
ຕ້ອນຮັບຄະນະຜູ້ແທນສະພາຄວາມໝັ້ນຄົງແຫ່ງຊາດ ເບລາຣຸດ ຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງຕຳຫຼວດ ຫວຽດນາມ, ທ່ານລັດຖະມົນຕີ ເລືອງຕ໋າມກວາງ ເນັ້ນໜັກວ່າ: ພາຍຫຼັງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນພຶດສະພາ 2025, ການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບພັດທະນາຢ່າງແຂງແຮງໃນດ້ານການເມືອງ - ການທູດ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ວິທະຍາສາດ - ເຕັກໂນໂລຊີ, ຄົມມະນາຄົມ - ກິລາ, ການສຶກສາ - ບຳລຸງສ້າງ.
ທ່ານລັດຖະມົນຕີ ເລືອງຕ໋າມກວາງ ໃຫ້ຮູ້ວ່າ: ກ່ຽວກັບການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍ, ກະຊວງຕຳຫຼວດ ຫວຽດນາມ ແລະ ອຳນາດການປົກຄອງ ເບລາຣຸດ ໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ; ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ຮັກສາການພົວພັນ, ແລກປ່ຽນຂໍ້ມູນຂ່າວສານ, ສື່ສານທີ່ກ່ຽວຂ້ອງເຖິງບັນຫາ ການເມືອງ , ເສດຖະກິດ, ຄວາມປອດໄພ, ປ້ອງກັນປະເທດ; ພ້ອມທັງປະສານງານກວດສອບ, ຈັບກຸມ ແລະ ສົ່ງຜູ້ກໍ່ການຮ້າຍທີ່ກ່ຽວຂ້ອງເຖິງພົນລະເມືອງຂອງສອງປະເທດ.
ກປ.ອອນໄລ - ຕອນເຊົ້າວັນທີ 2 ທັນວາ, ທ່ານລັດຖະມົນຕີ ເລືອງຕ໋າມກວາງ ເນັ້ນໜັກວ່າ 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຄວາມໝັ້ນຄົງຂອງ ໂລກ ແລະພາກພື້ນຢ່າງເປີດອົກເປີດໃຈ, ແບ່ງປັນປະສົບການຕົວຈິງໃນຂົງເຂດຄວາມປອດໄພຂໍ້ມູນຂ່າວສານ ແລະ ການຮ່ວມມືດ້ານຄວາມປອດໄພທາງໄຊເບີ ໃນໄລຍະຈະມາເຖິງ.
ໃນສະພາບການໂລກແລະພາກພື້ນທີ່ມີການປ່ຽນແປງຢ່າງວ່ອງໄວ, ການທ້າທາຍດ້ານຄວາມປອດໄພແບບດັ້ງເດີມ ແລະ ບໍ່ເປັນແບບດັ້ງເດີມ, ມີຫຼາຍຮູບຫຼາຍແບບ, ສົ່ງຜົນສະທ້ອນໂດຍກົງເຖິງສະຖຽນລະພາບ ແລະ ຄວາມໝັ້ນຄົງສັງຄົມຂອງຫວຽດນາມ ແລະ ເບລາຣຸດ, ທ່ານລັດຖະມົນຕີ ເລແທງຫາຍ ປາດຖະໜາວ່າ 2 ຝ່າຍສືບຕໍ່ປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ຢ່າງມີປະສິດທິຜົນ. ເບລາຣຸດ ຄວນເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດອຸດສາຫະກຳປ້ອງກັນຄວາມສະຫງົບ; ຮັກສາ ແລະ ລົງເລິກກົນໄກເຈລະຈາດ້ານຄວາມປອດໄພ, ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນ, ແລກປ່ຽນປະສົບການຂອງບັນດາອົງການປ້ອງກັນຄວາມສະຫງົບ, ຕຳຫຼວດຂອງສອງຝ່າຍ...
