ພິທີເປີດງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ ໄດ້ດຳເນີນໃນຕອນຄ່ຳວັນທີ 10/10, ຢູ່ເວທີປາໄສສູນກາງວິຫານຮຸ່ງ. ນີ້ແມ່ນງານພົບປະແລກປ່ຽນວັດທະນະທຳທົ່ວໂລກ, ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບກະຊວງ ການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງເພື່ອແນໃສ່ເຊີດຊູຄຸນຄ່າຄວາມຫຼາກຫຼາຍດ້ານວັດທະນະທຳ ແລະ ເພີ່ມທະວີການພົບປະແລກປ່ຽນປະຊາຊົນ.
ນີ້ແມ່ນງານບຸນວັດທະນະທຳໃຫຍ່ທີ່ສຸດຂອງຫວຽດນາມ, ເຕົ້າໂຮມການເຂົ້າຮ່ວມຂອງບັນດາວັດທະນະທຳຂອງ 5 ທະວີບ. ຈາກບັນດາເຂດວັດທະນະທຳຂອງຊາດເຖິງການສະແດງສິລະປະ, ງານວາງສະແດງເຄື່ອງນຸ່ງ ແລະ ການປຸງແຕ່ງ ອາຫານ … ລ້ວນແຕ່ມຸ່ງໄປເຖິງຈຸດໝາຍດຽວຄື: ເພື່ອແນໃສ່ຍົກສູງຄວາມຫຼາກຫຼາຍຂອງຄວາມສາມັກຄີ, ຢືນຢັນບົດບາດຂອງວັດທະນະທຳເປັນຂົວຕໍ່ລະຫວ່າງບັນດາປະເທດ.
ງານບຸນໄດ້ຮັບການອອກແບບດ້ວຍຫຼາຍກິດຈະກຳ, ການສະແດງ, ການພົວພັນກັບສາທາລະນະໃນຕະຫຼອດ 3 ວັນ. ຢູ່ທີ່ນີ້, ປະຊາຊົນຈະໄດ້ຊົມສີສັນວັດທະນະທຳທີ່ເປັນເອກະລັກສະເພາະ, ນັບແຕ່ສິ ລະປະ , ດົນຕີ, ການຟ້ອນພື້ນເມືອງ, ເຄື່ອງນຸ່ງຫົ່ມພື້ນເມືອງ, ເຖິງຮູບເງົາ, ສິລະປະແລະອາຫານໂລກ... ລ້ວນແຕ່ໄດ້ສົມທົບກັນເຂົ້າໃນສະຖານທີ່ມໍລະດົກພະວິຫານ ທ່າງລອງ - ສູນວັດທະນະທຳພັນປີແຫ່ງນະຄອນຫຼວງ.
ຫວຽດນາມ.vn
(0)