(VOVWORLD) - ວັນທີ 5 ມີນາ, ຂ່າວຈາກຄະນະກຳມະການປະຊາຊົນແຂວງ ກວາງບິ່ງ ໃຫ້ຮູ້ວ່າ, ຄະນະປະຈຳພັກແຂວງ ໄດ້ມີການພົບປະເຮັດວຽກກັບຜູ້ຕາງໜ້າບັນດາບໍລິສັດສະໜາມບິນ ຫວຽດນາມ (ACV) ກ່ຽວກັບໂຄງການກໍ່ສ້າງສະຖານີຜູ້ໂດຍສານ T2 ແລະ ຂະຫຍາຍບ່ອນຈອດລົດຍົນ - ສະໜາມບິນ ດົງໂຮ່.
ທັດສະນະລວມຂອງສະຫນາມບິນ Dong Hoi ຫຼັງຈາກໂຄງການສໍາເລັດ
ໂຄງການນີ້ຈະຂະຫຍາຍບ່ອນຈອດຍົນເພື່ອກໍ່ສ້າງບ່ອນຈອດຍົນໃໝ່ 4 ແຫ່ງ, ເພີ່ມຈຳນວນບ່ອນຈອດຍົນທັງໝົດເປັນ 8 ແຫ່ງ, ໂຄງການດັ່ງກ່າວໄດ້ປະຕິບັດໃນເນື້ອທີ່ກວ່າ 15 ເຮັກຕາ; ຍອດຈຳນວນເງິນລົງທຶນແມ່ນ 1.844 ຕື້ດົ່ງ (100% ຍອດຈຳນວນທຶນ ACV) ເພື່ອບັນລຸເປົ້າໝາຍເພີ່ມກຳລັງການເຄື່ອນໄຫວໃຫ້ຜູ້ໂດຍສານ 3 ລ້ານຄົນ/ປີ.
“ແຂວງ ກວ໋າງບິ່ງ ຫວັງຢ່າງຈິງໃຈເຖິງຄວາມຕັດສິນໃຈຂອງ ACV ແລະ ການສະໜັບສະໜູນອັນເປັນເອກກະພາບຂອງບັນດາອົງການສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເພາະນີ້ແມ່ນໜຶ່ງໃນບັນດາໂຄງການສຳຄັນຂອງແຂວງທີ່ໄດ້ເລີ່ມກໍ່ສ້າງ ແລະ ມີປ້າຍ “ໂຄງການສະເຫຼີມສະຫຼອງ 420 ປີແຫ່ງວັນສ້າງຕັ້ງແຂວງ ກວາງບິ່ງ”.
ທ່ານ ຫວູດ້າຍແທງ, ເລຂາຄະນະພັກແຂວງ ກວາງບິ່ງ
ທ່ານ ຫວູເທຟີ, ຜູ້ອຳນວຍການໃຫຍ່ ACV ໃຫ້ຮູ້ວ່າ: ACV ຍັງມີຄວາມຕັ້ງໃຈສູງ ແລະ ສຸມໃສ່ຊີ້ນຳການກໍ່ສ້າງໃຫ້ເລີ່ມໃນເດືອນສິງຫາ 2024 ສຳລັບໂຄງການຂະຫຍາຍບ່ອນຈອດຍົນ (ຄາດວ່າຈະໃຫ້ສຳເລັດ ແລະ ນຳໃຊ້ໃນເດືອນມີນາ 2025) ແລະ ໂຄງການກໍ່ສ້າງສະຖານີຜູ້ໂດຍສານ T2 ຈະເລີ່ມກໍ່ສ້າງໃນເດືອນ ຕຸລາ 2024 (ຄາດວ່າຈະໃຫ້ສຳເລັດ ແລະ ດຳເນີນໃນເດືອນມີນາ 2026).
ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງບິ່ງ ຫວັງວ່າ ACV ຈະປະຕິບັດໂຄງການຕາມກຳນົດເວລາ ແລະ ມີຄຸນນະພາບ ເພື່ອຊ່ວຍໃຫ້ແຂວງ ກວາງບິ່ງ ພັດທະນາ ເສດຖະກິດ , ສັງຄົມໃນໄລຍະຈະມາເຖິງ.
ທ່ານ ຫວູເທເຟື້ອງ ໄດ້ສະເໜີການມອບໂອນດິນສະອາດກ່ອນເດືອນ 6/2020 ແລະ ຫວັງວ່າແຂວງ ກວາງບິ່ງ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດໂຄງການ, ພິເສດແມ່ນການບຸກເບີກໜ້າທີ່ເພື່ອໃຫ້ໂຄງການໄດ້ຮັບການປະຕິບັດ ແລະ ສຳເລັດຕາມແຜນການ.
ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງບິ່ງ ໃຫ້ຮູ້ວ່າ: ແຂວງ ກວາງບິ່ງ ຈະສຸມໃສ່ຢ່າງສູງຕໍ່ວຽກງານບຸກເບີກພື້ນທີ່ ແລະ ຂັ້ນຕອນການຈັດຕັ້ງປະຕິບັດໂຄງການ. ການນຳແຂວງ ກວາງບິ່ງ ໄດ້ຊີ້ນຳຢ່າງເດັດດ່ຽວໜຽວແໜ້ນກັບບັນດາພະແນກ, ສາຂາ, ທ້ອງຖິ່ນສົມທົບກັບ ACV ເພື່ອຜັນຂະຫຍາຍບັນດາບາດກ້າວພັດທະນາຂອງໂຄງການ, ໂດຍໄວ ແລະ ໄດ້ລາຍງານໃຫ້ບັນດາເຈົ້າໜ້າທີ່ມີຄວາມສາມາດແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງ...
ແຂວງ ກວ໋າງບິ່ງ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ແລະ ສ້າງເງື່ອນໄຂສູງສຸດໃຫ້ ACV ແລະ ບັນດາຫົວໜ່ວຍກ່ຽວຂ້ອງຜັນຂະຫຍາຍໂຄງການນີ້ຢ່າງທັນການ ແລະ ມີປະສິດທິຜົນທີ່ສຸດ…” - ທ່ານ ເຈີ່ນດ້າຍກວາງ ຢືນຢັນ.
ທີ່ມາ
(0)