ວັນທີ 19 ພະຈິກ, ສະພາປະຊາຊົນແຂວງ ລາຍເຈົາ ສະໄໝທີ XV ອາຍຸການ 2021-2026 ໄດ້ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 30 (ສະໄໝພິເສດ) ເພື່ອຕັດສິນວຽກງານບຸກຄະລາກອນພາຍໃຕ້ອຳນາດການປົກຄອງຂອງຕົນ.
ທີ່ກອງປະຊຸມ, ສະພາປະຊາຊົນແຂວງລາຍເຈົາ ໄດ້ແນະນຳ ແລະ ເລືອກຕັ້ງທ່ານ ຮ່າກວາງຈູງ ຮອງເລຂາຄະນະພັກແຂວງ ລາຍເຈົາ ດຳລົງຕຳແໜ່ງປະທານຄະນະປະຈຳສະພາປະຊາຊົນແຂວງ ໄລຍະ 2021-2026 ດ້ວຍຈຳນວນຜູ້ແທນ 39/40 ຄົນ, ບັນລຸ 97,5%.
ທ່ານ ຮ່າກວາງຈູງ ເກີດວັນທີ 27/10/1976; ບ້ານເກີດ: ຕາແສງ ນາມດົງ, ແຂວງ ຮືງອຽນ; ຊົນເຜົ່າກຶມ; ລະດັບວິຊາຊີບ: ປະລິນຍາຕີການເງິນ-ສິນເຊື່ອ, ປະລິນຍາໂທສາຂາບໍລິຫານທຸລະກິດ; ລະດັບທິດສະດີ ການເມືອງ : ຂັ້ນສູງ./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/lai-chau-ong-ha-quang-trung-duoc-bau-giu-chuc-chu-cich-ubnd-tinh-post1077956.vnp






(0)