດການຄ້າສາກົນ ກຳປູເຈຍ ຄັ້ງທີ 18 (CTExpo), ເຊິ່ງເປັນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການຄ້າທີ່ສຳຄັນຂອງ ຫວຽດນາມ ຢູ່ ກຳປູເຈຍ ເພື່ອໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າເຖິງຕະຫຼາດໃກ້ຄຽງທີ່ມີທ່າແຮງ.
ຕາມທ່ານ Bui Quang Hung, ຮອງຫົວໜ້າອົງການສົ່ງເສີມການຄ້າ ( ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ, ການຈັດງານວາງສະແດງສິນຄ້າ ຫວຽດນາມ ພ້ອມກັບ CTExpo - ງານຕະຫຼາດນັດການຄ້າອັນມີຊື່ສຽງແຖວໜ້າຂອງ ກຳປູເຈຍ - ຄາດວ່າຈະສ້າງ “ກຳລັງໃຈ” ໃຫ້ວິສາຫະກິດໂຄສະນາຍີ່ຫໍ້, ຊອກຫາຄູ່ຮ່ວມມື ແລະ ເປີດກວ້າງຕະຫຼາດ.
ປີນີ້, ຫໍວາງສະແດງຂອງ ຫວຽດນາມ ມີ 50 ບູດວາງສະແດງສິນຄ້າຕົ້ນຕໍຄື: ຜະລິດຕະພັນກະເສດ - ອາຫານ, ເຄື່ອງດື່ມ, ເຄື່ອງອຸປະໂພກ, ບໍລິໂພກ, ວັດສະດຸກໍ່ສ້າງ, ຜະລິດຕະພັນພາດສະຕິກ, ຝຸ່ນ, ຢາສັດຕະວະແພດ ແລະ ອື່ນໆ, ຫຼາຍຍີ່ຫໍ້ໃຫຍ່ ສືບຕໍ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ບໍລິໂພກຂອງກຳປູເຈຍ ເຊັ່ນ: ຮ່ວາພັດ , ມິກາໂດ, ນ້ຳຕານກວາງຫງາຍ ແລະ ອາຫານ ບິກຈີ.

ດ້ວຍຈຳນວນປະຊາກອນເກືອບ 18 ລ້ານຄົນ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນຢ່າງວ່ອງໄວ, ກຳປູເຈຍ ແມ່ນຕະຫຼາດສົ່ງອອກທີ່ໝັ້ນຄົງ ໂດຍມີຊ່ອງຫວ່າງຫຼາຍຢ່າງຂອງສິນຄ້າຫວຽດນາມ. ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ກຳປູເຈຍ ໄດ້ຮັກສາການເຕີບໂຕຢ່າງບໍ່ຢຸດຢັ້ງ, ໃນນັ້ນສິນຄ້າຫວຽດນາມ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ກຳປູເຈຍ ຍ້ອນລາຄາທີ່ສາມາດແຂ່ງຂັນ, ຄຸນນະພາບໝັ້ນຄົງ ແລະ ການອອກແບບນັບມື້ນັບດີຂຶ້ນ.
ທີ່ມາ: https://hanoimoi.vn/khai-mac-hoi-cho-thuong-mai-viet-nam-tai-campuchia-725669.html






(0)