ຄະນະຊີ້ນຳການປະຕິຮູບດ້ານບໍລິຫານຂອງ ລັດຖະບານ ຫາກໍ່ປະກາດດັດຊະນີການປະຕິຮູບດ້ານບໍລິຫານປີ 2023 (PAR INDEX) ໃຫ້ບັນດາກະຊວງ, ອົງການຂັ້ນລັດຖະມົນຕີ, ຄະນະກຳມະການປະຊາຊົນບັນດາແຂວງ ແລະ ນະຄອນສູນກາງ.
ຕາມການຕີລາຄາຂອງ ກະຊວງພາຍໃນ - ຄະນະປະຈຳຄະນະຊີ້ນຳ, ດັດຊະນີການປະຕິຮູບດ້ານບໍລິຫານຂອງແຂວງ, ນະຄອນໃນປີ 2023 ໄດ້ກັບຄືນສູ່ຂະບວນການເຕີບໂຕໃນດ້ານດີ ດ້ວຍມູນຄ່າສະເລ່ຍ 86,98%, 2,19% ເມື່ອທຽບໃສ່ປີ 2022, 32 ໃນ 63 ທ້ອງຖິ່ນບັນລຸດັດຊະນີການປະຕິຮູບດ້ານບໍລິຫານແຫ່ງຊາດສູງກວ່າ; 57 ໃນ 63 ແຂວງ, ນະຄອນມີອັດຕາການເຕີບໂຕສູງກວ່າເມື່ອທຽບໃສ່ປີ 2022, ເພີ່ມຂຶ້ນສູງສຸດແມ່ນ 9,39% ແລະ ຕ່ຳສຸດແມ່ນ 0,03%. ນີ້ກໍ່ແມ່ນປີທີ 5 ທີ່ດັດຊະນີການປະຕິຮູບດ້ານບໍລິຫານຂອງທ້ອງຖິ່ນສະເລ່ຍໄດ້ລື່ນກາຍ 80%.
ສະເພາະ, ດັດຊະນີການປະຕິຮູບການບໍລິຫານລັດ (PAR Index) ຂອງແຂວງ ນິງບິ່ງ ໃນປີ 2023 ບັນລຸ 88,72% (ເພີ່ມຂຶ້ນ 6 ອັນດັບ ເມື່ອທຽບໃສ່ປີ 2022), ສູງກວ່າລະດັບສະເລ່ຍແຫ່ງຊາດ 1,74%, ຢືນອັນດັບທີ 11 ໃນຈໍານວນ 63 ແຂວງ ແລະ ນະຄອນໃນທົ່ວປະເທດ. ແຂວງກວາງນິງ ນຳໜ້າຂອງປະເທດດ້ວຍດັດຊະນີ PAR 92,18%, ໃນຂະນະທີ່ແຂວງ ອານຢາງ ມີລະດັບຕ່ຳສຸດ (81,32%).
ຂ່າວ ແລະ ພາບ: ໄມລານ
ທີ່ມາ










(0)