ທະນາຄານແຫ່ງປະເທດໄທ (BoT) ກ່າວໃນວັນທີ 31 ກໍລະກົດວ່າ: ເສດຖະກິດ ຂອງປະເທດຍັງສືບຕໍ່ຟື້ນຕົວໃນເດືອນມິຖຸນາຍ້ອນອຸດສາຫະກໍາການທ່ອງທ່ຽວຮັກສາການເຕີບໂຕດ້ວຍຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເພີ່ມຂຶ້ນ, ເຖິງແມ່ນວ່າການສົ່ງອອກຫຼຸດລົງ.
ບົດລາຍງານ BoT ໃຫ້ຮູ້ວ່າ, ໃນເດືອນມິຖຸນານີ້, ໄທໄດ້ບັນທຶກຍອດບັນຊີກະແສລາຍຈ່າຍເກີນດຸນ 1,4 ຕື້ USD, ຈາກການຂາດດຸນ 2,8 ຕື້ USD ໃນເດືອນພຶດສະພາ.
ການສົ່ງອອກ, ເຊິ່ງເປັນຕົວຂັບເຄື່ອນທີ່ສໍາຄັນຂອງການເຕີບໂຕ, ຫຼຸດລົງ 5.9% ເມື່ອທຽບໃສ່ປີ 2022, ຈັງຫວະດຽວກັນກັບເດືອນພຶດສະພາ. ການບໍລິໂພກເອກະຊົນຫຼຸດລົງ 0.3% ຕໍ່ເດືອນໃນຂະນະທີ່ການລົງທຶນຂອງເອກະຊົນຫຼຸດລົງ 1.8%.
BoT ປະເມີນວ່າ ໃນໄຕມາດທີ່ 2, ເສດຖະກິດໃຫຍ່ອັນດັບ 2 ໃນອາຊີຕາເວັນອອກສ່ຽງໃຕ້ນີ້ ມີທ່າອ່ຽງດີຂຶ້ນ ເມື່ອທຽບກັບໄຕມາດກ່ອນ, ເມື່ອຈຳນວນ ນັກທ່ອງທ່ຽວ ຕ່າງປະເທດເພີ່ມຂຶ້ນ, ຊຸກຍູ້ການບໍລິການ ແລະ ການບໍລິໂພກສ່ວນຕົວ.
ໄທໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 12,9 ລ້ານເທື່ອຄົນໃນເຄິ່ງປີທຳອິດຂອງປີນີ້. ສະພາການທ່ອງທ່ຽວໄທຄາດວ່າຈະມີນັກທ່ອງທ່ຽວສາກົນຢ່າງໜ້ອຍ 30 ລ້ານເທື່ອຄົນໃນປີນີ້, ດ້ວຍຍອດລາຍຈ່າຍບັນລຸ 1,500 ຕື້ບາດ (ເກືອບ 44 ຕື້ໂດລາສະຫະລັດ).
ກ່ອນໂລກລະບາດໂຄວິດ-19, ໄທໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 40 ລ້ານເທື່ອຄົນ, ບັນລຸລາຍຮັບຈາກການທ່ອງທ່ຽວເກືອບ 56 ຕື້ USD.
ທ່ານຈູຣິນ ລັກສະນະວິສິດ ຫົວໜ້າກະຊວງການຄ້າໄທ ກ່າວວ່າ: ການເຕີບໂຕດັ່ງກ່າວເປັນຜົນມາຈາກການຟື້ນຕົວທາງດ້ານເສດຖະກິດຂອງປະເທດ ແລະ ປັບປຸງຄວາມສົດໃສດ້ານການທ່ອງທ່ຽວ. ຕົວເລກດັ່ງກ່າວຍັງສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງນັກທ່ອງທ່ຽວ ແລະ ນັກທຸລະກິດ.
ມິນຮ່ວາ (ລາຍງານໂດຍ ຫວຽດນາມ+, Dan Tri)
ທີ່ມາ
(0)