* ຕອນເຊົ້າວັນທີ 23/4, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຫງວຽນດຶກຈູງ ໄດ້ເຮັດວຽກຢູ່ເມືອງ ຮ່ວາງງວຽນ, ໄດ້ລົງຢ້ຽມຢາມ ແລະ ກວດກາບາງໂຄງການ, ຕົວແບບ ເສດຖະກິດ ຢູ່ເມືອງ.
ເມື່ອເຮັດວຽກກັບການນຳເມືອງ ຮ່ວາງງວຽນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຫງວຽນດຶກຈູງ ຮຽກຮ້ອງໃຫ້ເມືອງຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ແຮງບັນດາທ່າໄດ້ປຽບທີ່ຕັ້ງຢູ່ໃກ້ນະຄອນ Vinh ເພື່ອຫັນໂຄງປະກອບເສດຖະກິດມຸ່ງໄປເຖິງບຸລິມະສິດພັດທະນາອຸດສາຫະກຳ - ການບໍລິການ ແລະ ຕົວເມືອງ.
* ຄະນະຜູ້ແທນສູນກາງແນວໂຮມປະເທດຊາດຫວຽດນາມ ໄທຮວາ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະ ເທດຄັ້ງທີ 4 ໄລຍະ 2024 - 2029 ເປັນຢ່າງດີ.
* ຕອນບ່າຍວັນທີ 23 ເມສານີ້, ຄະນະກຳມະການທະນາຄານນະໂຍບາຍແຂວງໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 79 ເພື່ອຜັນຂະຫຍາຍວຽກງານປະຈຳໄຕມາດທີ 2 ປີ 2024.
* ວັນທີ 23 ເມສານີ້, ຢູ່ ຮ່າໂນ້ຍ , ໄດ້ດຳເນີນກອງປະຊຸມສຳມະນາທາງອອນລາຍກ່ຽວກັບ “ການແກ້ໄຂບັນດາອຸປະສັກໃນການເຂົ້າເຖິງແຫຼ່ງທຶນສິນເຊື່ອໃຫ້ແກ່ຂະແໜງເສດຖະກິດລວມ”. ສະຫາຍ ຫງວຽນວັນເດີ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເປັນປະທານທີ່ຂົວ ເງ້ອານ.
* ຕອນບ່າຍວັນທີ 23 ເມສາ, ທ່ານ ສະຫາຍ ຫງວຽນວັນເດື່ອ, ຮອງປະທານຄະນະປະຈຳພັກແຂວງ ໄດ້ໄປເຮັດວຽກຢູ່ກວດກາສະພາບການ, ຮັບຟັງການລາຍງານ ແລະ ເຮັດວຽກກັບເມືອງງອຍດ່ານ ກ່ຽວກັບການເລັ່ງລັດຄວາມຄືບໜ້າຂອງການກໍ່ສ້າງຊົນນະບົດໃໝ່ ແລະ ປະຕິບັດວຽກງານຊີ້ນຳ ແລະ ຊຸກຍູ້ການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ຊົນນະບົດ ໃນປີ 2024.
* ຕອນເຊົ້າວັນທີ 23 ເມສານີ້, ສະຫະພັນແຮງງານແຂວງໄດ້ຈັດກອງປະຊຸມຕີລາຄາການເຈລະຈາ, ລົງນາມ ແລະ ຜັນຂະຫຍາຍສັນຍາການຮ່ວມມືດ້ານແຮງງານປີ 2023 ແລະ ຜັນຂະຫຍາຍວຽກງານປີ 2024.
* ໃນຄືນນີ້ ການແຂ່ງຂັນຮອບຮອງຊະນະເລີດ ຮອບແບ່ງກຸ່ມ AFC U23 Championship 2024 ຈະໄຂຂຶ້ນ ແຕ່ແຟນບານໄດ້ກຳນົດເອົາ 8 ຊື່ເຂົ້າຮ່ວມຮອບຮອງຊະນະເລີດຄື: ຫວຽດນາມ, ອີຣັກ, ອິນໂດເນເຊຍ, ກາຕາ, ເກົາຫຼີໃຕ້, ຍີ່ປຸ່ນ, ອຸສເບກິດສະຖານ, ຊາອຸດິອາຣາເບຍ. ລວມທັງຜູ້ຕາງຫນ້າອາຊີຕາເວັນອອກສຽງໃຕ້ 2 ທ່ານ.
ທີ່ມາ
(0)