ກ່ຽວກັບການຮ່ວມມືໂດຍກົງລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ຄະນະເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດ ເບລາຣຸດ, ທ່ານລັດຖະມົນຕີ ເລືອງຕ໋າມກວາງ ປາດຖະໜາວ່າ 2 ຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ປະສານສົມທົບໃນການກວດສອບ ແລະ ແກ້ໄຂຄະດີທີ່ກ່ຽວຂ້ອງເຖິງພົນລະເມືອງຂອງສອງປະເທດ; ປຶກສາຫາລື, ປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ ແລະ ກົນໄກຫຼາຍຝ່າຍ...
ປະຕິບັດບັນດາເອກະສານຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ພິເສດແມ່ນ “ຈົດໝາຍເຈດຈຳນົງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ ເບລາຣຸດ ກ່ຽວກັບການສ້າງຕັ້ງຄະນະປະຕິບັດງານເພື່ອເປີດກວ້າງ ແລະ ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຂອງບັນດາອົງການປະຕິບັດກົດໝາຍ”; ສຶກສາຄວາມເປັນໄປໄດ້ໃນການຂະຫຍາຍການຮ່ວມມືໄປສູ່ຂົງເຂດຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ເຊັ່ນ: ການປ້ອງກັນອາດຊະຍາກຳທາງດ້ານເຕັກໂນໂລຊີສູງ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຖ່າຍທອດວິຊາສະເພາະ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີຄວາມຕ້ອງການ ແລະທ່າແຮງ; ຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ, ປັບປຸງຄວາມສາມາດຂອງພະນັກງານທີ່ເຮັດວຽກໃນຂົງເຂດຄວາມປອດໄພທາງອິນເຕີແນັດ, ການປ້ອງກັນແລະຕ້ານອັກຄີໄພ, ແລະກູ້ໄພແລະອື່ນໆ.
ທ່ານເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ ເບລາຣຸດ Volfovich Aleksandr Grigorievich ຢືນຢັນວ່າ: ການຮ່ວມມືດ້ານປ້ອງກັນຄວາມສະຫງົບລະຫວ່າງສະພາຄວາມໝັ້ນຄົງແຫ່ງຊາດ ແລະບັນດາອົງການປະຕິບັດກົດໝາຍຂອງ ເບລາຣຸດ ແລະ ກະຊວງຕຳຫຼວດ ຫວຽດນາມ ສືບຕໍ່ແມ່ນເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.
ທ່ານເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ ເບລາຣຸດ ເຊື່ອໝັ້ນວ່າ, ບົນພື້ນຖານເອກະສານທີ່ໄດ້ລົງນາມແລ້ວ, 2 ຝ່າຍຈະສືບຕໍ່ຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດຄື ຕ້ານກໍ່ການຮ້າຍ; ຕ້ານອາດຊະຍາກຳຂ້າມຊາດ; ຄວາມປອດໄພຂໍ້ມູນຂ່າວສານ, ການປ້ອງກັນອາດຊະຍາກຳທາງອິນເຕີເນັດ; ການຝຶກອົບຮົມຍົກສູງຄວາມສາມາດຂອງພະນັກງານເຊັ່ນດຽວກັນກັບຂົງເຂດອື່ນໆທີ່ທັງສອງຝ່າຍມີຄວາມສາມາດແລະຄວາມຕ້ອງການ...

ສິ້ນສຸດການເຈລະຈາ, ທ່ານລັດຖະມົນຕີ ເລືອງຕ໋າມກວາງ ແລະ ເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ ເບລາຣຸດ Volfovich Aleksandr Grigorievich ໄດ້ລົງນາມໃນ “ຈົດໝາຍເຈຕະນາກ່ຽວກັບການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງລັດ ເບລາຣຸດ”, ຢືນຢັນຄຳໝັ້ນສັນຍາຂອງ 2 ຝ່າຍເພີ່ມທະວີການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ແຕ່ລະພາກພື້ນ.
ທີ່ມາ: https://baotintuc.vn/thoi-su/mo-rong-hop-tac-giua-bo-cong-an-viet-nam-va-hoi-dong-an-ninh-quoc-gia-belarus-20251203172419246.htm






(0)