ຂະແໜງການຜະລິດຂອງລັດເຊຍພວມຟື້ນຕົວຢ່າງແຂງແຮງ.
PMI ຂອງລັດເຊຍໃນເດືອນມີນາແມ່ນ 55.7 ຈຸດ, ເພີ່ມຂຶ້ນຈາກ 54.7 ໃນເດືອນກຸມພາແລະສູງສຸດນັບຕັ້ງແຕ່ເດືອນສິງຫາ 2006.
ຫວ່າງມໍ່ໆມານີ້, ລັດເຊຍໄດ້ໃຊ້ຈ່າຍຢ່າງຫຼວງຫຼາຍໃນການຜະລິດ, ໄດ້ຫຼັ່ງເງິນເຂົ້າໃນຂະແໜງ ການທະຫານ ເພື່ອຊຸກຍູ້ກຳລັງປະກອບອາວຸດ. ນະໂຍບາຍນີ້ຍັງໄດ້ຊ່ວຍໃຫ້ການຜະລິດອຸດສາຫະກໍາໃນເດືອນກຸມພາເພີ່ມຂຶ້ນຢ່າງຫຼວງຫຼາຍກວ່າທີ່ຄາດໄວ້.
| ຄວາມຕ້ອງການພາຍໃນປະເທດໄດ້ຊ່ວຍຊຸກດັນໃຫ້ດັດຊະນີລາຄາຜະລິດຂອງຣັດເຊຍຂຶ້ນຢູ່ທີ່ 55,7 ຈຸດໃນເດືອນແລ້ວນີ້, ເປັນລະດັບສູງສຸດນັບແຕ່ປີ 2006. |
ນອກຈາກນັ້ນ, ໃນເດືອນມີນາ, ຈໍານວນຄໍາສັ່ງສົ່ງອອກໃຫມ່ຍັງເພີ່ມຂຶ້ນເປັນຄັ້ງທໍາອິດນັບຕັ້ງແຕ່ເດືອນຕຸລາ 2023. S&P Global ເຊື່ອວ່າຄວາມຕ້ອງການຂອງລູກຄ້າຕ່າງປະເທດເພີ່ມຂຶ້ນຍ້ອນວ່າລັດເຊຍໄດ້ຂະຫຍາຍໄປສູ່ຕະຫຼາດສົ່ງອອກໃຫມ່ແລະໄດ້ຮັບລູກຄ້າໃຫມ່ຫຼາຍຂຶ້ນ.
" ບໍລິສັດລັດເຊຍກໍາລັງຈ້າງໃນຈັງຫວະໄວທີ່ສຸດນັບຕັ້ງແຕ່ເດືອນພະຈິກປີ 2000. ລັດເຊຍຍັງເພີ່ມການຊື້ວັດຖຸດິບຂອງຕົນເພື່ອສ້າງສາງຄືນ ," S&P Global ກ່າວ.
ເສດຖະກິດອາຊີ- ປາຊີຟິກ ຂະຫຍາຍຕົວ 4,6%.
ທະນາຄານໂລກ (WB) ຄາດຄະເນວ່າ ເສດຖະກິດທີ່ພວມພັດທະນາໃນພາກພື້ນອາຊີ-ປາຊີ ຟິກ ເຊິ່ງບໍ່ນັບລວມທັງຈີນ ຈະເຕີບໂຕ 4,6% ໃນປີ 2024 ເຊິ່ງໄວກວ່າປີ 2023 ທີ່ຈະເຕີບໂຕ 4,4%.
ສຳລັບຈີນ, ທະນາຄານໂລກຄາດຄະເນວ່າ, ເສດຖະກິດໃຫຍ່ອັນດັບສອງຂອງໂລກຈະເຕີບໂຕພຽງ 4,5% ໃນປີນີ້, ເມື່ອທຽບໃສ່ປີກາຍ 5,2%.
ແນວໃດກໍດີ, ທະນາຄານໂລກເຕືອນວ່າ, ເຖິງວ່າການສົ່ງອອກສິນຄ້າໃນພາກພື້ນເລີ່ມຟື້ນຕົວໃນເຄິ່ງປີ 2023, ແຕ່ອາຊີທີ່ພວມພັດທະນາອາດຈະປະເຊີນໜ້າກັບນະໂຍບາຍບິດເບືອນດ້ານການຄ້າຢູ່ບັນດາຕະຫຼາດປາຍທາງທີ່ສຳຄັນເຊັ່ນ: ອາເມລິກາ, ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້.
ນອກນີ້, ທະນາຄານໂລກຄາດຄະເນວ່າ, ການເຕີບໂຕຂອງຜະລິດຕະພັນອຸດສາຫະກຳໃນບັນດາປະເທດພວມພັດທະນາໃນອາຊີຈະຫຼຸດລົງ 0,5 ເປີເຊັນ ຖ້າຫາກອັດຕາເງິນເຟີ້ຂອງອາເມລິກາເພີ່ມຂຶ້ນຢ່າງບໍ່ຄາດຄິດ ແລະ ອັດຕາດອກເບ້ຍຍັງຄົງສູງຂຶ້ນໃນໄລຍະຕໍ່ໄປ. ໃນຂະນະດຽວກັນ, ສະພາບເສດຖະກິດມະຫາພາກຈະຊ້າລົງ 0,3 ເປີເຊັນ.
ທະນາຄານໂລກແນະນຳວ່າ: ການລົບລ້າງສິ່ງກີດຂວາງດ້ານການແຂ່ງຂັນ, ການປັບປຸງພື້ນຖານໂຄງລ່າງ, ການປະຕິຮູບດ້ານການສຶກສາຈະຊ່ວຍຮັດແຄບຊ່ອງຫວ່າງດ້ານຜະລິດຕະພັນລະຫວ່າງວິສາຫະກິດເອກະຊົນໃນອາຊີແລະບັນດາຄູ່ຮ່ວມມືທີ່ບໍ່ແມ່ນພາກພື້ນ.
ທີ່ມາ










(0)