Vietnam.vn - Nền tảng quảng bá Việt Nam

ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ຟີ​ລິບ​ປິນ

Báo Nhân dânBáo Nhân dân23/03/2024


ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຟີ​ລິບ​ປິນ, ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ​ການ​ເມືອງ , ​ເສດຖະກິດ, ປ້ອງ​ກັນ​ປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ຕົ້ນ​ແມ່ນ​ວັດທະນະທຳ, ການ​ສຶກສາ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ໃນ​ໄລຍະ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ​ໃນ​ທຸກ​ຂົງ​ເຂດ, ມຸ່ງ​ໄປ​ເຖິງ​ວັນ​ຄົບຮອບ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປີ ​​2025 ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ​ທາງ​ການ​ທູດ ​ໃນ​ປີ 2026.

ພິເສດແມ່ນການພົວພັນດ້ານການເມືອງນັບມື້ນັບໃກ້ຊິດ ແລະ ໄວ້ເນື້ອເຊື່ອໃຈກັບການຮ່ວມມືຮອບດ້ານ ແລະ ເປີດກວ້າງໃນທຸກຂົງເຂດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຊ່ອງທາງ, ໃນນັ້ນມີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງ 2 ປະເທດ.

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ - ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ທາງ​ທະ​ເລ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ. ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ອື່ນໆ​ເຊັ່ນ: ວັດທະນະທຳ, ທ່ອງ​ທ່ຽວ, ການ​ສຶກສາ -ບຳລຸງ​ສ້າງ, ການ​ແລກປ່ຽນ​ປະຊາຊົນ ​ແລະ ອື່ນໆ ​ໄດ້​ຮັບ​ໝາກຜົນ​ດີ​ຫຼາຍ​ຢ່າງ.

ພ້ອມ​ກັນ​ນັ້ນ, ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ຟີ​ລິບ​ປິນນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ, ​ໂດຍ​ສະ​ເພາະ​ແມ່ນ​ສະພາ​ສູງ ​ແລະ ສະພາ​ຜູ້​ແທນ​ລາຊະ​ດອນ ຟີ​ລິບ​ປິນ ​ໄດ້​ຜ່ານ​ມະຕິ​ຕົກລົງ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ລັດຖະສະພາ​ຟີ​ລິບ​ປິນ - ຫວຽດນາມ.

ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ຟີ​ລິບ​ປິນ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ຮູບ​ພາບ 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ດຶກ​ຫາຍ ໄດ້​ມອບ​ຂອງ​ທີ່​ລະ​ນຶກ​ໃຫ້​ທ່ານ Sherwin T. Gatchalian.

ນອກ​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ຟີ​ລິບ​ປິນ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ໃນ​ຂົງ​ເຂດ​ນີ້; ຄະນະ​ກຳມະການ​ປະຕິ​ຮູບ​ດ້ານ​ການ​ສຶກສາ​ຂອງ​ສະພາ​ແຫ່ງ​ຊາດ​ຟີ​ລິບ​ປີນ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃໝ່​ທັງ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ; ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ການ​ນຳ ​ແລະ ບັນດາ​ອົງການ​ສະ​ເພາະ​ຂອງ​ສະພາ​ແຫ່ງ​ຊາດ; ​ແລະ ​ແລກປ່ຽນ​ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະສະພາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສຶກສາ ​ແລະ ບຳລຸງ​ສ້າງ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ປະສົບ​ການ​ໃນ​ວິວັດ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ ຫວຽດນາມ; ສະໜັບສະໜູນ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກສາ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ໂດຍ​ສະ​ເພາະ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ​ຂອງ​ສອງ​ປະ​ເທດ​ເວົ້າ​ລວມ.

ຂອບໃຈທ່ານຮອງປະທານສະພາແຫ່ງຊາດ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບຄະນະຜູ້ແທນ, ທ່ານ Sherwin T. Gatchalian ຖືວ່າ, ໂອກາດການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ປະເທດແມ່ນໃຫຍ່ຫຼວງ.

ພ້ອມ​ກັນ​ນັ້ນ, ຫວັງ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ໃຫ້​ບຸລິມະສິດ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສຶກສາ ​ແລະ ທ່ອງ​ທ່ຽວ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮອບດ້ານ ​ແລະ ​ແທດ​ຈິງ.



ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC